ກະຊວງພາຍໃນ ເປີດກອງ​ປະ​ຊຸມຄະນະບໍລິຫານງານພັກຂອງກະຊວງ

SA Game ກະຊວງພາຍໃນ

ກະຊວງພາຍໃນ

ກອງປະຊຸມຄົບຄະນະກາງສະໄໝ ໃນ ສະໄໝທີ II ກະຊວງພາຍໃນ ຂອງຄະນະບໍລິຫານງານພັກ

ກະຊວງພາຍໃນ ປະ​ຊຸມຄະນະບໍລິຫານງານພັກຂອງກະຊວງເປັນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງພາຍໃນ ສະໄໝທີ II ໃນວັນທີ 21-23 ມິຖຸນາ 2023

ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາພັກກະ ຊວງ, ລັດຖະມົນຕີກະຊວງພາຍໃນ, ມີຮອງເລຂາພັກກະຊວງ, ຄະນະປະຈຳພັກ, ກຳມະການພັກກະຊວງ, ຄະນະໜ່ວຍພັກ, ຄະນະຫ້ອງການ, ກົມ, ສູນ ແລະ ສະຖາບັນ, 3 ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງພາຍໃນ ຄັ້ງນີ້ ສຸດທີ່ມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງ ຊຶ່ງຈະໄດ້ລົງເລິກສັງເກດຕີລາຄາບັນດາຜົນສຳເລັດໃນການນຳພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນ

ການຈັດຕັ້ງປະຕິບັດແຜນພັດທະນາໃນໄລຍະກາງສະໄໝຜ່ານມາ ແລະ ທິດທາງນຳພາ-ຊີ້ນຳ ຈັດຕັ້ງປະຕິບັດຄາດໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະແມ່ນການນຳພາ-ຊີ້ນຳ ຢ່າງຮອບດ້ານຂອງ ຄະນະບໍລິຫານງານພັກກະຊວງ ຕະຫລອດໄລຍະກາງສະໄໝ ແຕ່ປີ 2021-2023 ກໍຄື ໄລຍະ 2 ປີເຄິ່ງທີ່ຜ່ານມາ, ຍົກໃຫ້ເຫັນ ດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້.

SA Game
ກະຊວງພາຍໃນ

ພ້ອມທັງຄົ້ນຄ້ວາ, ກຳນົດທິດທາງແຜນການ ແຕ່ນີ້ຮອດປີ 2025 ໃຫ້ມີຄວາມສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງ ແລະ ເງື່ອນໄຂຂອງກະຊວງ ໄປຄຽງຄູ່ກັບການກຳນົດວິທີການ ແລະ ມາດຕະການໃນການແກ້ໄຂໃນຕໍ່ໜ້າທີ່ຊັດເຈນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກກະຊວງ, ແຜນການ 5 ປີ ຄັ້ງທີ II ຂະແໜງການພາຍໃນ ບັນລຸຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.

ພ້ອມກັນນັ້ນ, ຍັງເປັນການກວດກາຄືນຄວາມຮັບ ຜິດຊອບໜ້າທີ່ການເມືອງ ຂອງຄະນະບໍລິຫານງານພັກກະຊວງຕໍ່ອັນລວມ ແລະ ອັນສະເພາະຂອງແຕ່ລະສະຫາຍ ແນໃສ່ເສີມຂະຫຍາຍດ້ານດີ ແລະ ປັບປຸງດ້ານອ່ອນ-ຂໍ້ຄົງຄ້າງໃຫ້ດີຂຶ້ນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍບັນລຸຕາມຄາດໝາຍທີ່ວາງໄວ້, ພ້ອມທັງເປັນການຍົກສູງຄວາມສາມາດນຳພາ ແລະ ລັກສະນະເປັນແບບຢ່າງນໍາໜ້າຂອງຄະນະພັກໃຫ້ດີຂຶ້ນ.

ກອງປະຊຸມຄັ້ງນີ້, ຍັງໄດ້ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ມາດຕະຖານຄະນະບໍລິຫານງານພັກກະຊວງ, ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກ ແລະ ຂໍ້ຫ້າມສຳລັບສະມາຊິກພັກ

ດຳເນີນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກກະຊວງ ສະໄໝທີ II, ພ້ອມທັງ ດຳເນີນກອງປະຊຸມເປີດກວ້າງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ II ເພື່ອສັງເກດຕີລາຄາ ແລະ ທົບທວນຄືນການນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນກາງສະໄໝ ແລະ ສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ II ຂະແໜງການພາຍໃນກາງສະໄໝຢ່າງຮອບດ້ານ ແລະ ກຳນົດທິດທາງແຜນການນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ.

ພ້ອມກັນນັ້ນ, ກໍໄດ້ດຳເນີນຊີວິດການເມືອງໃນຄະນະບໍລິຫານງານພັກກະຊວງເພື່ອສຳຫລວດການນຳພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກກະຊວງພາຍໃນ ເພື່ອເປັນການເສີມຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງແຕ່ລະສະຫາຍໃນຄະນະບໍລິຫານງານພັກກະຊວງ ເປັນການຍົກສູງປັບປຸງປົວແປງພັກໃຫ້ໜັກ ແໜ້ນ, ເຂັ້ມແຂງ.

ໃນໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ເນັ້ນໜັກໃຫ້ບັນດາສະຫາຍຜູ້ແທນກອງປະຊຸມ ເຊີດຊູຄວາມຮັບຜິດຊອບຂອງຕົນ ເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳ ພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກກະຊວງຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈິງ, ຢຶດໝັ້ນຕາມຫລັກການ, ກົດລະບຽບ ແລະ ທັດສະນະ ຂອງພັກຢ່າງຖືກຕ້ອງ

SA Game
ກະຊວງພາຍໃນ

ທີ່ສຳຄັນຕ້ອງຫລີກລ່ຽງການມີທັດສະນະອັກຄະຕິສ່ວນຕົວ ເພື່ອເປັນການໂຄ່ນລົ້ມໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫລື ຕໍ່ການ ຈັດຕັ້ງໃດໜຶ່ງຕໍ່ການນຳພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງຖີ່ຖ້ວນຢ່າງພາວະວິໄສ ແລະ ແທດເຖິງຕົວຈິງ ທີ່ຈະພາໃຫ້ບຸກຄົນ ຫລື ການຈັດຕັ້ງນັ້ນໆມີການເສື່ອມເສຍ

ການຕຳນິສົ່ງຂ່າວຕ້ອງມີລັກ ສະນະທີ່ສ້າງສັນບົນຫລັກການຂອງພັກ ຮັບປະກັນເຮັດໃຫ້ບຸກຄົນ, ຄະນະພັກດັ່ງກ່າວໄດ້ຮັບຮູ້ ແລ້ວນຳເອົາຄໍາຕໍານິສົ່ງຂ່າວໄປພິຈະລະນາ ເພື່ອເປັນບົດຮຽນໃນການສືບຕໍ່ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານຮອບດ້ານຂອງອົງຄະນະພັກກະຊວງ ເປັນຕົ້ນ ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ປັບປຸງຕົນເອງ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ

ແຕ່ລະສະຫາຍໃນຄະນະບໍລິຫານງານພັກກະ ຊວງ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບຕໍ່ພັກ ໃນການສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕາມຈິດໃຈຊີ້ນຳຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງພາຍໃນ