ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2023 ນ​ຈ

SA Game

ຂປລ

ໄຂກອງປະຊຸມລັດຖະບານ ສະໄໝສາມັນ ສະຫລຸບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາເດືອນເມສາ 2023

ວັນທີ 25-26 ເມສາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ໂດຍປະຕິບັດຕາມແຜນດໍາເນີນງານ ຂອງລັດຖະບານ ແລະ ປະຕິບັດຕາມການມອບໝາຍຂອງ ທ່ານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ນໍາພາ ແລະ ເປັນປະທານກອງປະຊຸມສະໄໝສາມັນ ປະຈຳເດືອນເມສາ 2023

ມີ ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງໜ້າບັນດາກະຊວງ, ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ຜູ້ຕາງໜ້າບັັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2023.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລື 9 ຫົວຂໍ້ສໍາຄັນ ຄື: ບົດສະຫລຸບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈໍາເດືອນພຶດສະພາ 2023 ຂອງລັດຖະບານ ເຊັ່ນ:

SA Game
ຂປລ

ວຽກງານຂົງເຂດເສດຖະກິດ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການ ຕ່າງປະເທດ ລວມທັງສະພາບການໄຟໄໝ້ປ່າ ແລະ ບັນຫາມົນລະພິດທາງອາກາດ;ຮ່າງບົດສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 3 ເດືອນ ຕົ້ນປີ 2023 ແລະ ລາຍງານສະພາບການແກ້ໄຂບັນຫາຮີບດ່ວນ ຄື:

ບັນຫາເງິນເຟີ້, ລາຄາສິນຄ້າ ແລະ ອັດຕາ ແລກປ່ຽນ; ຮ່າງດຳລັດ ວ່າດ້ວຍ ການສ້າງແຜນງົບປະມານແຫ່ງລັດ; ຮ່າງດຳລັດ ວ່າດ້ວຍ ກອງທຶນຄວາມປອດ ໄພທາງລົດໄຟ; ຮ່າງດຳລັດ ວ່າດ້ວຍ ນາມມະຍົດນັກຂ່າວ; ຜ່ານເນື້ອໃນຄຳຂວັນ ສຳລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ການກະກຽມເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ການເຄື່ອນ ໄຫວວຽກງານ ຢູ່ຕ່າງປະເທດ ຂອງການນຳລາວ ໃນເດືອນພຶດສະພາ 2023;

ຮ່າງຍຸດທະສາດ ພັດທະນາວຽກ ງານຄວາມປອດໄພ ຂອງຜະລິດຕະພັນສັດຂັ້ນຕົ້ນ ຂອງ ສປປ ລາວ 2021-2030 (ສະບັບສ້າງໃໝ່); ຮ່າງນະໂຍ ບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວ (ສະບັບສ້າງໃໝ່); ຮ່າງກົດໝາຍ ວ່າດ້ວຍເຍົາວະ ຊົນລາວ (ສະບັບສ້າງໃໝ່).

SA Game
ຂປລ

ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະ ບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ກອງປະ ຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມປະຊາສຳພັນ ຫສນຍ.