ລັດວິສາຫະກິດໄຟຟ້າລາວປະຊຸມກ່ຽວກັບການດຳເນີນທຸລະກິດ

SA Game

ຂ​ປ​ລ

ກອງປະຊຸມຂອງລັດວິສາຫະກິດໄຟຟ້າລາວກ່ຽວກັບການດຳເນີນທຸລະກິດ

ໃນວັນທີ 10 ກຸມພາ 2023, ໄດ້​ຈັດ​ກອງປະຊຸມກ່ຽວກັບ ການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວຂື້ນ ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ອານຸພາບ ຕຸນາລົມ ປະທານສະພາປຊາຊົນນະຄອນຫລວງວຽງຈັນ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳ ນວບການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ມີເຈົ້າຄອງນະຄອນຫລວງວຽງຈັນ, ບັນດາຮອງລັດຖະມົນຕີ, ບັນດາທ່ານເຈົ້າເມືອງ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເພື່ອທຳຄວາມເຂົ້າໃຈກ່ຽວກັບການດຳເນີນທຸລະກິດ, ການປະຕິບັດວຽກງານ ເຊິ່ງເປັນໜຶ່ງໃນແຜນປະຕິຮູບການດຳເນີນທຸລະກິດຂອງ ໄຟຟ້າລາວ ໃຫ້ມີປະສິດ ທິພາບໃນອະນາຄົດ.

ທ່ານ ໂພໄຊ ໄຊຍະສອນ ໄດ້ມີຄຳເຫັນວ່າ: ການຈັດກອງປະຊຸມໃນຄັ້ງນີ້, ເພື່ອພ້ອມກັນທໍາຄວາມເຂົ້າໃຈ ໃຫ້ເລິກເຊິ່ງຂຶ້ນຕື່ມ ກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ເຊິ່ງເປັນວິສາຫະກິດຍຸດທະສາດຂອງປະເທດ, ດັ່ງທີ່ຮັບຮູ້ນຳກັນວ່າ ໄຟຟ້າລາວ ເປັນວິສາຫະກິດ ທີ່ມີປະຫວັດອັນຍາວນານ ຢູ່ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຊາດ ນັບແຕ່ສະໄໝກ່ອນປົດປ່ອຍ ຈົນເຖິງປັດຈຸບັນ ແລະ ເວົ້າໄດ້ວ່າເປັນວິສາຫະກິດ ທີ່ມີມູນຄ່າຊັບສິນສູງທີ່ສຸດໃນປະເທດ, ເຊິ່ງມີໜ້າທີ່ຍຸດທະສາດທີ່ພັກ-ລັດ ມອບໝາຍໃຫ້ ຄື:

SA Game
ຂ​ປ​ລ

ຮັບຜິດ ຊອບໜ້າທີ່ການເມືອງ ກໍຄື ການປະຕິບັດໜ້າທີ່ສະໜັບສະໜູນ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທຳ ໂດຍສະເພາະ ແມ່ນຮັບປະກັນການສະໜອງໄຟໃຫ້ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍທີ່ລັດຖະບານກຳນົດໄວ້ (ມາຮອດປັດຈຸບັນ ປະຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ 95% ຂອງຈຳນວນຄົວເຮືອນທັງໝົດທົ່ວປະເທດ)

ການດຳເນີນທຸລະກິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ສ້າງອຸດສາຫະກຳໄຟຟ້າໃຫ້ ເປັນຂະແໜງການຫລັກ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງລາຍຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີການພັດທະນາໄຟຄຽງຄູ່ກັນ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າ ແລະ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ສົມເຫດສົມຜົນ.

ທ່ານ ລັດຖະມົນຕີ ຍັງກ່າວຕື່ມວ່າ: ແນ່ນອນວ່າ ການປະຕິບັດສອງໜ້າທີ່ຍຸດທະສາດໃຫ້ສອດຄ່ອງກັນນັ້ນ ເປັນພາລະໜ້າທີ່ອັນໜັກໜ່ວງ ຂອງ ລັດວິສາຫະກິດໄຟຟ້າລາວ ແລະ ຈຳເປັນຕ້ອງໃຊ້ທຶນຮອນອັນມະຫາສານ ເຂົ້າໃນການພັດທະນາລະບົບໂຄງລ່າງພື້ນຖານ ນັບແຕ່ການລົງທຶນກໍ່ສ້າງແຫລ່ງຜະລິດ (ສ່ວນໃຫຍ່ແມ່ນການ ລົງທຶນໂດຍນັກລົງທຶນຕ່າງປະເທດ), ການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງຕາຂ່າຍໄຟຟ້າ ແຮງກາງ ແລະ ແຮງ ຕໍ່າ, ຈົນຮອດໝໍ້ນັບໄຟທີ່ຕິດຕັ້ງຢູ່ຕາມຄົວເຮືອນຂອງປະຊາຊົນ

SA Game
ຂ​ປ​ລ

ບັນດາທຶນຮອນເຫລົ່ານັ້ນ, ສ່ວນໜຶ່ງແມ່ນໄດ້ມາຈາກງົບປະມານຂອງລັດຖະບານ ແລະ ການຊ່ວຍເຫລືອຂອງຕ່າງປະເທດ, ແຕ່ສ່ວນໃຫຍ່ແມ່ນມາຈາກການກູ້ຢືມນຳສະຖາບັນການເງິນຕ່າງໆທັງພາຍໃນ ແລະ ຕ່າງປະເທດ.

ຄຽງຄູ່ກັບການລົງທຶນພັດທະນາພື້ນຖານໂຄງລ່າງ, ໄຟ ຟ້າລາວ ມີພັນທະຕ້ອງແບກຫາບໜີ້ສິນ ທັງຕົ້ນທຶນ ແລະ ດອກເບ້ຍ ທີ່ກູ້ຢືມຈາກສະຖາບັນການເງິນຕ່າງໆ, ເຊິ່ງມາຮອດປັດຈຸບັນ ເວົ້າໄດ້ວ່າ ເປັນໄລຍະທີ່ໄຟຟ້າລາວ ຕ້ອງການທຶນຮອນຫລາຍທີ່ສຸດ ເພື່ອມາແກ້ໄຂໜີ້ສິນ ທີ່ຮອດກຳນົດ ຕ້ອງຊຳລະຄືນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.