ອະທິບາຍຄວາມຄືກັນ ແລະ ຕ່າງກັນ ຂອງຄຳວ່າ ກຸ້ມ ແລະ ຄຸ້ມ

SA Game

DooDiDo

ຄຳວ່າ ກຸ້ມ ແລະ ຄຸ້ມ ມີຄວາມໝາຍອັນດຽວກັນບໍ່?

ໃນ​ພາ​ສາ​ລາວ​ຫລາຍໆ​ຄຳ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ ແລະ ຫລາຍໆ​ຄຳ​ກໍ​ມີ​ຄວາມ​ໝາຍ​ທີ່​ໃກ້​ຄຽງ​ກັນສະ​ນັ້ນ​ການ​ທີ່​ຈະ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ​ແທ້​ກໍ​ຕ້ອງ​ໄດ້​ສືກ​ສາ​ລົງ​ເລີກ​ອີກກວ່າ​ປົກ​ກະ​ຕິ, ວ່າ​ເຮົາຄວນ​ໃຊ້​ຄຳ​ໃດ​ແທ້​​ໃນພາ​ສາ​ລາວ​ ​ຈິ່ງ​ຈະ​ເໝາະ​ສົມ ແລະ ຈະ​ສະ​ກົດ​ຄຳ​ແບບ​ໃດ​ໃຫ້​ຖືກ​ຕ້ອງ​ຕາມ​ຫລັກ​ໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ.

ໃນພາສາລາວຄຳ​ວ່າ​ກຸ້ມ ແລະ ຄຸ້ມ ມີ​ທັງ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ກັນ ແລະ ມີ​ຄວາມ​ໝາຍ​ຄ້າຍ​ຄື​ກັນເລັກ​ນ້ອຍ ແລະ ບາງ​ຄວາມ​ໝາຍ​ສາ​ມາດ​ໃຊ້​ແທນ​ກັນ​ໄດ້ ເຊິງ​ອິງ​ໃສ່​ບາງສ່ວນຈາກວັດຈະນານຸກົມພາສາລາວມາ​ເປັນ​ບ່ອນ​ອິງ​ໃສ່​ເພື່ອອະທິບາຍ ແລະ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄໍາສັນ​ນີ້ ໃຫ້​ລະ​ອຽດ​.

SA Game
DooDiDo

ຄຳວ່າ ກຸ້ມ.

  1. ເປັນຄໍານາມ ກອງເຂົ້າເປືອກທີ່ຟາດເອົາເຟືອງອອກ ແລ້ວເອີ້ນວ່າ: ກຸ້ມເຂົ້າ.
  2. ແມ່ນເຂົ້າກໍາລັງອອກຮວງໃກ້ຊິສຸກແລ້ວຮວງມັນກ່ອງລົງ ເອີ້ນວ່າ: ເຂົ້າກຸ້ມ.
  3. ກຸ້ມກວມ ຊ່ວຍເຫຼືອ ເອົາຕົວເອງລອດໄດ້
  4. ກຸ້ມ ຄວາມໝາຍອີກຢ່າງຄື: ຄວາມອຸກອັ່ງ ຄວາມເສຍໃຈ ເຫງົາໃຈ ນ້ອຍໃຈ ມັກເອີ້ນວ່າ: ກຸ້ມ
  5. ເວົ້າເຖິງອາຍຄວັນກຸ້ມກົ້ວໄປທົ່ວ ເຊັ່ນ: ຄວັນກຸ້ມ, ໝອກກຸ້ມ…
    ແຕ່ຄວາມຈິງແຕ່ລະຄໍາຍັງມີອີກຄວາມໝາຍຍ່ອຍອີກຫຼາຍແຕ່ເຮົາຄັດເອົາສະເພາະເນື້ອໃນ ແລະ ຄວາມໝາຍອັນທີ່ເຄີຍໃຊ້ໃນສັງຄົມປັດຈຸບັນມາເວົ້າ ມາຊີ້ແຈງໃຫ້ຄວາມໝາຍກະຈ່າງແຈ້ງຂຶ້ນຕື່ມອີກ.

ຕົວ​ຢ່າງ:

  • ກຸ້ມພີ່ກຸ້ມນ້ອງ ມີຄວາມໝາຍວ່າ ເອົາຕົວເອງລອດແລ້ວ ຍັງສາມາດຊ່ວຍເຫຼືອພີ່ນ້ອງໄດ້.
  • ຮຽນ​ຈົບ​ປະ​ລິນ​ຍາ​ມາ​ຫາ​ລ້ຽງ​ຍັງ​ບໍ່​ກຸ້ມ​ກິນ.
  • ລະ​ດູ​ໜາວ​ຢູ່​ທາງ​ພາກ​ເໜືອ​ມີ​ໝອກ​ກຸ້ມ​ທົວ​ບໍ​ລິ​ເວນ.

ຄຳວ່າ ຄຸ້ມ.

ມີ​ຄວາມ​ໝາຍ​ວ່າ​ ກັນ, ປ້ອງ​ກັນ, ພໍ, ພໍ​ສົມ​ຄວນ, ເໝາະ​ສົມ, ໃຊ້​ເປັນ​ປະ​ໂຫຍດ, ໃຊ້​ໄດ້​ທຸກ​ຢ່າງ, ຍາວ​ນານ, ຫລື ທາງ​ທຸ​ລະ​ກິດ​ກໍ​ຄື ບໍ່​ຂາດ​ທືນ, ອີກ​ຄວາມ​ໝາຍ​ໜຶ່ງ​ກໍ​ຄື ເຂດ​ໃດ​ໜຶ່ງ, ໃຊ້​ເປັນ​ຊື່​ເອີ້ນ​ເຂດ​ໃດ​ເຂດ​ໜຶ່ງ.

ຕົວ​ຢ່າງ:

  • ບ້ານ​ຂ້ອຍ​ຢູ່​ຄຸ້ມ​ລຸ່ມ ສ່ວນ​ເຮືອນ​ພໍ່​ແມ່​ຂ້ອຍ​ແມ່ນ​ຢູ່​ຄຸ້ມ​ເທິງ.
  • ແຖວ​ນີ້​ແມ່ນ​ມີ​ກອງ​ຫລອນ​ບ້ານຄຸ້ມ​ກັນ​ຢູ່.
  • ຂ້ອຍ​ຊື້​ເກີບ​ຄູ່​ນີ້​ມາ​ຄຸ້ມ​ຄ່າ​ແທ້ໆ, ໃຊ້​ຈົນ​ຂາດ.

ສະ​ຫລຸບ.

ຄຳ​ວ່າ ກຸ້ມ ໝາຍ​ເຖິງ ຊ່ວຍເຫຼືອ ເອົາຕົວເອງລອດໄດ້, ກຸ້ມ​ອີກ​ຄວາມ​ໝາຍ​ໜຶ່ງ​ໝາຍ​ເຖິງ​ອຸກ​ອັງ​ໃນ​ໃຈ, ສ່ວນ​ຄຳວ່າ ຄຸ້ມ ມີ​ຄວາມ​ໝາຍ​ວ່າ​ ກັນ, ປ້ອງ​ກັນ, ພໍ, ພໍ​ສົມ​ຄວນ, ເໝາະ​ສົມ, ໃຊ້​ເປັນ​ປະ​ໂຫຍດ, ໃຊ້​ໄດ້​ທຸກ​ຢ່າງ, ຍາວ​ນານ, ຫລື ທາງ​ທຸ​ລະ​ກິດ​ກໍ​ຄື ບໍ່​ຂາດ​ທືນ, ອີກ​ຄວາມ​ໝາຍ​ໜຶ່ງ​ກໍ​ຄື ເຂດ​ໃດ​ໜຶ່ງ, ໃຊ້​ເປັນ​ຊື່​ເອີ້ນ​ເຂດ​ໃດ​ເຂດ​ໜຶ່ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo