ການນຳໃຊ້ ມື້ ແລະ ວັນ ໃຫ້ຖືກຕ້ອງໃນພາສາລາວ

SA Game

DooDiDo

ຄໍາວ່າ ມື້ ແລະ ວັນ ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ​ບໍ່ໃນ​ພາ​ສາ​ລາວ​?

​ຫລາຍໆ​ຄົນ​ອາດ​ຈະ​ຍັງ​ບໍ່​ເຂົ້າ​ໃຈ​ດີ​ກັບຄຳ​ວ່າ ມື້ ແລະ ວັນ, ເຊືອ​ແນ​ວ່າ​ການ​ນຳ​ໃຊ້​​ສອງ​ຄຳ​ນີ້ ຍັງ​ຄົງ​ເປັນ​ຂໍ້​ສົງ​ໄສ​ກັນ​ຢູ່​ວ່າ​ຄວນ​ໃຊ້​ຄຳ​ໃດ​ແທ້​​ໃນພາ​ສາ​ລາວ​ ​ຈິ່ງ​ຈະ​ເໝາະ​ສົມ ແລະ ຈະ​ໃຊ້​ໃນ​ເວ​ລາ​ໃດ​ໃຫ້​ຖືກ​ຕ້ອງ​ຕາມ​ຫລັກ​ໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ​ນັ້ນ​ເຮົາ​ຈະ​ມາ​ຮູ້​ຈັກ ແລະ ເວົ້າ​ລ​າຍ​ລະ​ອຽດ​ພ້ອມ​ຍົກ​ຕົວ​ຢ່າງ​ໃຫ້​ເຫັນ​ໄປ​ນຳ​ກັນ​ເລີຍ.

ໃນພາສາລາວຄຳ​ວ່າ​ ມື້ ແລະ ວັນ ມີ​ຄວາມ​ໝາຍ​ຄ້າຍ​ຄື​ກັນ, ທັງສອງຄຳນີ້ລ້ວນແຕ່ເປັນຄຳລາວເດີມ ແລະເປັນຄຳຮ່ວມຄວາມໝາຍ ແຕ່ກໍບໍ່ສາມາດໃຊ້ແທນກັນໄດ້ໃນທຸກກໍລະນີ. ແຕ່ບາງ​ຄວາມ​ໝາຍ​ສາ​ມາດ​ໃຊ້​ແທນ​ກັນ​ໄດ້ເຊິງ​ອິງ​ໃສ່​ ບາງສ່ວນຈາກວັດຈະນານຸກົມພາສາລາວ ມາ​ເປັນ​ບ່ອນ​ອິງ​ໃສ່​ເພື່ອອະທິບາຍ ແລະ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄໍາສັນ​ນີ້ ໃຫ້​ລະ​ອຽດ​​ຂື້ນ​ຕືມ

SA Game
DooDiDo

 ຄຳ​ວ່າ​ ມື້.

ເປັນຄຳນາມ ມີຄວາມໝາຍ ມື້ ໝາຍເຖິງ ຍາມ, ຕອນ,… ແລະ ຍັງໝາຍເຖິງ ເວລາ 24 ຊົ່ວໂມງ ທັງກາງເວັນແລະກາງຄືນ, ລວມ​ທັງໄລຍະເວລາ 12 ຊົ່ວໂມງ ເຊັ່ນ ມື້ເວັນ, ມື້ຄືນ.

 ຕົວ​ຢ່າງ:

  • ​ມື້​ຄືນ​ນີ້​ມີ​ງານ​ລ້ຽງ​ຢູ່​ຫ້ອງ​ການ
  • ​ມື້​ອື່ນ​ຂ້ອຍ​ຈະ​ໄປ​ວັງ​ວຽງ​ມີ​ຜູ້​ໃດ​ສົນ​ໃຈ​ຢາກ​ໄປ​ນຳ​ບໍ່?
  • ມື້​ນີ້​ຈະ​ໄປ​ຫລິ້ນ​ກັບ​ໝູ່​ກ່ອນ ລູກ​ລາວ​ເກີດ​ໄດ້​ສາມ​ມື້​ແລ້ວ.

ຄຳ​ວ່າ ວັນ.

ເປັນຄຳນາມ ມີຄວາມໝາຍດຽວກັນກັບມື້ແຕ່​ບາງ​ຢ່າງ​ກໍ​ນຳ​ໃຊ້​ຕ່າງ​ກັນ​ໄປ​ເລັກ​ນ້ອຍ, ມີ​ຄວາມໝາຍ​ວ່າ ໄລຍະເວລາໃນຕອນກາງເວັນ, ໃຊ້ເປັນຊື່ຂອງວັນທັງ 7 ຄື ວັນອາທິດ ວັນຈັນ ວັນອັງຄານ ວັນພຸດ ວັນພະຫັດ ວັນສຸກ ວັນເສົາ ແລະ ໃຊ້ເອີ້ນເປັນຊື່ຂອງມື້ວັນສຳຄັນຕ່າງໆ.

ຕົວ­ຢ່າງ:

  • ແມ່​ຂ້ອຍ​ໄປ​ທ່ອງ​ທ່ຽວ​ກັບ​ທົວ​ເຂົາ ສາມ​ວັນ​ສອງ​ຄືນ.
  • ວັນ​ທີ່ 2 ທັນ​ວາ ແມ່ນ​ວັນ​ສະ​ຖາ​ປະ​ນາ​ຊາດ​ລາວ
  • ແຮງ​ງານ​ກຳ​ມະ​ກອນ​ສ່ວນ​ຫລາຍ​ເຂົາ​ເຈົ້າ​ພັກ​ວັນ​ສິນ.

ສະຫຼຸບ.

ໃນພາສາລາວຄຳ​ວ່າມື້ ໝາຍເຖິງ ຍາມ, ຕອນ, ມື້​ໜຶ່ງ 24ຊົວ​ໂມງ, ສ່ວນ​ຄຳ​ວ່າ ວັນ ມີຄວາມໝາຍດຽວກັນກັບມື້ແຕ່​ບາງ​ຢ່າງ​ກໍ​ນຳ​ໃຊ້​ຕ່າງ​ກັນ​ໄປ​ເລັກ​ນ້ອຍ, ມີ​ຄວາມໝາຍ​ວ່າ ໄລຍະເວລາໃນຕອນກາງເວັນ, ໃຊ້ເປັນຊື່ຂອງວັນທັງ 7 ຄື ວັນອາທິດ ວັນຈັນ ວັນອັງຄານ ວັນພຸດ ວັນພະຫັດ ວັນສຸກ ວັນເສົາ ແລະ ໃຊ້ເອີ້ນເປັນຊື່ຂອງມື້ວັນສຳຄັນຕ່າງໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo