ອະ​ດີດ​ທະ​ຫານ​ຫວຽດ​ນາມ​ຢ້ຽມ​ຢາມ​ອະ​ດີດ​ການ​ນຳ​ພ້ອມ​ຄອບ​ຄົວ​ການ​ນຳ​ລາວ

SA Game

Lao National Radio

​ອະດີດ​ການ​ນຳ ແລະ​ຄອບຄົວ​ການ​ນຳ​ລາວຕ້ອນ​ຮັບອະດີດ​ທະຫານ​-ຊ່ຽວຊານ​ຫວຽດນາມເຂົ້າ​ຢ້ຽມຢາມ

​ຕ້ອນຮັບການ​ເຂົ້າ​ຢ້ຽມ ຢາມ​ຂອງ​ຄະນະ​ອະດີດ​ທະ ຫານ​ອາສາ​ສະໝັກ- ຊ່ຽວຊານ​ການ​ທະ ຫານ​ຊ່ວຍ​ການ​ປະ ຕິວັດ​ລາວ​ຂອງ​ທ່ານ ບຸນ​ຍັງ ວໍລະ​ຈິດ ໄດ້​ສະແດງ​ຄວາມ​ຍິນ​ດີ​ຢ່າງ​ຊຸດ​ຊຶ້ງ ທີ່​ຄະນະ​ປະສານ​ງານ​ທົ່ວ​ປະ ເທດ ອະດີດ​ທະຫານ​ອາສາ​ສະໝັກ-ຊ່ຽວ ຊານ​ການ​ທະຫານ​ຊ່ວຍ​ການ​ປະຕິວັດ​ລາວ ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ໃນ​ຄັ້ງ​ນີ້

ເຊິ່ງ​ສອງ​ປະເທດ​ລາວ-ຫວຽດນາມ ​ເປັນ​ປະເທດ​ອ້າຍ​ນ້ອງ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ສາຍ​ນ້ຳ​ແລະ​ສັນພູ​ຕິດ​ຈອດ​ກັນ​ແຕ່​ເໜືອ​ເຖິງ​ໃຕ້, ເປັນ​ປະເທດ​ທີ່​ມີ​ຄວາມ​ສາມັກຄີ​ອັນ​ຍິ່ງ​ໃຫຍ່ ໄດ້​ກາຍເປັນ​ມູນເຊື້ອ​ອັນ​ດີງາມ​ນັບ​ແຕ່​ສະໄໝ​ຕໍ່ສູ້​ກູ້​ຊາດ​ຈົນຮອດ ​ປັດຈຸບັນ.

ເຊິ່ງ​ການ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້, ລະ​ຫວ່າງ​ວັນ​ທີ 2-7 ພະຈິກ 2022 ນີ້, ວັນ​ທີ 4 ພະຈິກ ໄດ້​ເຂົ້າ​ຢ້ຽມຢາມ​ທ່ານ ບຸນ​ຍັງ ວໍລະ​ຈິດ, ທ່ານ ຈູມ​ ມາລີ ໄຊ​ຍະ​ສອນ ເຊິ່ງ​ທັງສອງ​ ທ່ານ​ຄື​ອະດີດ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ ກາງພັກ ປະຊາຊົນ​ປະ ຕິວັດ​ລາວ, ປະ ທານ ​ປະເທດ​ແຫ່ງ ​ສປປ ລາວ, ຢ້ຽມຢາມຄອບຄົວ ​ທ່ານ ສະໝານ ວິ​ຍະ​ເກດ, ຢ້ຽມ ຢາມ​ໂຮງຮຽນ​ທິດ​ສະ ​ດີ​ການເມືອງ​ກອງ ທັບ ແລະ ວັນ ​ທີ 5 ພະຈິກ ເຂົ້າ​ຢ້ຽມຢາມຄອບ ຄົວ​ທ່ານ ສີ​ສະຫວາດ ແກ້ວ​ບຸນ​ພັນ, ຄອບຄົວ​ ທ່ານ ໄກສອນ ພົມ ວິຫານ ແລະ ຄອບຄົວ ​ທ່ານ ສຸ​ພານຸ​ວົງ.

SA Game
Lao National Radio

ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ສຸດ​ທີ​ມີ​ຄວາມ​ໝາຍ​ສຳຄັນ ເຊິ່ງ​ອະດີດ​ທະຫານ​ອາສາ​ສະ ໝັກ-ຊ່ຽວຊານ​ການ​ທະຫານ​ຊ່ວຍ ແມ່ນ​ໜຶ່ງ​ໃນ​ຜູ້​ທີ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ​ອັນ​ລະ​ອິດ​ລະ​ອ້ຽວ​ໃນ​ການ​ຕ້ານ​ການ​ຮຸກ​ຮານ​ໃນ​ສອງ​ດິນແດນ, ສະແດງ​ໃຫ້​ເຫັນ​ເຖິງ​ນ້ຳໃຈ​ມິດຕະພາບ​ອັນ​ແທ້​ຈິງ, ເຖິງ​ແມ່ນ​ວ່າ​ອະດີດ​ທະຫານ​ອາສາ​ສະໝັກ-ຊ່ຽວຊານ​ການ​ທະຫານ​ຊ່ວຍ​ການ​ປະຕິວັດ​ລາວ​ຈຳນວນ​ຫຼາຍ​ທ່ານ​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ມີ​ຫຼາຍ​ທ່ານ​ໄດ້​ເປັນ​ນັກຮົບ​ເກົ່າ ແລະ ອະດີດ​ການ​ນຳ ຍັງ​ສືບຕໍ່​ຢ້ຽມຢາມ ​ສປປ ລາວ, ນີ້​ສະແດງ​ໃຫ້​ເຫັນ​ເຖິງ​ການ​ເປັນ​ມິດ​ອັນ​ແທ້​ຈິງ, ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ້​ຄົນ​ຮຸ່ນ​ຕໍ່ໆ​ໄປ.

ໃນ​ໂອກາດ​ດັ່ງກ່າວ, ສະຫາຍ ພົນ​ຈັດຕະວາ ວິງ​ດັກ​ເຮືອງ ອະ ດີດ​ທະຫານ​ອາສາ​ສະ ໝັກ-ຊ່ຽວ ຊານ​ການ​ທະຫານ​ຊ່ວຍ​ການ​ປະຕິວັດ​ລາວ​ໄດ້​ສະແດງ​ຄວາມ​ຂອບໃຈ​ຢ່າງ​ອົບ​ອຸ່ນ ມາ​ຍັງອະ ດີດ​ການ​ນຳ, ແລະ ​ຄອບຄົວອະ ດີດ​ການ​ນຳ, ເຊິ່ງ 40 ກວ່າປີ​ ແຫ່ງ​ການ​ສະຖາປະນາ ​ສປ​ປ ລາວ, ປະ ເທດ​ລາວ​ແມ່ນ​ມີການ​ ພັດທະນາ​ຢ່າງ​ໄວວາ​ສົມຄວນ, ເມື່ອ​ຫວນ​ຄືນ 50 ປີ​ກ່ອນ, ປະ ເທດ​ລາວ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ດ້ານ, ເຊິ່ງ​ສະຫາຍ​ເປັນ​ໜຶ່ງ​ໃນ​ອະ ດີດ​ທະຫານ​ອາສາ​ສະໝັກ-ຊ່ຽວຊານ​ການ​ທະຫານ​ຊ່ວຍ​ການ​ປະຕິວັດ​ລາວ, ເຄີຍ​ເສຍ​ສະລະ​ເຫື່ອແຮງ​ເພື່ອ​ຜືນ​ແຜ່ນດິນ​ສອງ​ຊາດ ຫວຽ​​ດ​ນາມ-ລາວ ອັນ​ລະ​ອິດ​ລະ​ອ້ຽວ​ກວ່າ​ຈະ​ມີ​ວັນ​ນີ້.

ໃນ​ການ​ມາ​ຢ້ຽມຢາມ​ລາວ​ໃນ​ຄັ້ງ​ນີ້, ສິ່ງ​ທີ່​ສະຫາຍ​ພາກພູມ​ໃຈ​ທີ່​ສຸດ​ຄື: ເຖິງ​ວ່າ​ວັນ​ເວລາ​ລ່ວງ​ເລີຍ​ໄປ, ອາຍຸ​ກະສຽນ​ບໍ່​ສາມາດ​ຢຸດ​ໄວ້​ໄດ້, ແຕ່​ຄວາມ​ສາມັກຄີ, ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຂອງ​ອ້າຍ​ນ້ອງ​ຮ່ວມ​ຊາ ຕາກຳ ແມ່ນ​ຍັງ​ຝັງ​ຢູ່​ໃນ​ໃຈ​ຕະຫຼອດ​ມາ, ເຖິງ​ແມ່ນ​ວ່າ​ສອງ​ຊາດ​ລາວ-ຫວຽດນາມ ຈະ​ມີ​ສັນຕິພາບ​ມາ​ຫຼາຍ​ສິບ​ປີ​ແລ້ວ​ກໍ​ຕາມ, ແຕ່​ຄວາມ​ຜູກ​ພັນ​ລະຫວ່​​າງ​ສອງ​ປະເທດ​ແແມ່ນຍັງ​ແໜ້ນ​ແຟ້ນ​ຄື​ກັບ​ສະໄໝ​ສອງ​ປະເທດ​ຮ່ວມ​ກັນ​ຕໍ່ສູ້​ກູ້​ຊາດ, ສະ ຫາຍ​ຫວັງ​ວ່າ ຄົນ​ຮຸ່ນ​ຕໍ່ໆໄປຈະ​ຮັກສາ​ມິດຕະ ພາບ​ອັນ​ລ້ຳ​ຄ່າ​ນີ້​ໄວ້​ໃຫ້​ຢູ່​ຄູ່​ກັບ​ລູກ​ຫຼານ​ສອງ ​ຊາດ ຫວຽດນາມ-ລາວ​ຕະຫຼອດໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio