ຄໍາວ່າ: ເຂັມ ແລະ ເຂັ້ມ ແຕ່ລະຄໍາມີຄວາມໝາຍແນວໃດ ?

SA Game

DooDiDo

ມາຮູ້ຈັກກັບຄໍາວ່າ: ເຂັມ ແລະ ເຂັ້ມ ແຕ່ລະຄໍາມີຄວາມໝາຍແນວໃດ ?

ໃນ​ພາ​ສາ​ລາວການ​ໃຊ້​ວັນ​ນະ​ຍຸດ​ກັບ​ຄຳ​ຕ່າງໆ​ສ່ວນ​ຫລາຍ​ຈະ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ​ດັ່ງ​ກ່າວ​ປ່ຽນ​ໄປ ອາດ​ຈະ​ຫລາຍ​ ຫລື​ ນ້ອຍແລ້ວ​ແຕ່​ຄຳ​ສັບ​ນັ້ນໆ​ເຊິງ​ໃນ​ນັ້ນ​ອາດ​ຈະ​ຂື້ນ​ກັບ​ຕົວ​ອັກ​ສອນ​ແດ່​ເພາະ​ອັກ​ສອນ​ບາງ​ຕົວ​ກໍ​ບໍ່​ສາ​ມາດ​ປ່ຽນ​ສຽງ​ໄດ້​ຈາກ​ການ​ໃສ່​ວັນ​ນະ​ຍຸດ​ໃຫ້​ມັນ.

ເຂັມ ແລະ ເຂັ້ມ ກໍ່ເຊັ່ນດຽວກັນກັບຄໍາອື່ນໆ ທີ່ໃຊ້ພະຍັນຊະນະ ແລະ ສະຫຼະຕົວດຽວກັນຕ່າງແຕ່ວັນນະຍຸດ ຄວາມໝາຍຂອງຄໍາວ່າ ເຂັມ ແລະ ເຂັ້ມອາດຈະມີຄວາມໝາຍດຽວກັບພາສາໄທ ເພາະພາສາໄທ ແລະ ລາວ ມີຕົ້ນກໍາເນີດມາຈາກບ່ອນດຽວກັນ ແຕ່ບາງຄໍາກໍ່ອາດຈະບໍ່ໄດ້ແປຊໍ້າ ເພາະຄໍາເວົ້າ ແລະ ຄວາມໝາຍຕົງກັນ.

SA Game
DooDiDo

ຄຳ​ວ່າ ເຂັມ.

ເປັນຄໍານາມ : 1. ໝາຍເຖິງ ເສັ້ນເຫຼັກຂະໜາດນ້ອຍໆ ຫຼື ໂລຫະທີ່ມີປາຍແຫຼມຄົມ ເອົາໄວ້ໃຊ້ປະໂຫຍດໃນຫຼາຍດ້ານເຊັ່ນ: ໃຊ້ບົ່ງໜາມ,ໃຊ້ແສ່ວ, ໃຊ້ຫຍິບເຄື່ອງຂອງຕ່າງໆທີ່ຫຍິບໄດ້ ຖ້າເຄື່ອງນ້ອຍ ເຊັ່ນ: ໂສ້ງ, ເສີ້ອ ຫຼື ເຄື່ອງນຸ່ງຫົ່ມກໍ່ໃຊ້ເຂັມນ້ອຍ ມີຂະໜາດຕາມຄວາມເໝາະສົມ ເຄື່ອງຂອງໃຫຍ່ກໍ່ໃຊ້ເຂັມໃຫຍ່ເຊັ່ນ: ຫຍິບເບາະລົດ, ຫຍິບເກີບ… ນອກຈາກນີ້ເຂັມຍັງເປັນອຸປະກອນ ຫຼື ອາໄຫຼ່ຂອງເຄື່ອງວັດແທກຈໍານວນໜຶ່ງເຊັ່ນ: ເຂັມໂມງໄວ້ຊີ້ບອກເວລາ, ເຂັມທິດ ໃຊ້ບອກທິດ…

ນອກຈາກນີ້ຍັງມີເຂັມອີກຫຼາຍໆຊະນິດເຊັ່ນ ເຂັມສັກຢາ ຫລື ພາສາໄທເອີ້ນວ່າ ເຂັມສີດຢາ, ເສົາເຂັມ ໃນວົງການກໍ່ສ້າງຕ່າງໆເຊັ່ນ ການສ້າງຕືກອາຄານຕ່າງໆກໍ່ຕ້ອງໄດ້ຕອກເສົາເຂັມເພື່ອຮັບນ້ຳໜັກ ແລະ ເຮັດໃຫ້ມີຄວາມແຂງແກ່ນພຽງພໍສຳລັບການນຳໃຊ້ຕໍ່ໄປອີກຫລາຍປີ.

ເຂັມມີ 2 ປະເພດຄື: ເຂັມຈັກ ທີ່ໃຊ້ໃນເຄື່ອງຈັກ ແລະ ເຂັມມື ໃຊ້ມືຫຍິບ ຫລື ເອີ້ນວ່າງານສີມືຕ່າງໆທີ່ໃຊ້ຄົນເປັນຜູ້ເຮັດເອງ.

  1. ເປັນຊື່ຂອງຕົ້້ນໄມ້ປະດັບ ຫຼື ຕົ້ນດອກໄມ້ເອີ້ນວ່າ: ດອກເຂັມ ເຊິ່ງເປັນຕົ້ນທີ່ເປັນພຸ່ມ ຕົ້ນຕໍ່າ ດອກເປັນປຸ້ມ ກ້ານດອກແລບຄືດວງເຂັມ ໃບນ້ອຍຍາວ ມີ 2 ແນວຄື: ຊະນິດດອກຂາວ ແລະ ຊະນິດດອກແດງ. ເຂັມຂັດໃຊ້ໄວ້ຂັດຜ້າແພ,ຂັດເຈ້ຍ…

ຄຳ​ວ່າ ເຂັ້ມ.

ແມ່ນຄໍາກໍາມະວິເສດ: ແມ່ນຄຳທີ່ບົ່ງບອກເຖິງສິ່ງທີ່ມີຫລາຍໃນສິ່ງໃດສິ່ງໜຶງ, ຕົວຢ່າງ ເວົ້າເຖິງຈຳພວກສີ ການມີ ສີໃດຫນຶ່ງນອກຈາກສີຂາວ ຫລາຍໂພດ, ຈຳພວກທາດຕ່າງໆ ແລະ ອື່ນໆ ຫລື ເນັ້ນໜັກລົງໄປໃນຄວາມໝາຍຂອງສິ່ງນັ້ນໆ ເຊັ່ນ: ສີແດງເຂັ້ມ (ສີທີ່ມີສີແດງຫລາຍຈົນເຂັ້ມ), ສີແດງຊໍ້າ, ຄວາມເຂັ້ມຂຸ້ນສູງ (ເວົ້າເລື່ອງທາດລະລາຍ), ຄວາມເຂັ້ມແຂງ ແລະ ອື່ນໆ.

ສະຫລຸບ.

ເຂັມ ແມ່ນອຸປະກອນທີ່ສ່ວນຫລາຍເຮັດດ້ວຍໂລຫະ ມີປາຍແຫລມ ເອົາໄວ້ ປັກ ຫລື ຫຍິບ, ເຂັ້ມ ແມ່ນຄຳທີ່ບົ່ງບອກເຖິງສິ່ງທີ່ມີຫລາຍໃນສິ່ງໃດສິ່ງໜຶງ ຫລື ການມີ ສີໃດຫນຶ່ງນອກຈາກສີຂາວ ຫລາຍໂພດ.

ນີ້ຄືຄວາມໝາຍບາງສ່ວນຂອງຄໍາວ່າ ເຂັມ ແລະ ເຂັ້ມ, ອາດຈະຍັງບໍ່ຄົບຮ້ອຍເປີເຊັນແຕ່ສຳນີ້ກໍ່ໜ້າຈະເຮັດໃຫ້ເຮົາເຂົ້າໃຈຄວາມໝາຍຂອງສອງຄຳນີ້ຫລາຍຂື້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo