ພາສາລາວຄໍາວ່າ: ກຸມ ແລະ ກຸ່ມມີຄວາມໝາຍແນວໃດ?

SA Game

DooDiDo

ມາຮູ້ຈັກຄໍາວ່າ: ກຸມ ແລະ ກຸ່ມ ມີຄວາມໝາຍແນວໃດ?

ໃນ​ພາ​ສາ​ລາວການ​ໃຊ້​ວັນ​ນະ​ຍຸດ​ກັບ​ຄຳ​ຕ່າງໆ​ສ່ວນ​ຫລາຍ​ຈະ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ​ດັ່ງ​ກ່າວ​ປ່ຽນ​ໄປ ອາດ​ຈະ​ຫລາຍ​ ຫລື​ ນ້ອຍແລ້ວ​ແຕ່​ຄຳ​ສັບ​ນັ້ນໆ​ເຊິງ​ໃນ​ນັ້ນ​ອາດ​ຈະ​ຂື້ນ​ກັບ​ຕົວ​ອັກ​ສອນ​ແດ່​ເພາະ​ອັກ​ສອນ​ບາງ​ຕົວ​ກໍ​ບໍ່​ສາ​ມາດ​ປ່ຽນ​ສຽງ​ໄດ້​ຈາກ​ການ​ໃສ່​ວັນ​ນະ​ຍຸດ​ໃຫ້​ມັນ.

ບົດ​ນີ້​ຈະ​ຍົກ​ເອົາ​ຄຳ​ວ່າ ກຸມ ແລະ ກຸ່ມ ມາ​ອະ​ທິ​ບາຍ, ເຊິງ​ສອງ​ຄຳ​ນີ້ອ່ານ​ອອກ​ສຽງ​ທີ່​ໃກ້​ຄຽງ​ກັນແຕ່ວັນນະຍຸດຕ່າງກັນ ແຕ່ຄົນຕ່າງຊາດກໍ່ຍັງຈຳແນກສຽງອອກຍາກຢູ່ດີ ເພາະພາສາ ສາກົນບໍ່ມີວັນນະຍຸດສ່ວນຫຼາຍຈະອ່ານອອກສຽງກາງທີ່ບໍ່ມີສຽງ ເອກ-ໂທ ຄືພາສາລາວ ກັບ ພາສາໄທ. ແຕ່ໃນນີ້ຈະຕ້ອງເນັ້ນໜັກໃນການອອກສຽງ ຄໍາວ່າ: ກຸມ,ກຸ່ມ ມັນມີຄວາມໝາຍໄປຄົນລະຢ່າງກັນ ແລະ ແຕ່ລະຄໍາກໍ່ມີຄວາມໝາຍໄປອີກຫຼາຍຢ່າງ.

SA Game
DooDiDo

ຄຳວ່າ ກຸມ:

  1. ແມ່ນການໂອບກອດແບບຊູ້ສາວໂດຍທີ່ຝ່າຍກົງກັນຂ້າມບໍ່ຍິນຍອມ ແລະ ບໍ່ເຕັມໃຈນໍາ ຫຼື ເວົ້າອີກຢ່າງວ່າການຂືນໃຈ ຫຼື ການຂົ່ມຂືນກະທໍາສໍາເລົາທີ່ບໍ່ຖືກຕ້ອງຕາມຮີດຄອງປະເພນີ ແລະ ກົດໝາຍ.
  2. ແມ່ນການເຮັດວຽກ ຫຼື ເຮັດສິ່ງໃດສິ່ງໜຶ່ງທີ່ມັນມີຄວາມຫຍຸ້ງຍາກລໍາບາກ ແລະ ໃຊ້ເວລາຫຼາຍ ແຕ່ມີຄວາມພະຍາຍາມເຮັດຈົນສໍາເລັດດ້ວຍຄວາມເມື່ອຍຍາກ ອັນນີ້ກະເອີ້ນວ່າກຸມເຮັດວຽກຈົນແລ້ວ, ກຸມມານ ເປັນຄໍານາມໝາຍເຖິງເດັກນ້ອຍຜູ້ຊາຍ,ກຸມມາຣີ ໝາຍເຖິງເດັກນ້ອຍຜູ້ຍິງ.

ຕົວ​ຢ່າງ:

  • ຄືນ​ກ່ອນ​ນີ້​ຫລັງ​ຈາກ​ເລີກ​ງານ​ລ້ຽງ​ຊ່ວງ​ກັບ​ບ້ານ​ມີ​ຜູ້​ຮ້າຍ​ຄົນ​ໜຶ່ງ​ກຸ່ມ​ຍິງ​ສາວ​ທີ່​ກຳ​ລັງ​ຢາງ​ຄົນ​ດຽວ​ກາງ​ຖະ​ໜົນ.
  • ອາ​ຈາກ​ໃຫ້​ວຽກ​ບ້ານ​ຂ້ອຍ​ຫລາຍໆ, ຂ້ອຍ​ກຸມ​ເຮັດ​ໝົດ​ຄືນ​ຈົນ​ແລ້ວ.

ຄຳວ່າ ກຸ່ມ: 

ເປັນຄໍານາມ ທີ່ມີຄວາມໝາຍວ່າ ກ້ອນ,ໝວດໝູ່,ພັກພວກ,ໜ່ວຍ,ຝູງ ໂຮມຕົວກັນເຂົ້້າ ຫຼາຍກວ່າ 1 ຂຶ້ນໄປ

ເປັນຄໍານາມ ເຊິ່ງເປັນຊື່ຂອງຕົ້ນໄມ້ຊະນິດໜຶ່ງ ທີ່ເຮົາສາມາດນໍາເອົາໃບອ່ອນ ຫຼື ຍອດອ່ອນມາເຮັດສົ້ມຜັກ ແລະ ມີລົດຊາດແຊບຊ້ອຍດີ. ຕົ້ນກຸ່ມມີ 2 ຊະນິດຄື: ກຸ່ມນໍ້າ ເຊິ່ງມັກເກີດຢູ່ຕາມແຄມແມ່ນໍ້າ, ກຸ່ມບົກ ມັກເກີດຕາມບົກ ຕາມໂຄກ.
ແມ່ນຄໍານາມ ເປັນຊື່ຂອງປາຊະນິດໜຶ່ງ ມີເກັດເປັນສີຂາວ ແຕ່ເກັດແລບກວ່າເກັດປາຂາວເອີ້ນວ່າ: ປາກຸ່ມ.
ເປັນຄໍານາມ ຊື່ຂອງເສັ້ນຝ້າຍທີ່ເຂັນໃຫ້ຫັນແລ້ວພັນກ້ຽວເປັນກໍ້ໄວ້ໃຊ້ສໍາລັບເຮັດໄໝຫຍິບເອີ້ນວ່າ: ດ້າຍກຸ່ມ ຫຼື ກໍ້ກຸ່ມ.

ຕົວ​ຢ່າງ:

  • ໄດ້​ມີກຸ່ມຄົນບໍ່​ດີ​ມາ​ລັກ​ງັດ​ແງະ​ເອົາ​ເຄື່ອງ​ສຽງ​ຢູ່​ເຮືອນ​ຂ້ອຍ.
  • ກຸ່ມບໍລິສັດຊີ​ພີ​ນຳ​ໜ້າ​ດ້ານ​ສິນ​ຄ້າ​ບໍ​ລິ​ໂພກ.

ສະ​ຫ​ລຸບ.

ຄຳ​ວ່າ ກຸມ ແລະ ກຸ່ມ ​ສອງ​ຄຳ​ນີ້ອ່ານ​ອອກ​ສຽງ​ທີ່​ໃກ້​ຄຽງ​ກັນແຕ່ວັນນະຍຸດຕ່າງກັນມີ​ຄົນ​ລະ​ຄວາມ​ໝາຍ, ຄຳ​ວ່າ ກຸມ ໝາຍ​ເຖິງ​ການ​ຄຸມ​ເຮັດ​ຫຍັງ​ຈັກ​ຢ່າງ​ໜຶ່ງ​ທີ່​ຫຍຸ້ງ​ຍາກ​ໃຫ້​ສຳ​ເລັດ, ສ່ວນ ກຸ່ມ ມີຄວາມໝາຍວ່າ ກ້ອນ,ໝວດໝູ່, ພັກພວກ, ໜ່ວຍ, ຝູງ ໂຮມຕົວກັນເຂົ້້າ ຫຼາຍກວ່າ 1 ຂຶ້ນໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo