ລາວ ຕ້ອນ​ຮັບ​ນາ​ຍົກ​ລັດ​ທະ​ມົນ​ຕີ ອຸດສາຫະກຳ ແລະ ການຄ້າຫວຽດນາມ

SA Game

ຂ​ປ​ລ

​ເຊືອມ​ສຳ​ພັນ! ສ​ປ​ປ ລາວ ຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ

​ເພື່ອ​ເປັນ​ການ​ສືບ​ຕໍ່​ມູນ​ເຊື້ອ ແລະ ຄວາມ​ສຳ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ຊາດ ລາວ-ຫວຽດ​ນາມ ທີ່​ມີ​ມາ​ຢ່າງ​ຍາວ​ນານ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຫງວຽນ ຮົງຢຽນ ລັດຖະມົນຕີກະຊວງອຸດສາຫະກຳແລະ ການຄ້າ ສສ ຫວຽດນາມ ພ້ອມດ້ວຍຄະນະ

ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນວັນທີ 11 ເມສາ 2022 ທີ່​ຜ່ານ​ມານີ້.

ຖື​ວ່າ​ເປັນ​ໂອ​ກາດ​ອັນ​ດີ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຫງວຽນ ຮົງຢຽນ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້

ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນ ຍິ່ງຂຶ້ນໄປເລື້ອຍໆ

SA Game
ຂ​ປ​ລ

ທັງເປັນການປະກອບສ່ວນໃນການສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022, ວັນເຊັນສົນທິສັນາຍມິດຕະພາບ ແລະ ການຮ່ວມມືຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ.

ພ້ອມນີ້ທ່ານ ພັນຄຳ ວິພາວັນ ຍັງໄດ້ຝາກຄຳຢື້ຢາມຖາມຂ່າວ ໄປຍັງພັກ ແລະ ລັດຖະບານ ກໍຄື ປະຊາຊົນຫວຽດນາມອ້າຍນ້ອງ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ ສປປ ລາວ ໃນທຸກຂົງເຂດວຽກງານ ເປັນຕົ້ນ ດ້ານການສຶກສາ, ສາທາ, ແກ້ໄຂຄວາມທຸກຍາກ, ພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆມາໂດຍຕະຫລອດ.

SA Game
ຂ​ປ​ລ

ທ່ານ ຫງວຽນ ຮົງຢຽນ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ພັນຄຳ ວິພາວັນ ທີ່ໄດ້ສະຫລະເວລາ ອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.