ສ້າງ​ຄວາມ​ເຂົ້າ​ໃຈ ແລະ ແກ້ໄຂບັນຫາການຖືພາໃນໄວໜຸ່ມ

SA Game

ອົງການແພລນສາກົນ ປະຈຳລາວ

ໂຄງ​ການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ແລະ ແກ້ໄຂບັນຫາການຖືພາໃນໄວໜຸ່ມ.

ກະຊວງ ສຶກສາທິການ ແລະ ກິລາ ຕາງໜ້າໂດຍ ທ່ານ ສຸລິນທາ ນາລິນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ແລະ ທ່ານ ນາງ ແຄໂຣລ ໂມເທັນຊັນ ຜູ້ອໍານວຍການ ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດໂຄງການໃໝ່ຄື: ໂຄງການສົ່ງເສີມຄວາມຮູ້ດ້ານເພດສຶກສາແບບມີສ່ວນຮ່ວມ ແລະ ປັບປຸງຂອດການບໍລິການດ້ານສຸຂະພາບ ໃຫ້ເກີດປະໂຫຍດແກ່ໄວໜຸ່ມໃນວັນທີ 10 ມີນາ 2022 ນີ້, ​ທີ່ໂຮງຮຽນມັດທະຍົມ ແລະ ໄວໜຸ່ມທີ່ປະລະການຮຽນໃນເມືອງປາກທາ ແຂວງບໍ່ແກ້ວ

ເຊິ່ງຈະປະກອບສ່ວນໂດຍກົງ ແລະ ເປັນປະໂຫຍດແກ່ໄວໜຸ່ມ, ຄູອາຈານ, ພໍ່-ແມ່ນັກຮຽນ, ພະນັກງານສາທາລະນະສຸກ ແລະ ອຳນາດການປົກຄອງຂັ້ນບ້ານປະມານ 3.437 ຄົນໃນ 15 ບ້ານ, ໂຮງຮຽນມັດທະຍົມ 7 ແຫ່ງ ແລະ ສຸກສາລາ 6 ແຫ່ງໃນເມືອງເປົ້າໝາຍ.

ນອກຈາກນີ້ຍັງຈະມີຜູ້ໄດ້ຮັບຜົນປະໂຫຍດທາງອ້ອມປະ ມານ 6.638 ຄົນໃນຊຸມຊົນດັ່ງກ່າວ.

ໂຄງການດັ່ງກ່າວ, ມີເປົ້າໝາຍໃນການສ້າງຄວາມສາມາດ ໃນການສົ່ງມອບຄວາມຮູ້ ແລະ ຕິດ ຕາມການຮຽນຮູ້ເພດສຶກສາແບບມີສ່ວນຮ່ວມ ໃຫ້ແກ່ຄູ່ຮ່ວມງານພາກລັດ ພາຍໃຕ້ແຜນພັດທະນາຂະ ແໜງການສຶກສາ ແລະ ກິລາ 2021-2025 ເພື່ອເຜີຍແຜ່ຄວາມຮູ້ດ້ານເພດສຶກສາແບບມີສ່ວນຮ່ວມ, ປັບປຸງຂອດການບໍລິການດ້ານສຸຂະພາບ ແລະ ຫລຸດຜ່ອນອັດຕາການປະລະການຮຽນຍ້ອນການແຕ່ງ ງານກ່ອນໄວ ແລະ ການຖືພາໃນໄວໜຸ່ມໃນໂຮງຮຽນມັດທະຍົມ.

SA Game
ອົງການແພລນສາກົນ ປະຈຳລາວ

ທ່ານ ນາງ ໂມເທັນຊັນ ໄດ້ກ່າວວ່າ: ພວກເຮົາພູມໃຈທີ່ໄດ້ເປັນສ່ວນໜຶ່ງ ໃນການປະກອບສ່ວນເຂົ້າໃນວຽກງານບູລິມະສິດຂອງລັດຖະບານລາວ ໂດຍສະເພາະ ການສົ່ງເສີມຄວາມຮູ້ດ້ານເພດສຶກສາແບບມີສ່ວນຮ່ວມ ແລະ ປັບປຸງຂອດການບໍລິການດ້ານສຸຂະພາບ ໃຫ້ເກີດປະໂຫຍດແກ່ໄວໜຸ່ມໃນໂຮງຮຽນມັດທະຍົມ ແລະ ໄວໜຸ່ມທີ່ທີ່ປະລະການຮຽນ ດ້ວຍການເຮັດວຽກກັບໄວໜຸ່ມ, ຜູ້ເບິ່ງແຍງເດັກ ແລະ ຜູ້ທີ່ມີອຳນາດໃນການຕັດສິນໃຈ ເພື່ອຮັບປະກັນສຸຂະພາບຈະເລີນພັນ ແລະ ສິດທິພື້ນຖານຂອງພວກເຂົາເຈົ້າ.

ພວກເຮົາມີຄວາມຍິນດີທີ່ຈະຮ່ວມມືກັບບັນດາກະຊວງ ແລະ ອົງການຈັດຕັ້ງທາງສັງຄົມທີ່ກ່ຽວຂ້ອງ ເພື່ອເສີມສ້າງຄວາມສາມາດຂອງຄູ່ຮ່ວມງານ ໃນການສ້າງໂລກໃຫ້ມີຄວາມຍຸຕິທໍາສໍາລັບໄວໜຸ່ມ ແລະ ເດັກນ້ອຍ ໂດຍສະເພາະແມ່ນເດັກຍິງ ແລະ ໄວໜຸ່ມຍິງ ເພື່ອຮັບປະກັນວ່າພວກເຂົາສາມາດນໍາພາ ແລະ ຕັດສິນໃຈກ່ຽວກັບຮ່າງກາຍ ແລະ ສິດທິຂອງພວກເຂົາເຈົ້າ.

ໃນຊຸມປີຜ່ານມາ, ອັດຕາການແຕ່ງງານກ່ອນໄວ ແລະ ການຖືພາໃນໄວໜຸ່ມ ຢູ່ໃນ ສປປ ລາວ ຍັງສູງຢູ່, ສິ່ງດັ່ງກ່າວນີ້ໄດ້ສົ່ງຜົນສະທ້ອນເຖິງຄວາມອາດສາມາດຂອງເດັກຍິງ ໃນການເຂົ້າຮຽນ ແລະ ຮຽນຕໍ່ຊັ້ນມັດທະຍົມຕອນປາຍ. ປັດຈຸບັນ, ເດັກຍິງໃນຊັ້ນມັດທະຍົມຕອນປາຍ ທີ່ມີອາຍຸລະຫວ່າງ 15-17 ປີ ປະມານ 41.8% ແມ່ນປະລະການຮຽນ ເມື່ອທຽບໃສ່ເດັກຊາຍໃນເກນອາຍຸດຽວກັນແມ່ນມີພຽງ 34.8%.

ສາຍເຫດຫລັກທີ່ເຮັດໃຫ້ຕົວເລກການປະລະການຮຽນຍັງສູງ ກໍເນື່ອງຈາກວ່າເດັກຍິງ ແລະ ເດັກຊາຍ ຂາດການເຂົ້າເຖິງການສົ່ງເສີມຄວາມຮູ້ ດ້ານເພດສຶກສາແບບມີສ່ວນຮ່ວມ, ບໍ່ມີທັກສະໃນການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ, ຜູ້ໃຫ້ບໍລິການການບໍລິການດ້ານສຸຂະພາບແກ່ໄວໜຸ່ມບໍ່ມີທັກສະໃນການໃຫ້ບໍລິການແບບບໍ່ເລືອກປະຕິບັດ, ແບບເປັນມິດ ແລະ ມີພຶດຕິກຳທີ່ແທດ ເໝາະກັບທຸກເພດ ແລະ ພໍ່-ແມ່/ຜູ້ປົກຄອງຂາດຄວາມຮັບຮູ້ກ່ຽວກັບບັນຫາດັ່ງກ່າວ.

ຈຸດປະສົງຂອງໂຄງການ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໂດຍ ລວມຂອງ ສປປ ລາວ, ໂຄງການດັ່ງກ່າວ ຈະປະກອບສ່ວນສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຄັ້ງທີ 9 ສົກປີ 2021-2025 ໃນການຂະຫຍາຍຄວາມຮູ້ດ້ານເພດສຶກສາແບບມີສ່ວນຮ່ວມ ແລະ ເພີ່ມທະວີການສືບຕໍ່ການຮຽນໃນຊັ້ນມັດທະຍົມຕອນປາຍ ໂດຍຫລຸດຜ່ອນການແຕ່ງງານກ່ອນໄວ ແລະ ການຖືພາໃນໄວໜຸ່ມ ໂດຍການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານສຶກສາທິການ ແລະ ກິລາ ແລະ ຄູສອນຂອງ ເພື່ອສະໜອງຄວາມຮູ້ດ້ານເພດສຶກສາ ແບບມີສ່ວນຮ່ວມໃນໂຮງຮຽນມັດທະຍົມ; ຮັບປະກັນໃຫ້ໄວໜຸ່ມທັງໃນ ແລະ ນອກໂຮງຮຽນໄດ້ຮຽນຮູ້ ແລະ ເຂົ້າຮ່ວມກິດຈະກໍາ ການເຜີຍແຜ່ຄວາມຮູ້ດ້ານເພດສຶກສາແບບມີສ່ວນຮ່ວມໂດຍຜ່ານວຽກງານສະໂມສອນນັກຮຽນໃນໂຮງຮຽນ ແລະ ສະໂມສອນເດັກຍິງຢູ່ ຂັ້ນບ້ານ; ສະໜັບສະໜູນເດັກ ແລະ ໄວໜຸ່ມໃຫ້ເຂົ້າເຖິງການບໍລິການສຸຂະພາບທີ່ດີຂຶ້ນ ໂດຍຜ່ານການສ້າງຂີດຄວາມສາມາດຂອງຜູ້ໃຫ້ບໍລິການ ແລະ ພະນັກງານສາທາລະນະສຸກ ແລະ ເພີ່ມທະວີຄວາມຮັບຮູ້ຂອງອຳນາດການປົກຄອງບ້ານ, ພໍ່ແມ່ ແລະ ຜູ້ປົກຄອງກ່ຽວກັບສິດທິເດັກ ແລະ ຄວາມສະເໝີພາບທາງເພດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອົງການແພລນສາກົນ ປະຈຳລາວ