ສ​ປ​ປ ລາວ ຕ້ອນ​ຮັບ​ການ​ຢ້ຽມ​ຢາມ​ຂອງ ສ​ສ ຫວຽດ​ນາມ ​ທີ່ຫຼວງ​ພະ​ບາງ

SA Game

Media Laos

ພິ​ທີ​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຢາມຂອງ ສສ ຫວຽດນາມ ແລະເມືອງໂພນທອງສປປ ລາວ

ໄດ້​ມີ​ພິ​ທີ​ຕ້ອນ​ຮັບຄະ​ນະ​ຜູ້​ແທນຫວຽດ​ນາມ, ທ່ານ ວູ້ວັນເກວິນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆ ສົບກົບ ແຂວງເຊິນລາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະກັບຄະນະນໍາເມືອງໂພນທອງ ແຂວງຫຼວງພະບາງ ສປປ ລາວ ໃນວັນທີ 12 ເມສາ 2022 ຜ່ານມາ ທີ່ດ່ານຊາຍແດນ ລາວ-ຫວຽດນາມ ນາຊອນ ເມືອງໂພນທອງ ແຂວງຫຼວງພະບາງ. ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2565.

ໂດຍການຕ້ອນຮັບອັນອົບອຸ່ນຂອງ ທ່ານ ສົມວອນ ແກ້ວຄໍາພອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງໂພນທອງ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວນີ້ທ່ານ ວູ້ວັນເກວິນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆ ສົບກົບ ແຂວງເຊິນລາ ສສ ຫວຽດນາມ ກໍໄດ້ກ່າວວ່າ: ການມາພົບປະຢ້ຽມຢາມໃນຄັ້ງນີ້ ໃນທ່າມກາງບັນຍາກາດທີ່ປະຊາຊົນສອງຊາດລາວ – ຫວຽດນາມພວມອອກແຮງແຂ່ງຂັນກັນສ້າງຜົນງານ ໄວ້ຂໍ່ານັບຮັບຕ້ອນສອງວັນປະຫວັດສາດທີ່ສໍາຄັນຂອງລາວ – ຫວຽດນາມຄື:

SA Game
Media Laos

ວັນສົນທິສັນຍາຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດລາວ – ຫວຽດນາມ ຄົບຮອບ 60 ປີທີ່ໃກ້ຈະມາເຖິງໃນມໍໆນີ້ຢ່າງເປັນຂະບວນຫ້າວຫັນຟົດຟື້ນ, ພ້ອມທັງມອບເຄື່ອງອຸປະໂພກ – ບໍລິໂພກ ແລະ ກ່າວອວຍພອນໄຊອັນປະເສີດມາຍັງຄະນະນໍາເມືອງໂພນທອງ, ຈົງມີສຸຂະພາບທີ່ແຂງແຮງສົມບູນ ແລະປະສົບຜົນສໍາເລັດໃນໜ້າທີ່ການເມືອງ.

SA Game
Media Laos

ຈາກນັ້ນທ່ານ ສົມວອນ ແກ້ວຄຳພອນ ຮອງເລຂາພັກເມືອງ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະຂອບໃຈມາຍັງຄະນະນໍາເມືອງສົບກົບ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຄັ້ງນີ້ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືມິດຕະພາບ ແບບພິເສດ ແລະ ເພີ່ມພູນຄູນສ້າງການພົວພັນຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດ ນາມ ເວົ້າລວມ, ເວົ້າສະເພາະກໍ່ຄືເມືອງໂພນທອງ ແຂວງຫຼວງພະບາງ ແຫ່ງ ສປປ ລາວ ແລະ ເມືອງສົບກົບ ແຂວງເຊິນລາ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂື້ນ.ຈາກນັ້ນ ສອງຝ່າຍຍັງໄດ້ອວຍພອນ ເຊິ່ງກັນ ແລະກັນຕື່ມອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Media Laos