ອະທິບາຍພາສາລາວຄວາມໝາຍຂອງຄໍາວ່າ: ຈອງ ແລະ ຈ່ອງ

SA Game

DooDiDo

ຄໍາວ່າ: ຈອງ ແລະ ຈ່ອງ ມີຄວາມໝາຍແນວໃດໃນ​ພາ​ສາ​ລາວ?

ໃນ​ພາ​ສາ​ລາວການ​ໃຊ້​ວັນ​ນະ​ຍຸດ​ກັບ​ຄຳ​ຕ່າງໆ​ສ່ວນ​ຫລາຍ​ຈະ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ​ດັ່ງ​ກ່າວ​ປ່ຽນ​ໄປ ອາດ​ຈະ​ຫລາຍ​ ຫລື​ ນ້ອຍແລ້ວ​ແຕ່​ຄຳ​ສັບ​ນັ້ນໆ​ເຊິງ​ໃນ​ນັ້ນ​ອາດ​ຈະ​ຂື້ນ​ກັບ​ຕົວ​ອັກ​ສອນ​ແດ່​ເພາະ​ອັກ​ສອນ​ບາງ​ຕົວ​ກໍ​ບໍ່​ສາ​ມາດ​ປ່ຽນ​ສຽງ​ໄດ້​ຈາກ​ການ​ໃສ່​ວັນ​ນະ​ຍຸດ​ໃຫ້​ມັນ.

ບົດ​ນີ້​ຈະ​ຍົກ​ເອົາ​ຄຳ​ວ່າ ຈອງ ແລະ ຈ່ອງ ມາ​ອະ​ທິ​ບາຍ, ເຊິງ​ສອງ​ຄຳ​ນີ້ອ່ານ​ອອກ​ສຽງ​ທີ່​ໃກ້​ຄຽງ​ກັນແຕ່ວັນນະຍຸດຕ່າງກັນ ແຕ່ຄົນຕ່າງຊາດກໍ່ຍັງຈຳແນກສຽງອອກຍາກຢູ່ດີ ເພາະພາສາ ສາກົນບໍ່ມີວັນນະຍຸດສ່ວນຫຼາຍຈະອ່ານອອກສຽງກາງທີ່ບໍ່ມີສຽງ ເອກ-ໂທ ຄືພາສາລາວ ກັບ ພາສາໄທ. ແຕ່ໃນນີ້ຈະຕ້ອງເນັ້ນໜັກໃນການອອກສຽງ ຄໍາວ່າ: ຈອງ ແລະ ຈ່ອງ ມັນມີຄວາມໝາຍໄປຄົນລະຢ່າງກັນ ແລະ ແຕ່ລະຄໍາກໍ່ມີຄວາມໝາຍໄປອີກຫຼາຍຢ່າງ.

SA Game
DooDiDo

ຄໍາວ່າ ຈອງ.

  1. ເປັນຊື່ຂອງອຸປະກອນເອົາໄວ້ສຳລັບເຄື່ອງໃຊ້ໃນຄົວ ເພື່ອໃຊ້ຕັກ,ຄົນ ຂອງກິນໃນເວລາຄົວກິນ ຫຼືຕັກໃສ່ຖ້ວຍ ໃສ່ຈານເພື່ອເອົາມາກິນມີລັກສະນະຄ້າຍຄືຊ້ວານແຕ່ມີຂະໜາດນ້ອຍກວ່າຊ້ວານແຕ່ໃຫຍ່ກວ່າບ່ວງ ແລະ ຈະມີດ້າມຈັບທີ່ເປັນໄມ້ ຫຼື ຢາງທີ່ກັນຕໍ່ຄວາມຮ້ອນໄດ້ເວລາເຮົາຈັບ.
  2. ໝາຍເຖິງການໝັ້ນໝາຍ,ການຈັບຈອງໄວ້,ຈ້ອງມອງໄວ້ກ່ອນ,ໝາຍໄວ້ໃນໃຈ,ຫວງແຫນໄວ້, ມັດຈຳ… ແຕ່ຍັງບໍ່ທັນໄດ້ເປັນກໍາມະສິດເຕັມຮ້ອຍ. ເຊິ່ງມີຄວາມໝາຍວ່າຖືກໃຈແລ້ວຈອງໄວ້, ອີກຢ່າງມີຄວາມໝາຍວ່າ ໃສ່ໂສ້ ຫຼື ຄາໄວ້, ໃສ່ໄວ້ໃນຂຸມຂັງ

ຕົວຢ່າງ:

ສາວຜູ້ນີ້ຂ້ອຍຂໍຈອງເດີ, ທີ່ດິນຕອນນີ້ຂ້ອຍຈັບຈອງມາກ່ອນແລ້ວ.

ເຮືອນຫຼັງນີ້ຂ້ອຍຈອງມັດຈໍາໄວ້ກ່ອນ ແຕ່ຈ່າຍເງິນບໍ່ທັນໝົດ.

ຄຳ​ວ່າ ຈ່ອງ.

ມີ​ຄວາມ​ໝາຍ​ຄື ແຂວນ, ເກາະ, ດຶງ, ທ່ວງດຶງ ມີສອງສົ້ນດຶງກັນໄວ້ດ້ວຍເສັ້ນເຊືອກ, ໜ່ຽວດຶງ, ກີດກັ້ນເຮັດໃຫ້ມີຄວາມເຄັ່ງຕຶງ…

ຕົວຢ່າງ:

ຈ່ອງອະນາຄົດ ໝາຍເຖິງເຮັດໃຫ້ອະນາຄົດຕົກຕໍ່າລົງກວ່າທີ່ຈະພັດທະນາໄປໄກກວ່ານີ້,.

ເມື່ຶອມັດເຊືອກຜູກໄວ້ສອງສົ້ນໃຫ້ເຄັ່ງແລ້ວດຶງເຄິ່ງກາງໃຫ້ກ່ອງລົງເອີ້ນວ່າການຈ່ອງ…

ສະ​ຫລຸບ.

ຈອງ ແລະ ຈ່ອງ ມີ​ຄວາມ​ໝາຍ​ຕ່າງ​ກັນ ແຕ່​ອອກ​ສຽງ​ຄ້າຍ​ຄື​ກັນ ຈອງ ມີ​ຄວາມ​ໝາຍ​ວ່າການໝັ້ນໝາຍ, ການຈັບຈອງໄວ້, ຈ້ອງມອງໄວ້ກ່ອນ. ສ່ວນ​ຄຳ​ວ່າ ຈ່ອງ ມີ​ຄວາມ​ໝາຍ​ຄື ແຂວນ, ເກາະ, ດຶງ, ທ່ວງດຶງ .

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo