ການ​ກໍ​ສ້າງ​ໂຮງໝໍ​ມະ​ໂຫ​ສົດ​ໄລ​ຍະ​ທີ່ 1 ຄືບ​ໜ້າກວ່າ 80% ແລ້ວ

SA Game

ພາບ: targetlaos.com

ການ​ກໍ​ສ້າງ​ໂຮງໝໍ​ມະ​ໂຫ​ສົດ​ໄລ​ຍະ​ທີ່ 1 ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ກາງ​ປີ 2021.

ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ເປັນໂຄງການຊ່ວຍເຫຼືອຈາກ ສປ ຈີນ ມູນຄ່າການກໍ່ສ້າງ 590 ລ້ານກວ່າຢວນ ຫຼື ປະມານ 751,8 ຕື້ກີບ ແລະ ກຳລັງ​ດຳ​ເນີນ​ການກໍ່​ສ້າງຢູ່, ເຊິງ​ໄດ້​ແບ່ງ​ອອກ​ເປັນ 2 ໄລ​ຍະ. ປະ​ຈຸ​ບັນ​ນີ້ໄລຍະທີ 1 ມີຄວາມຄືບໜ້າ80% ຄາດວ່າຈະສໍາເລັດ 100% ໃນເດືອນ ມັງກອນ ປີ 2021 ແລະ ຈະເລີ່ມລົງມືກໍ່ສ້າງໃນໄລຍະທີ 2 ໃນເດືອນເມສາ ປີ 2021 ແລະ ຄາດວ່າຈະໃຫ້ສຳເລັດທັງໝົດໃນເດືອນມີນາປີ 2022.

ບໍລິສັດ Beijing Uni-Construction Group Co., Ltd ໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອວັນທີ 23 ທັນວາ ຜ່ານມາ ວ່າ:

ໂຄງການກໍ່ສ້າງໂຮງໝໍມະໂຫສົດ ມີເນື້ອທີ່ທັງໝົດ 30.300 ຕາແມັດ. ໂຄງການດັ່ງກ່າວນີ້ເປັນໂຄງການທີ່ມີຄວາມໝາຍສໍາຄັນຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຈີນ ແລະ ປະຊາຊົນລາວ.

ເຊິ່ງເປັນໂຄງການທີ່ຜູ້ນຳຂອງສອງປະເທດ ຮ່ວມວາງສີລາລືກ ໃນວັນທີ 14 ພະຈິກ 2017 ແລະ ເປັນໂຮງໝໍທີ່ມີຂະໜາດໃຫຍ່ທີ່ສຸດ, ມີ 600 ຕຽງນອນ, ໂດຍຈະຕິດຕັ້ງລະບົບທັນສະໄໝຄົບຊຸດ ບໍ່ວ່າຈະເປັນໄຟຟ້າ, ນ້ຳປະປາ ຕະຫຼອດຮອດລະບົບຄວບຄຸມອື່ນໆ ລ້ວນແຕ່ເປັນລະບົບທັນສະໄໝ.

SA Game
ພາບ: targetlaos.com

ໂຄງການກໍ່ສ້າງດັ່ງກ່າວນີ້​ແບ່ງອອກເປັນ 2 ໄລຍະ ຄື:

ໄລຍະທີ່ 1 ແມ່ນພາກສ່ວນໃຕ້ດິນເປັນບ່ອນຈອດລົດ, ຕຶກນອນຄົນເຈັບເປັນອາຄານ 8 ຊັ້ນ, ຕຶກຊຶມເຊື້ອ 6 ຊັ້ນ ທີ່ມີການສ້າງເພື່ອຮອງຮັບການລົງຈອດຂອງເຮລີຄ໊ອບເຕີ ທີ່ສາມາດຮອງຮັບນ້ຳ ໜັກ 6 ໂຕນ.

ໄລຍະທີ່ 2 ແມ່ນພາກສ່ວນໃຕ້ດິນທີ່ຍັງເຫຼືອ, ຕຶກບໍລິຫານ ແລະ ວິຊາການ, ຕຶກເຕັກນິກການແພດ. ສ່ວນຕຶກສຸກເສີນ ແລະ ຕຶກແມ່ ແລະ ເດັກ ແມ່ນຮັກສາໄວ້ຄືເກົ່າ, ເມື່ອກໍ່ສ້າງສໍາເລັດແລ້ວ ຈະກາຍເປັນໂຮງໝໍໃຫຍ່ທີ່ສຸດ, ມີເຄື່ອງຈັກ-ອຸປະກອນຄົບຊຸດ ແລະ ທັນສະໄໝທີ່ສຸດ ແລະ ມີມາດຕະຖານສູງທີ່ສຸດ ໃນ ສປປ ລາວ, ພ້ອມທັງເປັນສູນກາງການຝຶກອົບຮົມ ແລະ ຄົ້ນຄວ້າວິທະຍາສາດການແພດທີ່ສໍາຄັນທີ່ສຸດຂອງ ສປປ ລາວ.

ໃນໄລຍະດຳເນີນການກໍ່ສ້າງ ຕ້ອງຮັບປະກັນໃຫ້ໂຮງໝໍດໍາເນີນການບໍລິການຄົນເຈັບເປັນປົກກະຕິ ເຊິ່ງເປັນການກໍ່ສ້າງຢູ່ໃນອາຄານສະຖານທີ່ເກົ່າ ຕ້ອງທຸບມ້າງອາຄານເກົ່າອອກ ແລ້ວຈຶ່ງສ້າງຕຶກໃໝ່, ແຕ່ເວລາການກໍ່ສ້າງມີແຕ່ 36 ເດືອນ, ເມື່ອໄລຍະທີ່ 1 ສໍາເລັດແລ້ວ ແມ່ນຈະເຄື່ອນຍ້າຍການບໍລິການ ແລະ ຄົນເຈັບມາເຂົ້ານໍາໃຊ້ຢູ່ຕຶກໃໝ່ ແລ້ວຈຶ່ງດໍາເນີນການກໍ່ສ້າງໄລຍະທີ່ 2 ໄດ້; ຂໍ້ຫຍຸ້ງຍາກຂອງການກໍ່ສ້າງແມ່ນຂຸດຂຸມໃນລະດູຝົນແມ່ນບໍ່ໄດ້, ດ້ານທີ່ຕັ້ງໂຄງການ ກໍໃກ້ກັນກັບຫໍປະທານປະເທດ, ສະຖານທູດ ຝຣັ່ງ.

ດັ່ງນັ້ນ, ໃນເວລາການກໍ່ສ້າງຕ້ອງຫຼຸດຜ່ອນສຽງ ແລະ ການກຳຈັດຂີ້ຝຸ່ນ ພ້ອມທັງຮັກສາຄວາມສະອາດຖະໜົນອ້ອມຂ້າງ, ພື້ນທີ່ຂອງໂຄງການແມ່ນແຄບ ບໍ່ສະດວກຕໍ່ການຈັດວາງອຸປະກອນ ແລະ ວັດສະດຸການກໍ່ສ້າງ.

SA Game
ພາບ: targetlaos.com

ອີກດ້ານໜຶ່ງ, ຜົນກະທົບຈາກການລະບາດພະຍາດໂຄວິດ-19 ເຮັດໃຫ້ວິຊາການ, ວັດຖຸດິບ ແລະ ວັດສະດຸກໍ່ສ້າງບໍ່ສາມາດນຳເຂົ້າມາບໍ່ໄດ້ໃນໄລຍະໜຶ່ງ, ເຮັດໃຫ້ວຽກກໍ່ສ້າງຂອງໄລຍະທີ 1 ໄດ້ເລື່ອນເວລາອອກເປັນຫຼາຍມື້ ເຮັດໃຫ້ບໍ່ທັນເວລາທີ່ກຳນົດໄວ້.

ແຕ່ເຖິງແນວໃດກໍຕາມກຸ່ມເຕັກນິກການກໍ່ສ້າງກໍາລັງຈັດວິສາວະກອນ ແລະ ວັດຖຸດິບເຂົ້າພາກສະໜາມ, ເພື່ອຍາດເວລາເຮັດໃຫ້ໂຄງການສໍາເລັດ ແລະ ເປີດໃຊ້ບໍລິການ ຊຶ່ງປັດຈຸບັນ ການກໍ່ສ້າງໃນໄລຍະທີ 1 ໄດ້ສໍາເລັດແລ້ວ 80% ຄາດວ່າຈະສໍາເລັດ 100% ໃນເດືອນກຸມພາ ປີ 2021, ຫຼັງຈາກນັ້ນຈະເລີ່ມລົງມືກໍ່ສ້າງໃນໄລຍະທີ 2 ໃນເດືອນເມສາ ປີ 2021 ແລະ ຄາດວ່າ ຈະໃຫ້ສຳເລັດທັງໝົດໃນເດືອນມີນາປີ 2022.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: targetlaos.com.