ສ້າງຕັ້ງລັດວິສາຫະກິດ ຮູບເງົາລາວໂດຍ​ລັດ ຮ່ວມ​ທືນ​ກັບ​ນັກ​ທຸ​ລະ​ກິດ

SA Game

ຂ​ປ​ລ.

​ຈັບ​ມື​ກັນຮ່ວມ​ທືນ​ລະ​ຫວ່າງລັດຖະບານລາວ ແລະ ນັກທຸລະກິດ ສ້າງຕັ້ງລັດວິສາຫະກິດ ຮູບເງົາລາວ.

ກົມຄຸ້ມຄອງລັດວິສາຫະກິດລັດລົງທຶນ ແລະ ປະກັນໄພ ກະຊວງການເງິນ, ກົມຮູບເງົາ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ຜູ້ພັດທະນາໂຄງການສ້າງຕັ້ງລັດວິສາຫະກິດຮູບເງົາລາວ ໄດ້ເຊັນສັນຍາຮ່ວມທຶນສ້າງຕັ້ງລັດວິສາຫະກິດຮູບເງົາລາວໃນວັນທີ 27 ຕຸລາ 2021, ໂດຍມີມູນຄ່າການລົງທຶນເບື້ອງຕົ້ນ ຈໍານວນ 100 ຕື້ກີບ.

ເພື່ອເຮັດໃຫ້ຮູບເງົາລາວ ຖືກຈັດຕັ້ງຢ່າງເປັນຮູບປະທໍາ ແລະ ມີເປົ້າໝາຍສ້າງສັນຜົນງານອັນດີອອກຮັບໃຊ້ສັງຄົມ, ພ້ອມທັງສ້າງນະວັດຕະກໍາໃໝ່ໆ ໃນການເຜີຍແຜ່ຮູບ ເງົາລາວອອກສູ່ສາຍຕາຊາວໂລກ ກໍຄືສາກົນ.

ທ່ານ ເດດນະຄອນ ຫລວງໂມວິຫານ ຮອງຫົວໜ້າກົມຮູບເງົາ ກະຊວງ ຖວທ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ໃນປະເທດອາຊຽນ ໄດ້ມີຜູ້ກໍາກັບການສະແດງຮຸ່ນໃໝ່ເປັນຈຳນວນຫລາຍ, ເຊິ່ງຜົນງານຂອງເຂົາເຈົ້າສາມາດດຶງດູດຄວາມສົນໃຈຂອງຜູ້ຊົມຈາກທົ່ວທຸກມຸມໂລກ, ສ່ວນ ສປປ ລາວ ກໍເຊັ່ນກັນໄດ້ມີຜູ້ກໍາກັບຮຸ່ນໃໝ່ຫລາຍຄົນທີ່ຮຽນຈົບສາຍການຜະລິດຮູບເງົາ ໂດຍສະເພາະມາຈາກຕ່າງປະເທດ, ເຊິ່ງໄດ້ເລີ່ມເຮັດທຸລະກິດກ່ຽວກັບຮູບເງົາ ແລະ ຜະລິດຮູບເງົາອອກມາແລ້ວຈໍານວນໜຶ່ງ.

SA Game
ຂ​ປ​ລ.

ປັດຈຸບັນ ໃນນະຄອນຫລວງວຽງຈັນ, ມີໂຮງສາຍຮູບເງົາພຽງແຕ່ 3 ແຫ່ງເທົ່ານັ້ນ, ເຊິ່ງໂຮງສາຍຮູບເງົາເຫລົ່ານີ້ແມ່ນຕັ້ງຢູ່ສູນການຄ້າ, ຮູບເງົາສ່ວນໃຫຍ່ທີ່ນໍາເອົາເຂົ້າມາສາຍແມ່ນຮູບເງົາມາຈາກ ສປ ຈີນ, ສສ ຫວຽດນາມ, ສ.ເກົາຫລີ, ຣາຊອານາຈັກໄທ ແລະ ປະເທດອື່ນໆ.

ຈຸດປະສົງການຮ່ວມທຶນສ້າງຕັ້ງລັດວິສາຫະກິດຮູບລາວ ໃນຄັ້ງນີ້, ເພື່ອເຮັດໃຫ້ທຸລະກິດ ຂອງ “ລັດວິສາຫະກິດຮູບເງົາລາວ” ຖືກຈັດຕັ້ງປະຕິບັດ ລະຫວ່າງ ພາກລັດ ແລະ ນັກລົງທຶນ ແຫ່ງ ສປ ຈີນ ໂດຍເປົ້າໝາຍຕົ້ນຕໍ ເພື່ອສ້າງສັນຜົນງານທີ່ດີອອກມາຮັບໃຊ້ສັງຄົມ, ສ້າງນະວັດຕະກໍາໃໝ່ໃນການເຜີຍແຜ່ຮູບເງົາລາວອອກສູ່ສາກົນ, ໂດຍມີການວາງແຜນຍຸດທະສາດເປັນພັນທະມິດກັບລັດວິສາ ຫະກິດຕ່າງໆ ໃນພາກພື້ນ ແລະ ສາກົນ ເພື່ອບັນລຸຜົນສໍາເລັດໃນການຜະລິດ, ຈໍາໜ່າຍ ແລະ ສາຍ ຮູບເງົາອອກສູ່ຕະຫລາດພາຍໃນ, ພາກພື້ນ ແລະ ສາກົນ, ພິເສດແມ່ນສອງປະເທດລາວ ແລະ ຈີນ ແລະ ເພື່ອໃຫ້ສອດຄ່ອງກັບນະໂຍບາຍ “ໜຶ່ງແລວໜຶ່ງເສັ້ນທາງ”. ນອກນັ້ນ, ກໍ່ມີການເຂົ້າຮ່ວມແຂ່ງຂັນຮູບເງົາໃນລະດັບສາກົນ ເພື່ອເປີດສັກກະລາດໃໝ່ຂອງຮູບເງົາລາວ ໃຫ້ໄດ້ຮັບຜົນສຳເລັດ ແລະ ກ້າວໄປສູ່ການພັດທະນາໃນລະດັບໂລກ.

ຕາງໜ້າລົງນາມຄັ້ງນີ້, ມີ ທ່ານ ປະສົມເພັດ ຄຳຕັນ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ ກະຊວງການເງິນ, ທ່ານ ຫວາງຮົງ ຜູ້ພັດທະນາໂຄງການສ້າງຕັ້ງລັດວິສາຫະກິດຮູບເງົາລາວ, ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ບຸນຈອມ ວົງເພັດ ທີ່ປຶກສາຜູ້ພັດທະນາໂຄງການສ້າງຕັ້ງລັດວິສາຫະກິດຮູບເງົາລາວ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນປອນ ວັນນະຈິດ ຮອງ ລັດຖະມົນຕີ ກະຊວງການເງິນ ແລະ ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.