ກະຊວງການເງິນຈັດຕັ້ງປະຕິບັດແຜນງົບປະມານຢູ່ນະຄອນຫລວງວຽງຈັນ

SA Game

ປະເທດລາວ Pathedlao

ລັດຖະມົນຕີກະຊວງການເງິນລົງຈັດຕັ້ງປະຕິບັດແຜນງົບປະມານຢູ່ນະຄອນຫລວງວຽງຈັນ

ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງວຽງຈັນໃນວັນທີ 21 ເມສາ ຜ່ານມາ, ໂດຍການຕ້ອນຮັບຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຫົວໜ້າກົມ, ຮອງຫົວໜ້າກົມອ້ອມຂ້າງກະຊວງການເງິນ, ຫົວໜ້າ,ຮອງຫົວໜ້າພະແນກການເງິນ,ຫົວໜ້າສາມຂະແໜງທສາຍຕັ້ງປະຈໍານະຄອນຫລວງວຽງຈັນ ພ້ອມດ້ວຍພະນັກງານຫລັກແຫລ່ງຂອງຂະແໜງການເງິນປະຈໍານະຄອນຫລວງວຽງຈັນ ແລະ ປະຈໍາເມືອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສີລິລາດ ທົງສິນທອງເພັງ ຫົວໜ້າພະແນກການເງິນນະຄອນ ຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ:

ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2022 ໄລຍະ 3 ເດືອນ ປີ 2022 (ແຕ່ວັນທີ 1 ມັງກອນຮອດວັນທີ 19 ເມສາ 2022) ດ້ານລາຍຮັບທັງໝົດສາມາດປະຕິບັດໄດ້ 1.200,51 ຕື້ກີບເທົ່າກັບ 21,53% ຂອງແຜນການປີ 5.576,34 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ລື່ນ 6,94% ເປັນເງິນ 77,92 ຕື້ກີບ).

ໃນນັ້ນ, ລາຍຮັບພູດສູນກາງ(ພາສີ) ສາມາດປະຕິບັດໄດ້ 807,95 ຕື້ກີບເທົ່າກັບ 19,71% ຂອງແຜນການປີ 4.100 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ຫລຸດ 5,55% ເປັນເງິນ 47,44 ຕື້ກີບ).

SA Game
ປະເທດລາວ Pathedlao

ລາຍຮັບທ້ອງຖິ່ນ (ນວ) ສາມາດປະຕິບັດໄດ້ 392,55 ຕື້ກີບເທົ່າກັບ 26,59%ຂອງແຜນການປີ 1.476,34 ຕື້ກີບ(ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ລື່ນ 46,92% ເປັນເງິນ 125,36 ຕື້ກີບ).

ສ່ວຍສາອາກອນສາມາດປະຕິບັດໄດ້ 367,95 ຕື້ກີບເທົ່າກັບ 26,28% ຂອງແຜນການປີ 1.400 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ລື່ນ 44,40% ເປັນເງິນ 113,13 ຕື້ກີບ) ຊັບສິນຂອງລັດ, ສາມາດປະຕິບັດໄດ້ 24,11 ຕື້ກີບເທົ່າກັບ 31,85% ຂອງແຜນການປີ 75,71 ຕື້ກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ລື່ນ 94,96% ເປັນເງິນ 11,74 ຕື້ກີບ) ວິສາຫະກິດລັດລົງທຶນສາມາດປະຕິບັດໄດ້ 484,53 ລ້ານກີບເທົ່າກັບ 76,53% ຂອງແຜນການປີ 633,10 ລ້ານກີບ (ທຽບໃສ່ໄລຍະດຽວຂອງປີ 2021 ສາມາດປະຕິບັດໄດ້ລື່ນ 100% ເປັນເງິນ 484,53 ລ້ານກີບ) ລາຍຮັບອື່ນໆສາມາດປະຕິບັດໄດ້ 5,58 ລ້ານກີບ. ພ້ອມກັນນັ້ນ,ໃນກອງປະຊຸມຍັງໄດ້ມີລາຍງານໂດຍສັງເຂບ ການຈັດຕັ້ງປະຕິບັດບັນດາມາດຕະການວາລະແຫ່ງຊາດຈາກ 3 ຂະແໜງ ການສາຍຕັ້ງຂອງນະຄອນຫລວງວຽງຈັນ ແລະ ບັນດາກົມກ່ຽວຂ້ອງຂອງກະຊວງການເງິນ.

SA Game
ປະເທດລາວ Pathedlao

ພ້ອມນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ມີຄໍາເຫັນທິດຊີ້ນໍາຕໍ່ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນນະຄອນຫລວງວຽງຈັນ ເປັນຕົ້ນ ການຫັນຫົວໜ່ວຍເຂົ້າລະບົບອາກອນມູນຄ່າເພີ່ມ, ການຖືບັນຊີຂອງຫົວໜ່ວຍທຸລະກິດ, ການຄຸ້ມຄອງການເກັບລາຍຮັບພາສີທີ່ດິນ ແລະ ຄ່າທໍານຽມທາງຜ່ານລະບົບທະນາຄານ ແລະ ວຽກງານອື່ນໆ ເພື່ອໃຫ້ເຫັນໄດ້ຂໍ້ສະດວກຂໍ້ຄົງຂ້າງ ແລະ ເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບປະສິດທິພາບປະສິດທິຜົນ ແລະ ສໍາເລັດໄດ້ຕາມຄາດໝາຍທີ່ວາງໄວ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກະຊວງການເງິນ