ອົບຮົມແນວຄິດຂົງເຂດແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ V

SA Game

ຂ​ປ​ລ

ວຽກງານການເມືອງ-ແນວຄິດຕ້ອງ​ເຂົ້າ​ເຖິງກໍາມຳມະການ ສນຊ ແລະ ພະນັກ ງານນໍາພາຄຸ້ມຄອງຫລັກແຫລ່ງ

ໃນວັນທີ 10 ມີນາ 2023, ຄະນະປະຈຳ ສູນກາງແນວລາວສ້າງຊາດ(ສນຊ) ຈັດຝຶກອົບຮົມວຽກງານການເມືອງ -ແນວຄິດ ຂົງເຂດແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ V  ໂດຍມີ ພະນັກງານຫລັກແຫລ່ງແນວລາວສ້າງຊາດຂັ້ນສູນກາງ, ບັນດາແຂວງ-ນະຄອນຫລວງວຽງຈັນ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ແບບທາງໄກ (ທາງອອນລາຍ).

ໂອກາດດັ່ງກ່າວ, ທ່ານ ຄຳໄຫລ ສີປະເສີດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ຮູ້ວ່າ:

ຊຸດອົບຮົມຄັ້ງນີ້, ແນໃສ່ໃຫ້ກໍາມຳມະການ ສນຊ ແລະ ພະນັກ ງານນໍາພາຄຸ້ມຄອງຫລັກແຫລ່ງ ໄດ້ຮັບຮູ້ເປັນເອກະພາບ ແລະ ເຂົ້າໃຈຢ່າງເລິກເຊິ່ງວ່າ ວຽກງານການເມືອງ-ແນວຄິດແມ່ນຫຍັງ?, ມີຄວາມສໍາຄັນແນວໃດ?, ເປັນຫຍັງພັກເຮົາຈຶ່ງຖືວຽກງານດັ່ງ ກ່າວເປັນກົກ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານທຸກຂັ້ນ ໂດຍສະເພາະໄລຍະ ທີ່ປະເທດພວກເຮົາ ໄດ້ຮັບຜົນກະທົບທາງດ້ານເສດຖະກິດ, ລາຄານໍ້າມັນ ແລະ ຄ່າຄອງຊີບສູງ, ໄພທໍາມະຊາດ, ພະຍາດລະບາດ ແລະ ອື່ນໆ

SA Game
ຂ​ປ​ລ

ພວກເຮົາຈະເຮັດແນວໃດ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ, ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຫັນດີເປັນເອກະພາບສູງ ຕໍ່ການນໍາພາ-ຊີ້ນໍາຂອງພັກ, ເຂົ້າໃຈໃນຄວາມພະຍາຍາມ ຂອງລັດຖະບານ ເພື່ອສືບຕໍ່ນໍາພາປະເທດຊາດ ກ້າວຜ່ານຄວາມຫຍຸ້ງຍາກ ທາງເສດຖະກິດ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດ.

SA Game
ຂ​ປ​ລ

ໂອກາດດຽວກັນ, ທ່ານ ຈັນທະວົງ ແສນອາມາດມົນຕີ ຄະນະປະຈຳພັກ, ຮອງປະທານ ສນຊ ກໍໄດ້ເຜີຍແຜ່ ເນື້ອໃນມະຕິກອງປະຊຸມ ວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໂດຍທ່ານ ໄດ້ຍົກໃຫ້ເຫັນ ໂດຍຫຍໍ້ບົດສະຫລຸບຕີລາຄາການນໍາພາວຽກງານດັ່ງກ່າວ ແຕ່ປີ 2003-2022 ແລະ ທິດທາງຮອດປີ 2025, ເນື້ອໃນສໍາຄັນບົດໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມນັ້ນ, ທ່ານຍັງຍົກໃຫ້ເຫັນ ການນໍາພາວຽກງານການເມືອງ-ແນວຄິດ ຂົງເຂດແນວລາວສ້າງຊາດ ໃນໄລຍະຜ່ານມາ ແລະ ບາງທິດທາງ ແຕ່ນີ້ຮອດ ປີ 2025.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.