ກອງປະຊຸມ ສະມາຄົມພັດທະນາຊຸມຊົນໃນຊົນນະບົດແຂວງຈຳປາສັກ

SA Game

ຂປລ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງສະມາຄົມພັດທະນາຊຸມຊົນໃນຊົນນະບົດແຂວງຈຳປາສັກ

ໃນວັນທີ 25 ເມສາ 2023, ສະມາຄົມພັດທະນາຊຸມຊົນໃນຊົນນະບົດ ແຂວງຈຳປາສັກ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ພາຍໃຕ້ການ ເປັນປະທານຂອງ ທ່ານ ສຸບັນ ໄຕໄຊຍະວົງ ຮອງຫົວໜ້າພະແນກພາຍໃນແຂວງ, ທ່ານ ຄຳສິງ ບຸນຈະເລີນ ຮອງເຈົ້າເມືອງໂຂງ, ທ່ານ ສົມຫວັງ ພິມມະສານ ອຳນວຍການສະມາຄົມພັດທະນາຊຸມຊົນໃນຊົນນະບົດ ແຂວງຈຳປາສັກ, ມີຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ ແລະ ບັນດາສະມາຊິກພາຍໃນສະມາຄົມ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສົມຫວັງ ພິມມະສານ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງ ສະມາຄົມໂດຍສັງເຂບວ່າ:

ສະມາຄົມພັດທະນາຊຸມຊົນໃນຊົນນະບົດ ແຂວງຈຳປາສັກ ສ້າງຕັ້ງຂຶ້ນ ເພື່ອເປັນການປະກອບສ່ວນເຂົ້າໃນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃນການພັດທະນາຊຸມຊົນ, ສ້າງຊຸມຊົນໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເພິ່ງຕົນເອງໄດ້ ຈົນກ້າວໄປເຖິງການລຶບລ້າງຄວາມທຸກຍາກຂອງປະຊາຊົນເທື່ອລະກ້າວ ແນໃສ່ສົງເສີມປະຊາຊົນໃນເຂດຊຸມຊົນ ເຮັດການຜະລິດດ້ວຍການປູກ, ການລ້ຽງ ອີງຕາມຈຸດພິເສດຂອງແຕ່ລະພື້ນທີ່ ແລະ ທ່າແຮງຂອງຊຸມຊົນນັ້ນໆ

SA Game
ຂປລ

ແນໃສ່ໃຫ້ປະຊາຊົນເຮັດການຜະລິດແບບອິນຊີ ແລະ ກະສິກຳສະອາດ ເປັນຕົ້ນ ປູກຜັກປອດສານພິດ, ລ້ຽງສັດນ້ອຍ ແລະ ສັດໃຫຍ່ ເພື່ອສົ່ງຂາຍໃຫ້ຕະຫລາດພາຍໃນ ລວມທັງຕະຫລາດຕ່າງປະເທດ. ທີ່ສຳຄັນ ກໍເພື່ອເປັນການຍົກລະດັບຄວາມຮັບຮູ້ ແລະ ຄວາມສາມາດທາງດ້ານເຕັກນິກ-ວິຊາການກ່ຽວກັບວຽກງານກະສິກຳ ຈາກການຜະລິດພາຍໃນຄອບຄົວ ກ້າວໄປສູ່ການຜະລິດເປັນສິນຄ້າສົ່ງອອກສູ່ຕະຫລາດ.

ທ່ານ ສົມພົງ ບຸນພາສີ ຮອງອຳນວຍການ ສະມາຄົມພັດທະນາຊຸມຊົນໃນຊົນນະບົດ ແຂວງຈຳປາສັກ ຍັງໃຫ້ຮູ້ຕື່ມວ່າ: ຈຸດປະສົງ ແລະ ເປົ້າໝາຍຂອງສະມາຄົມ ຍັງເປັນການປະກອບສ່ວນສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາ, ການອະນຸລັກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢູ່ເຂດຊຸມຊົນ ໃນຊົນນະບົດໃຫ້ມີຄຸນນະພາບຊີວິທີ່ດີຂຶ້ນ, ມີລະດັບການສຶກສາທີ່ສູງ ແລະ ເຂົ້າເຖິງການບໍລິການດ້ານສາທາລະນະສຸກ

ປະກອບສ່ວນສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ ເພື່ອຫລຸດຜ່ອນຄວາມອຶດຫິວ, ຄາດຄະເນການຈັດຕັ້ງປະຕິບັດຂອງບັນດາກິດຈະກຳ ຕ່າງໆຕ້ອງໄດ້ໃຊ້ງົບປະມານ 1 ຕື້ກວ່າກີບ.

SA Game
ຂປລ

ພ້ອມນີ້, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະມາຄົມຊຸດໃໝ່ ໂດຍມີຜູ້ລົງສະໝັກຈຳນວນ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ຜ່ານການຄັດເລືອກ ແລະ ເຫັນດີເປັນເອກະສັນເລືອກເອົາທ່ານ ອຸດອນໄຊ ມາລາເພັດ ເປັນປະທານ, ທ່ານ ສຳລານ ສາຍດາວົງ ເປັນຮອງ ແລະ ທ່ານນາງ ກັນຍາ ທຳມະວົງສາ ເປັນກຳມະການ ແລະ ທ່ານ ສາຍສຳພັນ ໄຕໄຊຍະວົງ ເປັນປະທານກວດກາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.