ຜູ້​ນຳ​ ລາວ ຢ້ຽມຢາມເຂດອຸດສາຫະກໍາ ແລະ ການຄ້າ ອານບາ ຂອງ ຮົງກາຣີ

SA Game

ກົມການຂ່າວ ກະຊວງການຕ່າງປະເທດ

ທ່ານ ສະເຫຼີມໄຊ ກົມມະສິດ ຢ້ຽມຢາມຖອດຖອນເອົາບົດຮຽນເຂດອຸດສາຫະກໍາ ແລະ ການຄ້າ ອານບາ ຂອງ ຮົງກາຣີ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ເຂດອຸດສາຫະກໍາ ແລະ ການຄ້າ ອານບາ (ALBA Industrial and Commercial Zone) ເພື່ອຖອດຖອນເອົາບົດຮຽນທີ່ດີ ໃນການສ້າງເຂດອຸດສາຫະກໍາ ຂອງ ຮົງກາຣີ ໃນວັນທີ 2 ພະຈິກ 2022, ເຂດອຸດສາຫະກໍາ ແລະ ການຄ້າ ອານບາ ແມ່ນເຂດອຸດສາຫະກໍາທີ່ຖືກສ້າງຕັ້ງຂຶ້ນເປັນແຫ່ງທໍາອິດຂອງ ຮົງກາຣີ

ຕັ້ງຢູ່ຈຸດຍຸດທະສາດຂອງເສັ້ນທາງແຫ່ງການເຊື່ອມໂຍງກັບປະເທດຕ່າງໆໃນພາກພື້ນ ແລະ ເປັນເຂດອຸດສາຫະກໍາ ທີ່ມີຄວາມທັນສະໄໝ, ມີຊື່ສຽງໃນລະດັບແຖວໜ້າ ໃນຈໍານວນຫຼາຍກ່ວາ 270 ເຂດອຸດສາ ຫະກໍາ ຂອງ ຮົງກາຣີ ທີ່ມີຢູ່ໃນປັດຈຸບັນ ແລະ ໄດ້ດໍາເນີນກິດຈະການມາຫຼາຍກ່ວາ 20 ປີ, ມີ 49 ບໍລິສັດທີ່ເປັນບໍລີສັດຕ່າງປະເທດ ແລະ ພາຍໃນປະເທດ ກໍາລັງດໍາເນີນທຸລະກິດຢູ່ໃນເຂດອຸດສາກະກໍາດັ່ງກ່າວ ໃນຂົງເຂດການຜະລິດ ເຄື່ອງອິເລັກໂຕຼນິກຂະໜາດນ້ອຍ, ເຄື່ອງກົນຈັກ, ຜະລິດຕະພັນເຫຼັກ, ອຸດສາຫະກໍາພະລາສະຕິກ ແລະ ໂລຈິສຕິກ (ລະບົບການຂົນສົ່ງ) ຊຶ່ງມີການຈ້າງງານຫຼາຍກ່ວາ 1100 ຄົນ.

SA Game
ກົມການຂ່າວ ກະຊວງການຕ່າງປະເທດ

ຜະລິດຕະພັນຂອງບັນດາບໍລິສັດ ທີ່ຕັ້ງຢູ່ໃນເຂດອຸດສາຫະກໍາດັ່ງກ່າວ ເປັນຜະລິດຕະພັນທີ່ຕອບສະໜອງໃຫ້ແກ່ຕ່ອງໂສ້ຂອງການຜະລິດຂອງບັນດາບໍລິສັດ ໃນເຂດອຸດສາຫະກໍາຕ່າງໆ ຂອງ ຮົງກາຣີ ແລະ ຕອບສະໜອງໃຫ້ແກ່ລູກຄ້າຢູ່ ຕ່າງປະເທດ.

ເຂດອຸດສາຫະກໍາ ອານບາ ແມ່ນດໍາເນີນການໂດຍບໍລິສັດເອກະຊົນ, ປັດຈຸບັນກໍາລັງດໍາເນີນການຂະຫຍາຍເຂດພື້ນທີ່ເຂດອຸດສາຫະກໍາ ໃນໄລຍະທີ່ 4, ມີການດຶງດູດຜູ້ມາລົງທຶນດ້ວຍຊື່ສຽງ, ຄວາມໜ້າເຊື່ອຖື ແລະ ບໍລິການທີ່ດີແບບມືອາຊີບ, ຊ່ວຍເຫຼືອຜູ້ມາລົງທຶນໃໝ່ ໃຫ້ສາມາດດໍາເນີນຂັ້ນຕອນການຈັດຊຶ້ທີ່ດິນ ໃນເຂດອຸດສາຫະກຳ, ປຸກສ້າງອາຄານໂຮງຈັກໂຮງງານ ດ້ວຍຄວາມວ່ອງໄວ

ລວມທັງ ຊອກຮູ້ບັນຫາຂອງລູກຄ້າ ແລະ ແກ້ໄຂບັນຫາກັບລູກຄ້າດ້ວຍຄວາມໂປ່ງໃສ, ຊ່ວຍຊອກຫາລູກຄ້າ ແລະ ສ້າງເຄືອຂ່າຍໃຫ້ແກ່ບັນດາບໍລິສັດຜູ້ມາລົງທຶນ, ຈັດການຝຶກອົບຮົມ ແລະ ສະໜອງແຮງງານຕາມຄວາມຕ້ອງການຂອງບໍລິສັດ. ເຂດອຸດສາຫະກໍາດັ່ງກ່າວ ປຽບສະເໝືອນເປັນ ມະຫາວິທະຍາໄລທາງດ້ານເຕັກນິກ ເນື່ອງຈາກໄດ້ມີການຮ່ວມມືຢ່າງໃກ້ຊິດກັບສະຖາບັນການສຶກສາພາຍໃນປະເທດ ໃນການສຶກສາຕະຫຼາດ, ການຄົ້ນຄ້ວາວິໄຈເຕັກໂນໂລຊີ ແລະ ການຄົ້ນຄວ້າຜະລິດຕະພັນໃໝ່ໆ ເພື່ອສະເໜີໃຫ້ແກ່ບໍລິສັດລູກຄ້າຂອງຕົນນໍາໄປຜະລິດອອກຮັບໃຊ້ສັງຄົມ.

SA Game
ກົມການຂ່າວ ກະຊວງການຕ່າງປະເທດ

ໃນວຽກງານການດຶງດູດຜູ້ມາລົງທຶນ ກໍ່ຍັງໄດ້ເຮັດການຄັດຈ້ອນຄັດເລືອກເອົາແຕ່ບໍລະສັດທີ່ມີຄວາມໜ້າເຊື່ອຖື ແລະ ບໍລິສັດທີ່ຈະບໍ່ມາເປັນຄູ່ແຂ່ງ ຫຼື ອາດມາທໍາລາຍບໍລິສັດທີ່ມາລົງທຶນກ່ອນແລ້ວ. ໃນຈໍານວນ 270 ກ່ວາເຂດອຸດສາຫະກໍາ ຂອງຮົງກາຣີ ແມ່ນໄດ້ມີການແບ່ງຂົງເຂດຈຸດສຸມໃນການດໍາເນີນທຸລະກິດ ເພື່ອຫຼີກລ້ຽງ ການແຂ່ງຂັນໃນການທໍາລາຍຊຶ່ງກັນ ແລະ ກັນ. ນອກນັ້ນ, ບັນດາເຂດເສດຖະກິດນີ້ ຍັງໄດ້ຕັ້ງເປັນສະມາຄົມ, ມີການວາງລະບຽບຫຼັກການ ແລະ ມີການປະຊຸມປຶກສາຫາລື ໃນວຽກງານຕ່າງໆທີ່ປິນອ້ອມ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາເຂດອຸດສາຫະກໍາ ແລະ ການຄ້າ ໃນການແກ້ໄຂບັນຫາສິ່ງທ້າທາຍຕ່າງໆຮ່ວມກັນ.

ສິ່ງສໍາຄັນອັນໜຶ່ງ, ກ່ອນຈະມີການສ້າງຕັ້ງເຂດອຸດສາຫະກໍາໃດໜຶ່ງ ແມ່ນໄດ້ມີການສຶກສາຄົ້ນຄວ້າຢ່າງພາວະວິໄສ ແລະ ການກໍ່ສ້າງໂຄງລ່າງພື້ນຖານຢູ່ໃນເຂດອຸດສາຫະກໍາ ແມ່ນດໍາເນີນການກໍ່ສ້າງເປັນແຕ່ລະໄລຍະ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງລູກຄ້າ ທີ່ລົງທະບຽນເພື່ອດໍາເນີນທຸລະກິດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມການຂ່າວ ກະຊວງການຕ່າງປະເທດ