ຫລາຍ​ບັນ​ຫາ​ທີ່ອົງການໄອຍະການ ລາວ ແລະ ໄທ ຮ່ວມ​ກັນ​ແກ້​ໄຂ

SA Game

ຂ​ປ​ລ.

ມີ​ຫຼາຍ​ບັນ​ຫາ​ທີ່​ຕ້ອງ​ໄດ້​ແກ້​ໄຂ​ຮ່ວ​ມ​ກັນ​ຂອງອົງການໄອຍະການ ລາວ ແລະ ໄທ.

ວັນທີ 28 ຕຸລາ 2021 ອົງການໄອຍະການປະຊາຊົນສູງສຸດ, ກົມແຜນການ ແລະ ຮ່ວມມື ກັບຕ່າງປະເທດ, ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ປະຊຸມ ກັບສໍານັກງານໄອຍະການຕ່າງປະເທດ.

ໂດຍ​ໄດ້​ມີສໍານັກງານໄອຍະການສູງສຸດ ແຫ່ງ ຣາຊະອານາຈັກໄທ, ທ່ານ ຈູມພົນ ພັນສໍາລິດ ຫົວໜ້າສໍານັກງານໄອຍະການຕ່າງປະເທດ, ໂດຍມີພະນັກງານສອງຝ່າຍ ແລະ ທ່ານ ນາງ ຄາໂອລິ ມາຊຸໂມະໂຕະ ຜູ້ປະສານງານເຄືອຂ່າຍການປະສານງານການຮ່ວມມືທາງອາຍາ (SEAJust) ໃນຖານະຜູ້ໃຫ້ທຶນ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຄຳເພັດ ສົມວໍລະຈິດ ຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ຕາງໜ້າຄະນະນຳອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ກໍຄື ຄະນະຜູ້ແທນ ສປປ ລາວ ໄດ້ສະແດງຄວາມດີໃຈ ແລະ ຄວາມຊົມເຊີຍ ທີ່ສໍານັກງານໄອຍະການຕ່າງປະ ເທດ, ສໍານັກງານໄອຍະການສູງສຸດ ແຫ່ງ ຣາຊະອານາຈັກໄທ ໃຫ້ກຽດເຂົ້າຮ່ວມກອງປະຊຸມທາງໄກໃນຄັ້ງນີ້.

SA Game
ຂ​ປ​ລ.

ສອງຝ່າຍຕີລາຄາສູງ ການພົວພັນ-ຮ່ວມມື ລະຫວ່າງ ສປປ ລາວ ກັບ ຣາຊະອານາຈັກໄທ ເວົ້າລວມ, ການພົວພັນ-ຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ກັບສໍານັກງານໄອຍະການສູງສຸດ ແຫ່ງ ຣາຊະອານາຈັກໄທ ເວົ້າສະເພາະ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລີກຢ່າງບໍ່ຢຸດຢັ້ງ,

ໂດຍໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈຳ ທີ່ໄດ້ເຊັນຮ່ວມກັນໃນ ປີ 2004, ຊຶ່ງມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນວິຊາການ, ການຮ່ວມມືລະຫວ່າງ ອົງການໄອຍະການບັນດາແຂວງທີ່ມີຊາຍແດນຕິດຈອດກັນ, ການຝຶກອົບຮົມພະນັກງານໄອຍະການ ສປປ ລາວ ທີ່ປະເທດໄທ.

ການແລກປ່ຽນຂໍ້ມູນຂ່າວ ສານກົດໝາຍ, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບການຈັດກອງປະຊຸມຮ່ວມກັນ, ການກະກຽມຈັດກອງປະຊຸມຄັ້ງປະຖົມມະລຶກຂອງເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບການຮ່ວມມືທາງອາຍາ (First SOM-MLAT) ໃນເດືອນພະຈິກ 2021, ກອງປະຊຸມເຄືອຄ່າຍການປະສານງານການຮ່ວມມືທາງອາ ຍາ ຢູ່ ສປປ ລາວ ແລະ ການຊ່ວຍເຫລືອທາງດ້ານວິຊາການ ແລະ ງົບປະມານ ຂອງສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ ກໍຄື ເຄືອຄ່າຍການຮ່ວມມືທາງອາຍາ.

ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືພາຍໃນ ກ່ຽວກັບການກະກຽມການພົບປະຂອງຄະນະຜູ້ແທນຂັ້ນສູງ ອົງ ການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງສຳນັງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກໄທ ໃນທ້າຍປີນີ້,

SA Game
ຂ​ປ​ລ.

ການປະຕິບັດຄໍາຮ້ອງຂໍການຮ່ວມມືທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນຈຳນວນໜຶ່ງ ທີ່ໄດ້ກະທໍາຜິດ ຢູ່ ສປປ ລາວ ແລ້ວເອົາຕົວຫລົບໜີໄປລີ້ຊ່ອນ ຢູ່ຣາຊະອານາຈັກໄທ ເພື່ອໃຫ້ລັດຖະບານ ແຫ່ງ ຣາຊະອານາຈັກໄທ ພິຈາລະນາສົ່ງຕົວພວກກ່ຽວມາດໍາເນີນຄະດີ ຢູ່ ສປປ ລາວ ຕາມກົດໝາຍ.

ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ, ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືວຽກງານໄອຍະການປະຊາຊົນຂອງ ສປປ ລາວ, ຕ້ານອາຊະຍາກຳຂ້າມຊາດ, ເຮັດໃຫ້ຜູ້ກະທຳຜິດຖືກລົງໂທດ,

ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະ ຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ເວົ້າລວມ, ການພົວພັນ-ຮ່ວມມື ລະຫວ່າງ ອົງການໄອຍະການ ສປປ ລາວ ແລະ ຣາຊະອານາຈັກໄທ ເວົ້າສະເພາະ ໄດ້ຮັບການພັດທະນາກ້າວຂຶ້ນ ຢ່າງມີປະສິດທິຜົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.