ອະທິບາຍຄວາມໝາຍຂອງຄຳວ່າ ຂາ ແລະ ຂ່າ ໃນພາສາລາວ

SA Game

DooDiDo

ຄໍາວ່າ ຂາ ແລະ ຂ່າ ແຕ່ລະຄໍາມີຄວາມໝາຍແນວໃດ?

ໃນ​ພາ​ສາ​ລາວການ​ໃຊ້​ວັນ​ນະ​ຍຸດ​ກັບ​ຄຳ​ຕ່າງໆ​ສ່ວນ​ຫລາຍ​ຈະ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ​ດັ່ງ​ກ່າວ​ປ່ຽນ​ໄປ ອາດ​ຈະ​ຫລາຍ​ ຫລື​ ນ້ອຍແລ້ວ​ແຕ່​ຄຳ​ສັບ​ນັ້ນໆ​ເຊິງ​ໃນ​ນັ້ນ​ອາດ​ຈະ​ຂື້ນ​ກັບ​ຕົວ​ອັກ​ສອນ​ແດ່​ເພາະ​ອັກ​ສອນ​ບາງ​ຕົວ​ກໍ​ບໍ່​ສາ​ມາດ​ປ່ຽນ​ສຽງ​ໄດ້​ຈາກ​ການ​ໃສ່​ວັນ​ນະ​ຍຸດ​ໃຫ້​ມັນ.

ບົດ​ນີ້​ຈະ​ຍົກ​ເອົາ​ຄຳ​ວ່າ ຂາ ແລະ ຂ່າ ມາ​ອະ​ທິ​ບາຍ, ຄໍາທັງສອງຄໍານີ້ຕ່າງກໍ່ມີຄວາມໝາຍແຕກຕ່າງກັນ ແຕ່ການອອກສຽງມີຄວາມໃກ້ຄຽງກັນ ເພາະໃຊ້ພະຍັນຊະນະ ແລະ ສະຫຼະຕົວດຽວກັນຕ່າງແຕ່ວັນນະຍຸດ. ສະນັ້ນ, ໃນການອອກສຽງຕ້ອງຟັງຢ່າງລະອຽດວ່າພາສາລາວແຕ່ລະວັນນະຍຸດອ່ານອອກສຽງຢ່າງໃດ ໂດຍສະເພາະແມ່ນຊາວຕ່າງຊາດ ແລະ ການອອກສຽງສ່ວນໃຫຍ່ຈະອອກສຽງກາງ ບໍ່ມີສຽງ ເອກ-ໂທ.

SA Game
DooDiDo

ຄຳ​ວ່າ ຂາ.

  1. ເປັນຄໍານາມ ໝາຍເຖິງ ເປັນອະໄວຍະວະສ່ວນລຸ່ມຂອງຄົນ,ສັດ ເຊິ່ງໃຊ້ເປັນສິ່ງຄໍ້າຊູຮ່າງກາຍ ຫຼື ອະໄວຍະວະສ່ວນເທິງ ເຊິ່ງທໍາໜ້າທີ່ສໍາລັບການເຄື່ອນໄຫວໄປມາໄດ້ ມີລັກສະນະເປັນກົນຈັກຢ່າງໜຶ່ງທີ່ເອົາໄວ້ເຄື່ອນທີ່ເພື່ອການດໍາລົງຊີວິດ ເຮັດໃຫ້ມີຄວາມສະດວກສະບາຍ ເວົ້າແບບງ່າຍໆ ເອົາໄວ້ຍ່າງ ຫຼື ແລ່ນ.
  2. ຂາວັດຖຸສິ່ງຂອງ ເຊັ່ນ: ຂາໂຕະ,ຂາຕັ່ງ,ຂາຕຽງ ກໍ່ແມ່ນວັດຖຸທີ່ຢູ່ທາງລຸ່ມເອົາໄວ້ຄໍ້າສ່ວນເທິງລັກສະນະເປັນເສົາ ຫຼື ຫຼັກຄໍ້າສ່ວນເທິງເພື່ອໃຫ້ສ່ວນເທິງມີຄວາມທ່ຽງ ບໍ່ອຽງບໍ່ລົ້ມສະດວກໃນການໃຊ້ງານຕາມວັດຖຸປະສົງຂອງຄົນເຮົາ.
  3. ເປັນຄໍານາມ ເຊັ່ນ: ຄັ້ງຄາວ,ຖ້ຽວ, ເທື່ອເວລາ(ຂາໄປ,ຂາກັບ,ຂາຂຶ້ນ,ຂາລ່ອງ…) ບາງເທື່ອຍັງເວົ້າວ່າ
    ຂາໄພ້ ໝາຍເຖິງແຕ່ລະຄົນຫຼິ້ນໄພ້ 1 ຄົນຄື 1 ຂາ ມີ 3 ຄົນຫຼິ້ນກໍ່ເອີ້ນ 3 ຂາ ອາດຈະມີຄວາມໝາຍແບບສາຂາ…
  4. ເປັນຄໍານາມ ໝາຍເຖິງ ເຄື່ອງມືຫາປາ ສານດ້ວຍຕອກ ແລ້ວເອົາຟົດໄມ້ໃສ່ໃຫ້ເຕັມແລ້ວເອົາໄປແຊ່ນໍ້າເພື່ອໃຫ້ປາເຂົ້າມາຊົ້ນຢູ່.

ຕົວ​ຢ່າງ:

  • ໝູ່​ຂ້ອຍ​ລະ​ເປັນ​ທະ​ຫານ​ໄປ​ແນວ​ໜ້າກັບ​ມາ​ເສຍ​ຂາ​ໄປ​ເບື້ອງ​ໜຶ່ງ.
  • ງົວ​ເກີດ​ລູກ​ມີ 4 ຂາ.

ຄຳ​ວ່າ ຂ່າ.

ເປັນຄໍານາມ ແມ່ນຊື່ຂອງພືດຊະນິດໜຶ່ງ ເຊິ່ງຄົນລາວເຮົາເອີ້ນວ່າ ຂ່າ ເປັນພືດທີ່ຄົນເຮົາໃຊ້ເປັນເຄື່ອງປຸງອາຫານ ຫຼື ສາມາດກິນໄດ້ທັງຕົ້ນອ່ອນ ເອີ້ນວ່າຍອດຂ່າ ແລະ ສາມາດກິນໄດ້ທັງດອກພ້ອມ ເປັນພືດທີ່ຄົນລາວນິຍົມກິນ ແລະນິ ຍົມກັນປູກໄວ້ຕາມເດີ່ນບ້ານເຮືອນຊານ ຮົ້ວສວນ ນັບວ່າເປັນພືດເສດຖະກິດຢ່າງໜຶ່ງທີ່ມີຂາຍທົ່ວໄປຕາມທ້ອງຕະຫຼາດ ຫົວຂ່າ ເປັນຄ້າຍຄືຫົວຫວ້ານຕ່າງໆທີ່ເຮົານໍາມາເພື່ອປຸງແຕ່ງອາຫານຕາມປະເພດຂອງອາຫານ ມີກິ່ນຫອມແສບດັງ ແລະ ມີຣົດເຜັດ. ຂ່າມີ 2 ປະເພດຄື: ຂ່າບ້ານ ຫົວໃຫຍ່ ແລະ ຂ່າປ່າຫົວນ້ອຍ.

ຕົວ​ຢ່າງ:

  • ໄປ​ຕະ​ຫລາດ​ຊື້​ຂ່າ​ມາ​ໃສ່​ແກງ.
  • ຕົ້ນ​ຂ່າ​ຢູ່​ເຮືອນ​ຂ້ອຍ​ງາ​ມໆ.

ສະ​ຫລຸບ.

ຄວາມໝາຍຂອງຄໍາວ່າ: ຂາ ແລະ ຂ່າ ທັງສອງຄໍານີ້ອາດເປັນທີ່ຮູ້ຈັກກັນດີ ຂາ ທຸກຄົນມີຂາ, ແລະ ສ່ວນ​ຄຳ​ວ່າ ຂ່າ ເປັນພືດທີ່ຄົນລາວນິຍົມກັນກິນ.

ຫົວຂໍ້ນີ້ຄັດຈ້ອນມາຈາກວັຈນານຸກົມ ທ່ານ ມະຫາສິລາ ວິຣະວົງສ໌ ສະບັບປັບປຸງໃນປີ ພສ 2549.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo