ພິ​ທີເຊັນສັນຍາໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ

SA Game

ພາບ:  ມີເດຍ ລາວ

ສ​ປ​ປ ລາວ ຈະສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ​ເພີ່ມ​ອີກ​ແຫ່ງ.

ດັ່ງ​ທີ່​ຮູ້​ກັນ​ດີ​ແລ້ວ​ວ່າ ສ​ປ​ປ ລາວ ຕັ້ງ​ເປົ້າ​ເປັນ​ແບັດ​ເຕີ​ລີ ແຫ່ງ​ອາ​ຊຽນ ແລະ ກໍ​ໄດ້​ມີ​ການ​ພັດ​ທະ​ນາ​ກັນ​ມາ​ເລື້ອຍໆ​ຈົນ​ໄຟ​ຟ້າ​ລາວ​ດຽວ​ນີ້​ສາ​ມາ​ສົ່ງ​ອອກ​ຂາຍ​ຕ່າງ​ປະ​ເທດ​ໄດ້​ຈຳ​ນວນ​ຫລວງ​ຫລາຍ ແລະ ກໍ​ຍັງ​ສືບ​ຕໍ​ພັດ​ທະ​ນາ​ຕໍ່​ໄປ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້.

ອາທິດແລ້ວ​ນີ້ ໄດ້ມີພິທີເຊັນສັນຍາເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ຢູ່ບ້ານນາຫີນບູນ, ເມືອງທ່າໂທມ ແຂວງໄຊສົມບູນ ລະຫວ່າງ ອົງການປົກຄອງແຂວງ ຕ່າງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ.

SA Game
ພາບ:  ມີເດຍ ລາວ

ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ, ມີປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ, ເຈົ້າເມືອງທ່າໂທມ, ມີບັນດາພະແນກການ, ແຂກຖືກເຊີນ ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ສົມລິດ ສຸພັດດີ ຮອງຫົວໜ້າພະແນກແຜນການ ແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ເຊັນສັນຍາສຳປະທານເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ຈຸດປະສົງຂອງສັນຍານີ້ ແມ່ນການຕົກລົງເຫັນດີໃຫ້ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈຳກັດຜູ້ດຽວ ຊຶ່ງເປັນບໍລິສັດເອກະຊົນ 100% ເພີ່ມກຳລັງຕິດຕັ້ງຕື່ມອີກ 6 ເມັກກາວັດ, ມີມູນຄ່າລົງທຶນທັງໝົດ 2.575.000 ໂດລາສະຫະລັດ ສຳລັບສັນຍາສະບັບນີ້ ແມ່ນເປັນສ່ວນໜຶ່ງຂອງສັນຍາສະບັບເລກທີ 1195/ພຜທ.ຊບ, ລົງວັນທີ 14 ພະຈິກ 2020 ສ່ວນພັນຕ່າງໆ ໃນການປະຕິບັດນຳກັນລະຫວ່າງ 2 ຝ່າຍ ແມ່ນປະຕິບັດຕາມສັນຍາສໍາປະທານ ທີ່ໄດ້ເຊັນສັນຍາກັນໃນເບື້ອງຕົ້ນ.

ໃນໂອກາດນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ໄດ້ມີຄຳເຫັນຕໍ່ພິທີ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກຸ່ມບໍລິສັດ ພົງສັບທະວີ ຈຳກັດຜູ້ດຽວ ທີ່ໄດ້ມາລົງທຶນພັດທະນາ ແຂວງໄຊສົມບູນ ພ້ອມນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ຈົ່ງເອົາໃຈໃສ່ຕິດຕາມກວດກາ ບັນດາຂົງເຂດວຽກງານຂອງໂຄງ ການ ເພື່ອຮັບປະກັນໃຫ້ແກ່ການດຳເນີນໂຄງການມີຜົນສຳເລັດຕາມແຜນການທີ່ວາງໄວ້.

ຈາກນັ້ນ ທັງ 2 ຝ່າຍ ກໍໄດ້ລົງນາມເຊັນບົດບັນທຶກເຊັນບົດບັນທຶກຮ່ວມກັນ ຕາງໜ້າອົງການປົກຄອງແຂວງໂດຍ ທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ບຸນທຽມ ໄຊສົງຄາມ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ, ເຈົ້າເມືອງໆທ່າໂທມ ແລະ ຝ່າຍບໍລິສັດ ທ່ານ ສົມລັດ ເມກອາກາດ ໂດຍຊ່ອງໜ້າການນຳແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພີຍານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ:  ມີເດຍ ລາວ