5 ບັນ​ຫາ​ສຳ​ຄັນ​ທີ່​ປະ​ເທດ​ປະ​ເທດ​ລາວ​ເນັ້ນ​ເພື່ອ​ປັບ​ປ່ຽນ​ໃຫ້​ດີ​ຂື້ນ

SA Game

ຂ​ປ​ລ.

ຫລາຍບັນຫາສຳຄັນ ​ທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ເພື່ອເຮັດໃຫ້ວຽກງານຈັດຕັ້ງທົ່ວປະເທດ ມີການຫັນປ່ຽນແປງ​ດີ​ຂື້ນ.

ໃນພິທີປິດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໃນວັນທີ 26 ຕຸລາ 2021, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນ ເນັ້ນໃຫ້ການນຳ ແລະ ຜູ້ທີ່ເຮັດວຽກງານຈັດຕັ້ງໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຫລາຍບັນຫາສຳຄັນ ເພື່ອປັບປຸງວຽກງານຈັດຕັ້ງໃຫ້ມີການຫັນປ່ຽນຢ່າງເຂັ້ມແຂງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໂດນ​ໃນ​ໄລ​ຍະ​ຫລາຍໆ​ປີທີ່​ຜ່ານ​ມາເບິ່ງ​ສະ​ພາບ​ໂດຍ​ລວມແລ້ວ, ມີ​ຫລາຍໆ​ຢ່າງ​ໃນ​ຂະ​ບວນ​ການ​ທາງ​ກາ​ນ​ຈັດ​ຕັ້ງ​ພັກ​ລັດ​ກໍ​ຄື​ເອ​ກະ​ຊົນ​ທົວ​ໄປ ທີ່​ຕ້ອງ​ໄດ້​ພັດ​ທະ​ນາ ແລະ ປັບ​ປຸ່ງ​ປ່ຽນ​ແປງ​ຢ່າງ​ຈິ່ງ​ຈັງ ເພື່ອ​ໃຫ້​ປະ​ເທດ​ໄດ້​ກ້າວ​ໄປ​ສູ່​ອີກ​ລະ​ດັບ​ໜຶ່ງ ແລະ ທຸກ​ຢ່າງ​ຈະ​ເກີດ​ຂື້ນ​ໄດ້​ກໍ​ຕ້ອງ​ມາ​ຈາກ​ແນວ​ຄວາມ​ຄິດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ອັນ​ສຳ​ຄັນ​ຂອງ​ແຕ່​ລະ​ບຸກ​ຄົນ​ແຕ່​ລະ​ທ່ານ, ເຊິ່ງ ທ່ານ ທອງລຸນ ສີສຸລິດ ເນັ້ນໜັກບັນຫາສຳຄັນດັ່ງນີ້:

SA Game
ຂ​ປ​ລ.

1. ການຄົ້ນຄວ້າທິດສະດີ ແລະ ພືດຕິກໍາໃຫ້ແກ່ພັກ: ເພື່ອໃຫ້ເປັນຄັງສາງຂອງພັກເຮົາ, ເພື່ອ ນໍາມາເປັນທິດສະດີ, ເປັນແນວທາງປະຕິບັດໃຫ້ແກ່ພັກເຮົາ ແລະ ວາງບັນດາທິດນໍາຂອງພັກໃຫ້ຖືກ ຕ້ອງສອດຄ່ອງນັ້ນ, ການຄົ້ນຄວ້າວິທະຍາສາດ, ລັດຖະສາດການເມືອງ ເປັນເລື່ອງຈໍາເປັນພາວະວິໄສບໍ່ສາມາດຢຸດນິ້ງ ແລະ ບໍ່ໃຫ້ຂາດໄປໄດ້; ເລນິນ ໄດ້ເວົ້າວ່າ: “ຮຽນແລ້ວຮຽນອີກ, ຮຽນເລື້ອຍໆໄປ”,

ພວກເຮົາໄດ້ຮຽນ, ກໍາລັງຮຽນ ແລະ ຈະຮຽນ ຢ່າງບໍ່ຢຸດຢັ້ງ, ຮຽນນໍາພືດຕິກໍາຕົວຈິງ, ຮຽນນໍາເພື່ອນມິດ, ຮຽນນໍາຕົວເອງ, ຮຽນນໍາປະຊາຊົນຢ່າງຕໍ່ເນື່ອງ, ໂດຍສະເພາະວຽກງານຈັດຕັ້ງຂອງພັກເຮົາກໍ່ເຄີຍຮຽນຮູ້, ເຄີຍປັບປຸງ, ປ່ຽນແປງມາໂດຍຕະ ຫລອດທຸກໆສະໄໝຂອງວິວັດທະນາການຂອງພັກເຮົາ ແຕ່ທຽບໃສ່ຄວາມຮຽກຮ້ອງຕ້ອງການ ກໍ່ເຫັນວ່າຍັງໄກຫລາຍ, ທິດສະດີໃໝ່ໆຍັງບໍ່ຫລາຍທຽບໃສ່ພັກອ້າຍນ້ອງ ພວກເຮົາຕ້ອງໄດ້ບຸກບືນຕື່ມຫລາຍທີ່ສຸດ ເພື່ອຕອບໂຈດທີ່ວ່າ:

” ຖ້າບໍ່ມີທິດສະດີປະຕິວັດ ກໍ່ຈະບໍ່ມີຂະບວນການປະຕິວັດ” ດັ່ງນັ້ນ, ສະເໜີວ່າ ຄວນປັບປຸງບັນດາສະຖາບັນ, ໂຮງຮຽນການ ເມືອງ-ການປົກຄອງ ໃຫ້ມີຈຸດສຸມທາງດ້ານການຄົ້ນຄວ້າ, ວິໄຈ, ເພື່ອໃຫ້ສາມາດເຂົ້າສູ່ການນໍາໃຊ້ຢ່າງມີປະສິດທິຜົນ ແລະ ປະສິດທິພາບຢ່າງແທ້ຈິງ ແລະ ໃຫ້ທັນຍຸກສະໄໝ.

2. ການປັບປຸງພັກດ້ານການຈັດຕັ້ງ: ການປັບປຸງພັກດ້ານການຈັດຕັ້ງໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນນັ້ນ, ມັນເປັນທັງຄວາມຮຽກຮ້ອງຕ້ອງການພາວະວິໄສ, ເປັນທັງການເລັ່ງທວງຂອງສະຖານະການຄວາມຈໍາເປັນທີ່ແທ້ຈິງຂອງພັກ, ຂອງລັດ ແລະ ຂອງປະເທດຊາດ, ວຽກນີ້ພວກເຮົາຈະຖືເປັນວຽກທໍາມະດາແມ່ນບໍ່ໄດ້, ເຮັດໄປຕາມເປັນຕາມເກີດ ຫລື ໄປຕາມອັດທະນາໄສຍິ່ງບໍ່ໄດ້ ບັນດາສະຫາຍຜູ້ນໍາຂອງທຸກຂັ້ນ,

ຜູ້ຮັບຜິດຊອບວຽກງານຈັດຕັ້ງທຸກສະຫາຍ ຕ້ອງກວດກາຄືນບັນດາຈຸດອ່ອນ, ຂໍ້ບົກຜ່ອງຂອງວຽກງານນີ້ ຢ່າງມີຄວາມຮັບຜິດຊອບແທ້, ຂ້າພະເຈົ້າເຫັນວ່າ: ມັນເຖິງເວ ລາແລ້ວ ບັນດາສະຫາຍການນໍາ, ບັນດາສະຫາຍທີ່ເຮັດວຽກງານຈັດຕັ້ງ ຕ້ອງເດັດດ່ຽວທັບມ້າງເພື່ອໃຫ້ບັນຫາທີ່ບໍ່ເພິ່ງປາຖະໜາທີ່ຕົກຄ້າງຢູ່ໃນພັກເຮົາ ໄດ້ຖືກແກ້ໄຂໃຫ້ຕົກໄປຍິ່ງໄວຍິ່ງດີ.

SA Game
ຂ​ປ​ລ.

3. ບັນຫາວຽກງານພະນັກງານ: ຍ້ອນຮັບຮູ້ວ່າບັນຫາພະນັກງານເປັນບັນຫາສໍາຄັນ, ພະນັກ ງານແມ່ນທັງເປັນກໍາລັງແຮງ, ເປັນຜູ້ຕັດສິນຊີ້ຂາດຜົນສໍາເລັດ ຫລື ຄວາມຫລົ້ມເຫລວຂອງວຽກງານ,ດັ່ງນັ້ນສູນກາງພັກ ຈຶ່ງຕົກລົງໃຫ້ເອົາວຽກງານເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ພະນັກງານທຸກຄົນຂອງພວກເຮົາໃນທົ່ວປະເທດ ຫລາຍຄົນກໍ່ມີຈຸດດີ-ຈຸດອ່ອນ ແຕກຕ່າງກັນ, ມີທັງຄົນດີ, ຄົນເດັ່ນ, ມີທັງຄົນຈົງຮັກພັກດີຕໍ່ຊາດ, ຕໍ່ພັກ, ມີນໍ້າໃຈເສຍສະຫລະ ເພື່ອປະ ຊາຊົນຢ່າງບໍລິສຸດໃຈ, ມີຄົນເກັ່ງ, ມີຄວາມຮູ້ວິຊາ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ, ມີຄວາມອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກນາໆປະການ ຂ້າພະເຈົ້າສະເໜີວ່າ:

ຂໍໃຫ້ພວກເຮົາພ້ອມກັນສົ່ງເສີມ, ໃຫ້ຄວາມເອົາໃຈໃສ່, ໃຫ້ມີການກໍ່ສ້າງ, ຍົກຍ້ອງຄວາມດີ, ສ້າງໂອກາດໃຫ້ຄົນທີ່ດີ, ຄົນເກັ່ງ, ມີຄວາມຮູ້ຄວາມສາມາດ ແລະ ມີຄຸນສົມບັດສິນທໍາປະຕິວັດ ໄດ້ຮັບໜ້າທີ່ວຽກງານສົມກັບຄຸນ ສົມບັດ, ຄຸນທາດ ແລະ ຄວາມຮູ້, ຄວາມສາມາດ, ຄວາມອົດທົນພະຍາຍາມຂອງເຂົາເຈົ້າ, ຢ່າກັ່ນແກ້ງ ແລະ ຢ່າມີອັກຄະຕິຕໍ່ເຂົາເຫລົ່ານັ້ນ. ແຕ່ຖ້າຜູ້ໃດປະພຶດບໍ່ດີ, ຂາດຄຸນສົມບັດສິນທໍາປະຕິວັດ, ມີການກະທໍາທີ່ບໍ່ສົມເປັນພະນັກງານ, ຢ່າໃຫ້ເຂົ້າມາຢູ່ໃນຖັນແຖວການຈັດຕັ້ງ ຫລື ເປັນຜູ້ມີອໍານາດໜ້າທີ່ໃນຖັນແຖວການຈັດຕັ້ງ.

4. ພັກຊີ້ນໍາວຽກງານຈັດຕັ້ງ, ວຽກງານພະນັກງານໂດຍກົງ, ຮອບດ້ານ: ອົງການນໍາຂອງພັກທຸກຂັ້ນຕ້ອງຊີ້ນໍາໂດຍກົງ, ຮອບດ້ານໃນວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ແລະ ມີໜ້າທີ່ຊີ້ນໍາໂດຍກົງຕໍ່ການເຄື່ອນໄຫວຂອງອົງການຈັດຕັ້ງພັກ ແລະ ຕໍ່ການປັບປຸງ, ບັນຈຸຊັບຊ້ອນພະນັກງານ ທີ່ ຢູ່ໃນຄວາມຮັບຜິດຊອບຂອງຕົນ, ບໍ່ສາມາດປ່ອຍປະລະເລີຍ ແລະ ໂອນຖ່າຍວຽກນີ້ໃຫ້ຜູ້ອື່ນໄດ້. ສະ ຫາຍເລຂາຄະນະພັກຢູ່ແຕ່ລະບ່ອນ ຕ້ອງຊີ້ນໍາຜູ້ຮັບຜິດຊອບວຽກຈັດຕັ້ງຂອງຕົນໃນການປັບປຸງກົງຈັກ, ຊັບຊ້ອນຈັດວາງພະນັກງານ ຕາມລະບອບແບບແຜນວິທີເຮັດວຽກ ທີ່ມີປະຊາທິປະໄຕລວມສູນຢ່າງເຄັ່ງຄັດ.

ຂ້າພະເຈົ້າສະເໜີ ໃຫ້ຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຄະນະກວດກາສູນກາງພັກ ມີການປະສານງານກັນ ແລະ ສ້າງລະບອບກົນໄກເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ວຽກງານຈັດຕັ້ງພະນັກງານ ກ້າວສູ່ການປັບປຸງປ່ຽນແປງທີ່ຕັ້ງໜ້າ.

5. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຄະນະກໍາມະການແຂ່ງຂັນຮັກຊາດ ແລະ ພັດທະນາ ປັບປຸງພາລະບົດບາດ ແລະ ແບບແຜນວິທີປະຕິບັດວຽກງານແຂ່ງຂັນ, ຍ້ອງຍໍໃຫ້ມີການຫັນປ່ຽນໄປໃນທາງທີ່ດີຂຶ້ນ. ການແຂ່ງຂັນ, ການຍ້ອງຍໍມີຄວາມສໍາຄັນ, ແຕ່ການທີ່ໄດ້ຮັບການຍ້ອງຍໍ,ໄດ້ຫລຽນໄຊ, ໄດ້ຮັບນາມມະຍົດຕ່າງໆນັ້ນ, ຕ້ອງໃຫ້ສົມກຽດ, ສົມສັກສີຢ່າງແທ້ຈິງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.