ການນຳໃຊ້ ຮັກ ແລະ ມັກ ຄືກັນ ແລະ ຕ່າງກັນແນວໃດ?

SA Game

DooDiDo

ຄໍາວ່າ ຮັກ ແລະ ມັກ ນຳ​ໃຊ້​ຈັງ​ໃດ​ໃຫ້​ຖືກ​ຕ້ອງໃນ​ພາ​ສາ​ລາວ​?

ການ​ຊືນ​ຊອບ ຫລື​ ການ​ມັກ ການ​​ຮັກ ເປັນ​ຄວາມ​ໝາຍ​ທີ່​ໃກ້​ຄຽງ​ກັນ ແຕ່​ກໍ​ແຕກ​ຕ່າງ​ກັນ​ບໍ​ໄດ້​ຄື​ກັນ​ຮ້ອຍ​ເປີ​ເຊັນ​ແຕ່​ບາງ​ເທືອ​ການ​ເວົ້າ​ເຖິງວັດ​ຖຸ​ສິງ​ຂອງ​ ຫລື ການ​ກະ​ທຳ ບາງ​ໂຕ​ກໍ​ອາດ​ຈະ​ໃຊ້​ທົດ​ແທນ​ກັນ​ໄດ້​ຢູ່​ແຕ່​ຖ້າ​ຈະ​ໃຫ້​ເນັ້ນ​ໜັກ​ຄວາມ​ໝາຍ​ແລ້ວ​ຈະ​ຕ້ອງ​ສືກ​ສາ​ໃຫ້​ລະ​ອຽດກ່ອນ.

ໃນພາສາລາວໃນ​ບົດ​ນີ້​ເຮົາ​ຈະ​ມາ​ແຍກ​ຄວາມ​ໝາຍ​ຂອງຄຳ​ວ່າ​ຮັກ ແລະ ມັກ ເພື່ອ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ມັນ ແລະ ຕົວ​ຢ່າງ​ການ​ໃຊ້​ຄວາມ​ໝາຍ​ຂອງ​ສອງ​ຄຳ​ນີ້​ຄວນ​ຈະ​ນຳ​ໃຊ້​ແບບ​ໃດ​ແທ້​ເຊິງ​ ​ບາງສ່ວນໄດ້​ອິງ​ຕາມວັດຈະນານຸກົມພາສາລາວ ແລະ ຄວາມ​ເຫັນ​ສ່ວນ​ຕົວມາເພື່ອອະທິບາຍ ແລະ ທໍາຄວາມເຂົ້າໃຈຢ່າງເລິກເຊິ່ງ.

SA Game
DooDiDo

 ຄຳ​ວ່າ​ຮັກ

ມີ​ຄວາມ​ໝາຍ​ວ່າ​ຫວງ​ໄຍ​ຜູກ​ພັນ, ມັກ​ເປັນ​ພິ​ເສດ, ເປັນ​ຄວາມ​ມັກ​ໃນ​ສະ​ເໜ່​ຫາ, ຫວງ​ແຫນ​ຢາກ​ປົກ​ປ້ອງ ແລະ ໃນ​ຄຳ​ນາມ ຍັງ​ມີ​ຄວາມ​ໝາຍ​ຄື​ເປັນ​ຕົ້ນ​ດອກ​ໄມ​ຊະ​ນິດ​ໜຶ່ງ.

ຕົວ​ຢ່າງ.

  • ພໍ່ຂອງຂ້ອຍຮັກຂ້ອຍຫຼາຍທີ່ສຸດ
  • ຂ້ອຍມີຄົນຮັກແລ້ວ
  • ເຂົາເຈົ້າຮັກກັນມາແຕ່ດົນແລ້ວ
  • ອ້າຍ​ຂ້ອຍ​ຮັກ​ໃນ​ການ​ເຕະ​ບານ.

ຄຳ​ວ່າ ມັກ.

ມັກ ມີ​ຄວາມ​ໝາຍ​ວ່າ ພໍ​ໃຈ, ນິ​ຍົມ, ເປັນຄຳທີ່ໃຊ້ບອກໃຫ້ຮູ້ວ່າເຮົາມັກສິ່ງໃດ, ຖືກ​ໃຈ, ຖືກ​ກັນ​, …

ຕົວ­ຢ່າງ:

  • ຂ້ອຍມັກກິນຕຳສົ້ມ
  • ຂ້ອຍມັກທ່ອງທ່ຽວຕາມປ່າດົງ
  • ຂ້ອຍມັກແຕ່ງກິນ.
  • ອ້າຍ​ຂ້ອຍ​ມັກ​ເບິງ​ເຕະ​ບານ​ພ​ຣີ​ເມຍ​ລີກ​ອັງ​ກິດ.
  • ຂ້ອຍ​ມັກ​ຫລິ້ນ​ກີ​ຕ້າ​ເວ​ລາ​ຫວ່າງ.

ສະຫຼຸບ.

ໃນພາສາລາວຄຳ​ວ່າ​ຮັກ ແລະ ມັກ ມີ​ຄວາມ​ໝາຍ​ຄ້າຍ​ຄື​ກັນ ແລະ ຮັກ ມີ​ຄວາມ​ໝາຍ​ວ່າ​ຫວງ​ໄຍ​ຜູກ​ພັນ, ມັກ​ເປັນ​ພິ​ເສດ ມັກ ມີ​ຄວາມ​ໝາຍ​ວ່າ ພໍ​ໃຈ, ນິ​ຍົມ, ເປັນຄຳທີ່ໃຊ້ບອກໃຫ້ຮູ້ວ່າເຮົາມັກສິ່ງໃດ, ຖືກ​ໃຈ, ຖືກ​ກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo