ອຸດສາຫະກຳປຸງແຕ່ງ ຕັ້ງ​ເປົ້າປີ 2021 ຜະລິດຕະພັນ​ໃຫ້ເພີ່ມຂຶ້ນ 8-10%.

SA Game

ພາບ​: laoedaily.com.la

ຈະສົ່ງເສີມເກີດມີໂຮງງານອຸດສາຫະກໍາສີຂຽວ ແລະ ອຸດສາຫະກຳປຸງແຕ່ງເພີ່ມຂຶ້ນ 8-10% ໃນ​ປີ2021.

ໂຮງງານອຸດສາຫະກຳ ແລະ ຫັດຖະກໍາ ໃນ ສ​ປ​ປ ລາວ ປະ​ຈຸ​ບັນສ້າງວຽກເຮັດງານທໍາໃຫ້​ປະ​ຊາ​ຊົນ​ໄດ້​ຢ່າງ​ຫລວງ​ຫລາຍ,  ແລະ ທິດທາງແຜນການປີ 2021 ແມ່ນສືບຕໍ່ຫັນກາລະໂອກາດທີ່ໄດ້ຮັບສິດທິພິເສດດ້ານການຄ້າ ເພື່ອດຶງດູດການລົງທຶນໃນອຸດສາຫະກໍາແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະ ເກີບ ພ້ອມທັງຊອກຫາຕະຫຼາດໃໝ່, ເຮັດໃຫ້ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງເພີ່ມຂຶ້ນ ລະຫວ່າງ 8-10% ຕໍ່ປີ.

ຂະແໜງອຸດສາຫະກຳ ແລະ ຫັດຖະກໍາປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ. ສະເພາະ ໃນໄລຍະປີ 2016-2020 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງຂະຫຍາຍໂຕສະເລ່ຍຕໍ່ປີ 9,22% (ແຜນການ 12%). ໃນນີ້ ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍໂຕແຮງ ປະກອບມີ: ໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍຕໍ່ປີ 42,38%; ໝວດການຜະລິດເຄື່ອງຄອມພີວເຕີ, ເຄື່ອງເອເລັກໂຕຼນິກ ແລະ ຜະລິດຕະພັນກ່ຽວກັບຮູບພາບແສງສີສຽງ ສະເລ່ຍຕໍ່ປີ 26,04%; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍຕໍ່ປີ 25,31%; ການຜະລິດຢາງ ແລະ ຜະລິດຕະພັນປລາສຕິກ ສະເລ່ຍຕໍ່ປີ 10,47%; ໝວດການຜະລິດເຄື່ອງດື່ມ ສະເລ່ຍຕໍ່ປີ 8,43%; ແລະ ໝວດການຜະລິດສະບຽງອາຫານ ສະເລ່ຍ 6,43% ເປັນຕົ້ນ.

SA Game
ພາບ​: laoedaily.com.la

ສຳລັບ ວຽກຈຸດສຸມສໍາຄັນຂອງແຜນປີ 2021 ທ່ານ ປອ ບົວວັນ ວິລະວົງ ກ່າວວ່າ: ຈະສືບຕໍ່ຈັດຕັ້ງປະຕິບັດບັນດາວຽກທີ່ຍັງຄົງຄ້າງປີ 2020 ເປັນຕົ້ນ ການສ້າງລະບຽບການລຸ່ມກົດໝາຍ, ການປັບປຸງກົນໄກ, ຂັ້ນຂອດ ເພື່ອເອື້ອອຳນວຍ ຄວາມສະດວກໃນການລົງທຶນດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ແລະ ສືບຕໍ່ຍົກລະດັບການຮ່ວມມືກັບສາກົນ.

ເນັ້ນໃສ່ ສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງ ໃຫ້ເຕີບໂຕມີຄຸນນະພາບຕາມທິດສົມດຸນ, ສີຂຽວ ແລະ ຍືນຍົງ ເຮັດໃຫ້ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງເພີ່ມຂຶ້ນ ລະ ຫວ່າງ 8-10% ຕໍ່ປີ, ສົ່ງເສີມເກີດມີໂຮງງານອຸດສາຫະກໍາສີຂຽວ ຢ່າງໜ້ອຍ 2 ໂຮງງານ ຕໍ່ ປີ ແລະ ສົ່ງເສີມການຫຼຸດຜ່ອນອາຍແກ້ວ (Green House Gas Emission) ແລະ ການນໍາໃຊ້ພະລັງງານທົດແທນ ໃນພາກອຸດສາຫະກໍາປຸງແຕ່ງ;

ສົ່ງເສີມ ແລະ ພັດທະນາອຸດສາຫະກໍາ ທີ່ມີທ່າແຮງ ແລະ ອຸດສາຫະກໍາສະໜັບສະໜູນ ໂດຍຫັນປ່ຽນຈາກການເອື່ອຍອີງໃສ່ຂະແໜງຊັບພະຍາກອນທໍາມະຊາດໄປສູ່ຂະແໜງການຜະລິດຜະລິດຕະພັນອຸດສາຫະກຳ ເພື່ອສ້າງ ຄວາມຫຼາກຫຼາຍ ແລະ ປ່ຽນ ແປງໂຄງປະກອບເສດຖະກິດ ຊຶ່ງຈະເນັ້ນໃສ່ ອຸດສາຫະກໍາປຸງແຕ່ງອາຫານ ແລະ ເຄື່ອງດື່ມ ໂດຍການຊຸກຍູ້ສົ່ງເສີມ 13 ມາດຕະການທີ່ກະຊວງກະສິກໍາ-ປ່າໄມ້ວາງອອກ ເພື່ອຊຸກຍູ້ການຜະລິດສະບຽງອາຫານແລະ ສິນຄ້າ. ສ່ວນອຸດສາຫະກໍາແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະ ເກີບ ຈະສືບຕໍ່ຫັນກາລະໂອກາດທີ່ໄດ້ຮັບສິດທິພິເສດດ້ານການຄ້າ ເພື່ອດຶງດູດານລົງທຶນໃນອຸດສາຫະກຳນີ້ ແລະ ຊອກຫາຕະຫຼາດໃໝ່; ດ້ານອຸດສາຫະກໍາວັດສະດຸກໍ່ສ້າງ ຈະເນັ້ນໃສ່ ອຸດສາຫະກຳຊີມັງຂອງລາວ ໃຫ້ມີຄວາມເຂັ້ມແຂງ ແລະ ມີການຂະຫຍາຍຕົວ; ເຕົ້າໂຮມ ແລະ ສ້າງ ຄວາມເຂັ້ມແຂງແກ່ກຸ່ມຜູ້ຜະລິດຊີມັງ; ຍົກລະດັບມາດຕະຖານໂຮງງານ ແລະ ຜະລິດຕະພັນຊີມັງ ໃຫ້ໄດ້ຄຸນນະພາບ ແລະ ໄດ້ຮັບການຢັ້ງຢືນໃນລະດັບທຽບເທົ່າສາກົນ; ອຸດສາຫະກໍາປຸງແຕ່ງຜະລິດຕະພັນຈາກກະສິກໍາ (ທີ່ບໍ່ແມ່ນສະບຽງອາຫານ) ແລະ ປ່າໄມ້ ຈະເນັ້ນໃສ່ການປຸງແຕ່ງຈາກພືດທີ່ເປັນທ່າແຮງ ສາມາດຜະລິດເປັນສິນຄ້າໄດ້ ເປັນຕົ້ນ: ສາລີມາຜະລິດຫົວອາຫານສັດ, ໃບຢາສູບ, ມັນຕົ້ນ, ການຜະລິດປຸ໋ຍຊີວະພາບ (ນໍາໃຊ້ກາກພືດຕ່າງໆຈາກການປຸງແຕ່ງ) ແລະ ອື່ນໆ.

SA Game
ພາບ​: laoedaily.com.la

ສຸ່ມໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍແກ່ຂະແໜງອຸດສາຫະກໍາປຸງແຕ່ງ ໂດຍເນັ້ນໃສ່ການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຊຸກຍູ້ ແລະ ກໍານົດການພັດທະນາພື້ນຖານໂຄງລ່າງທີ່ມີຄວາມຈໍາເປັນໃຫ້ໄປໃນທິດທາງດຽວກັນ ໂດຍເນັ້ນໃສ່ການຈັດສັນ, ກຳນົດ ແລະ ບຸກເບີກສະຖານທີ່ ແລະ ສ້າງພື້ນຖານໂຄງລ່າງທີ່ຈໍາເປັນເພື່ອຮອງຮັບການສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງ ຢ່າງເປັນລະບົບ. ຊຸກຍູ້, ສົ່ງເສີມ ແລະ ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ການພັດທະນາເຂດ ແລະ ນິຄົມອຸດສະຫະກໍາ ທີ່ໄດ້ກໍານົດ ແລະ ເຫັນວ່າມີທ່າແຮງ, ມີຄວາມເໝາະສົມ ແລະ ເປັນໄປໄດ້ ຢູ່ຕາມແລວທາງເສດຖະກິດລາວ-ຈີນ ເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ແຂວງ ວຽງຈັນ ແລະ ຕາມແລວທາງ ອອກ ຕົກ ເໜືອ ໃຕ້ ເປັນຕົ້ນ ແຂວງ ຄຳມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ.

SA Game
ພາບ​: laoedaily.com.la

ການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ: ສຸ່ມໃສ່ສ້າງແຜນນະໂຍບາຍການເຊື່ອມໂຍງການຜະລິດອຸດສາຫະກໍາເຄືອຂ່າຍ ແລະ ອຸດສາຫະກໍາສະໜັບສະໜູນ ກັບພາກພື້ນ ແລະ ສາກົນ; ສົ່ງເສີມການຮ່ວມມືພັດທະນາ ອຸດສາຫະກໍາໃນປະເທດແມ່ນໍ້າຂອງກັບຄູ່ຮ່ວມພັດທະນາ; ການເຊື່ອມໂຍງການຮ່ວມມືລະຫວ່າງ ລາວ-ຈີນ; ຮ່ວມມື ກັບອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເພື່ອການສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງ

ວຽກງານການສົ່ງເສີມ ແລະ ພັດທະນາວຽກງານຫັດຖະກຳ: ສຸ່ມໃສ່ການຊຸກຍູ້ສົ່ງເສີມການສ້າງຕັ້ງກຸ່ມ; ສົ່ງເສີມການຜະລິດ ເພື່ອເປັນເງື່ອນໄຂເອື້ອອຳນວຍຄວາມສະດວກໃນການຂະຫຍາຍຕົວຂອງມູນຄ່າ ການສົ່ງອອກ ສິນຄ້າຫັດຖະກຳ; ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານສົ່ງເສີມ ແລະ ພັດທະນາຫັດຖະກຳ; ສົ່ງເສີມ ແລະ ພັດທະນາ ຜະລິດຕະພັນຫັດຖະກຳ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la