ລາວ ແລະ ກຳ​ປູ​ເຈຍຮ່ວມ​ມື​ຮັກ​ສາ​ຄວາມ​ເປັນ​ລະບຽບ​ຊາຍ​ແດນ

SA Game

ຂ​ປ​ລ

ແຂວງ​ຈຳ​ປາ​ສັກ ແລະ ແຂວງເປຣະວິເຮຍ ຮ່ວມ​ມື​ຮັກ​ສາ​ຄວາມ​ສະ​ຫງົບຕາມ​ແນວ​ຊາຍ​ແດນຄັ້ງທີ IX

ໃນວັນທີ 23 ມັງກອນ 2023 ທີ່ແຂວງຈຳປາສັກ ໄດ້​ມີ​ການ​ຈັດກອງປະຊຸມ ວ່າດ້ວຍການຮ່ວມມື ຄັ້ງທີ IX ລະຫວ່າງ ແຂວງຈຳປາສັກ ແຫ່ງ ສປປ ລາວ ກັບ ແຂວງ ເປຣະວີເຮຍ ແຫ່ງ ຣາຊະອານາຈັກ ກຳປູເຈຍ

ໂດຍການເປັນປະທານຮ່ວມຂອງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ແລະ ທ່ານ ກິມ ເຣີດທິ ເຈົ້າແຂວງເປຣະວິເຮຍ, ມີ ທ່ານກົງສຸນໃຫ່ຍແຫ່ງຣາຊະອານາຈັກກໍາປູເຈຍ ປະຈຳນະຄອນປາກເຊ, ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈໍາແຂວງຊຽງແຕງ, ພ້ອມດ້ວຍຄະນະຜູ້ແທນ ຂອງສອງຝ່າຍເຂົ້າຮ່ວມ.

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ກ່າວໃນກອງປະຊຸມວ່າ: ກອງປະຊຸມວ່າດ້ວຍການຮ່ວມມື ລະຫວ່າງ ແຂວງຈຳປາສັກ ກັບ ແຂວງເປຣະວິເຮຍ ຄັ້ງທີ IX ແລະ ຄັ້ງຜ່ານໆມານັ້ນ ໄດ້ເປັນສັນຍາລັກແຫ່ງການພົວພັນຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງສອງແຂວງ ໃຫ້ຄົງຢູ່ຕະຫລອດໄປ ແລະ ໄດ້ຮັບການເສີມຂະຫຍາຍພັດທະນາໃຫ້ດີຂຶ້ນເປັນກ້າວໆ

SA Game
ຂ​ປ​ລ

ແລະ ຍັງສະແດງໃຫ້ເຫັນເຖິງການຮ່ວມມືທີ່ເຂົ້າອົກ, ເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອຮ່ວມແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຕາມຊາຍແດນ ເຮັດໃຫ້ບໍລິເວນຊາຍແດນສ່ວນໃຫ່ຍມີຄວາມສະຫງົບດີຂຶ້ນ, ປະ ກອບສ່ວນເຮັດໃຫ້ບັນຍາກາດການພົວພັນຮ່ວມມື ລະຫວ່າງສອງປະເທດ ໂດຍສະເພາະ ລະຫວ່າງ ແຂວງຈຳປາສັກ ແລະ ແຂວງເປຣະວິເຮຍ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.

ໃນກອງປະຊຸມ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ແລະ ທົບທວນຄືນການຈັດຕັ້ງປະຕິບັດບົດບັນ ທຶກກອງປະຊຸມ ວ່າດ້ວຍການຮ່ວມມື ຄັ້ງທີ VIII ໃນປີຜ່ານມາ, ພ້ອມນັ້ນ ຄະນະຜູ້ແທນ ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນງານການຮ່ວມມື ແລະ ເຫັນວ່າກົນໄກການຮ່ວມມືໃນໄລຍະຜ່ານມາ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳຫລາຍຂຶ້ນ, ເຮັດໃຫ້ສອງຝ່າຍໄດ້ຮ່ວມກັນແກ້ໄຂບັນຫາຕາມບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຕາມຊາຍແດນ ລາວ-ກໍາປູເຈຍ.

ສອງຝ່າຍ ໄດ້ລົງນາມບົດບັນທຶກ ວ່າດ້ວຍການຮ່ວມມື ຄັ້ງທີ IX ໂດຍເປັນເອກະພາບສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໃນດ້ານຕ່າງໆ ເຊັ່ນ:

ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນ ສອງຝ່າຍເປັນເອກະພາບປະຕິບັດຕາມ ບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳປີ 2022;

ສືບຕໍ່ຮ່ວມມືກັນ ໃນການປ້ອງກັນສະກັດກັ້ນທຸກການເຄື່ອນໄຫວ ການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາຍແດນ; ເປັນເອກະພາບໃນການສືບຕໍ່ອໍານວຍຄວາມສະດວກ ແລະ ປ້ອງກັນຄວາມປອດໄພໃຫ້ແກ່ຄະນະຜູ້ແທນ ແລະ ປະຊາຊົນຂອງສອງປະເທດ; ການຮ່ວມມືປ້ອງກັນ ແລະ ສະກັດກັ້ນຢາເສບຕິດ ຕາມຊາຍແດນ.

SA Game
ຂ​ປ​ລ

ນອກຈາກນັ້ນ ສອງຝ່າຍ ຍັງເປັນເອກະພາບໃນ ການຮ່ວມມືດ້ານເສດຖະກິດ-ສັງຄົມ ເປັນຕົ້ນ ວຽກງານໂຍທາທິການ ແລະ ຂົນສົ່ງ;

ວຽກງານກະສິກໍາ ແລະ ນໍ້າ ສອງຝ່າຍເອກະພາບໃນການສະກັດກັ້ນ ແລະ ປາບປາມຕໍ່ຜູ້ລະເມີດທີ່ນໍາໃຊ້ອຸປະກອນທີ່ຜິດກົດໝາຍໃນການຫາປາ ແລະ ສັດນໍ້າຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາຕ່າງໆ, ຊຸກຍູ້ໃຫ້ ມີການແລກປ່ຽນລະບົບຂໍ້ມູນການຕະຫລາດ ຜະລິດຕະພັນກະສິ ກຳ, ສະກັດກັ້ນການລັກລອບນຳສັດ ເຂົ້າ-ອອກ, ຜະລິດຕະພັນທີ່ມາຈາກສັດ ແລະ ຮ່ວມມືກັນອະນຸລັກ ສັດປ່າ, ສັດນໍ້າ ເພື່ອແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ສັດປ່າ, ສັດນໍ້າ ທີ່ໃກ້ຈະສູນພັນ;

ວຽກງານພະລັງງານ ແລະ ໄຟຟ້າ ສືບຕໍ່ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 500 KV ເພື່ອເຊື່ອມຕໍ່ແຂວງຊຽງແຕງ ແລະ ແຂວງເປຣະວີເຮຍ, ສະໜັບສະໜູນໃຫ້ລັດວິສາຫະກິດໄຟຟ້າລາວ ແລະ ໄຟຟ້າກໍາປູເຈຍ ຮ່ວມມືກັນໃນການສຶກສາເພີ່ມປະລິມານການສົ່ງພະລັງ ງານໄຟຟ້າ ແລະ ຍັງມີ ວຽກງານດ້ານອຸດສາຫະກໍາ ແລະ ການຄ້າ;

ວຽກງານຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ; ວຽກງານວັດທະນະທໍາ, ການສຶກສາ-ກິລາ, ສາທາລະນະສຸກ ແລະ ດ້ານມະນຸດສະທໍາ ສອງຝ່າຍເຫັນດີໃຫ້ໜ່ວຍງານກູ້ໄພຂອງສອງຝ່າຍ ປະສານງານກັນໃນກໍລະນີເກີດອຸປະຕິເຫດ ແລະ ເກີດໄພພິບັດທາງທໍາມະຊາດ ເພື່ອຊ່ວຍເຫລືອກັນ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.