ເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ຄືນ

SA Game

ປະເທດລາວ Pathedlao

ລາວ ແລະ ຮົງກາຣີຕົກລົງເຫັນດີເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີໃໝ່

ວັນທີ 3 ພະຈິກ 2022, ໂດຍອີງຕາມການຕົກລົງເຫັນດີຂອງ ລັດຖະບານ ແຫ່ງ ສປປ ລາວ ແລະ ຮົງກາຣີ ກ່ຽວກັບ ການເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ຄືນໃໝ່, ໃນນັ້ນທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປີເຕີ ຊີຢາໂຕ(Péter SZIJJÁRTÓ) ລັດຖະມົນຕີກະຊວງການຕ່າງ ປະເທດ ແລະ ການຄ້າ ຮົງກາຣີ

ໄດ້ເຂົ້າຮ່ວມພິທີເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ຄືນໃໝ່ ຢ່າງເປັນທາງການ ໂດຍມີບັນດາທູຕານຸທູດ, ຂອງສອງຝ່າຍ ແລະ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ຮົງກາຣີ, ບົນພື້ນຖານເປັນຄູ່ຮ່ວມມືຍຸດທະສາດນຳກັນ

SA Game
ປະເທດລາວ Pathedlao

ສືບຕໍ່ຮັກສາໄດ້ສາຍພົວພັນມິດຕະພາບອັນດີ, ຄວາມເຂົ້າອົກເຂົ້າໃຈ ແລະ ການສະໜັບສະໜູນຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ.

ການເປີດຄືນສະຖານທູດລາວ ປະຈຳ ຮົງກາຣີ ໄດ້ສະແດງໃຫ້ເຫັນເຖິງໝາກຜົນຂອງການຮ່ວມມື ອັນດີໃນໄລຍະຜ່ານມາ ແລະ ເພື່ອເປັນການສືບຕໍ່ຊຸກຍູ້ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຮົງກາຣີ ໂດຍສະ ເພາະ ການອຳນວຍຄວາມສະດວກ ໃຫ້ແກ່ການປະສານງານໃນດ້ານຕ່າງໆ ລວມທັງການຊຸກຍູ້ການພົວ ພັນຮ່ວມມື ດ້ານເສດຖະກິດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ວັດທະນະທໍາ ແລະ ດ້ານອື່ນໆ ໃຫ້ຂະຫຍາຍຕົວສູ່ບາດກ້າວອັນໃຫມ່ໃນອະນາຄົດ.

ການເປີດຄຶນສະຖານທູດລາວ ປະຈຳ ຮົງກາຣີ ໃນຄັ້ງນີ້ ແມ່ນໄດ້ມີຂຶ້ນໃນທ່າມກາງທີ່ປະຊາຊົນສອງປະເທດ ຮ່ວມກັນສະເຫລີມສະຫລອງ ວັນສ້າງ ຕັ້ງສາຍພົວພັນການທູດ ລາວ-ຮົງກາຣີ ຄົບຮອບ 60 ປີ (12 ກັນຍາ 1962-12 ກັນຍາ 2022).

SA Game
ປະເທດລາວ Pathedlao

ໃນຂະນະດຽວກັນ, ທ່ານ ປີເຕີ ຊີຢາໂຕ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົວ ພັນຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ ແລະ ຮົງກາຣີ ຕະຫລອດໄລຍະຜ່ານມາ ເຊິ່ງການເປີດຄືນສະຖານທູດລາວ ທີ່ ນະຄອນຫລວງ ບູດາແບສ ໃນຄັ້ງນີ້ ເປັນການຢັ້ງຢືນເຖິງຜົນສຳເລັດຂອງການປະຕິບັດວຽກຮ່ວມກັນ ລະຫວ່າງ ພາກສ່ວນກ່ຽວຂ້ອງສອງຝ່າຍ ລາວ-ຮົງກາຣີ ແລະ ສະແດງຄວາມ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ,

ການປະສານງານ ແລະ ການຮັດແໜ້ນການພົວພັນຮ່ວມມືບົນພື້ນຖານຄູ່ຮ່ວມມືຍຸດທະສາດນຳກັນ ເພື່ອສືບຕໍ່ນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນຂອງທັງສອງປະເທດ ລາວ-ຮົງກາຣີ ໃນອະນາຄົດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.