ສ້າງແຜ່ນແມ່ບົດປ້ອງກັນ ແລະ ກຳນົດຈຸດປ້ອງກັນໃນທົ່ວແຂວງຊຽງຂວາງ

SA Game

Lao National Radio

ເພື່ອຄວາມສະຫງົບ ວາງ​ແຜນ ແລະ ຈັດຕັ້ງເຜີຍແຜ່ແຜ່ນແມ່ບົດປ້ອງກັນໃນງານມະຫາກໍາແຫ່ງຊາດ

ໃນວັນທີ 18 ທັນວາ 2022 ພັອ ວີທອງ ພົມທະວີ ຫົວໜ້າກົມເສນາທິການ ຫ້ອງວ່າການກະຊວງ ປກສ, ທັງເປັນຫົວໜ້າກອງເສນາອະນຸກຳມະການປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ໃຫ້ສຳພາດການປະຕິບັດວຽກງານເສນາທິການປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຕໍ່ສື່ມວນຊົນ ປກສ ວ່າ:

ພາຍຫຼັງທີ່ໄດ້ຮັບການຊີ້ນໍາຈາກຂັ້ນເທິງ, ກົມເສນາທິການໄດ້ປະສານສົມທົບ ກັບກົມ-ກອງວິຊາສະເພາະອ້ອມຂ້າງກະຊວງ ປກສ, ກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບ, ກອງບັນຊາການ ປກສ ແຂວງຊຽງຂວາງ, ລົງກວດກາ ແລະ ກຳນົດຈຸດປ້ອງກັນໃນທົ່ວແຂວງຊຽງຂວາງ ແລະ ສ້າງແຜ່ນແມ່ບົດປ້ອງກັນ, ໄດ້ເປັນເສນາທິການ ໃຫ້ຄະນະຊີ້ນໍາ-ບັນຊາລວມ ໃນການຈັດຕັ້ງເຜີຍແຜ່ແຜ່ນແມ່ບົດປ້ອງກັນ ແລະ ມອບໝາຍໜ້າທີ່ໃຫ້ບັນດາກົມ-ກອງອ້ອມຂ້າງກະຊວງ ປກສ

SA Game
Lao National Radio

ແຂວງທີ່ມີຊາຍແດນຕິດຈອດກັບແຂວງຊຽງຂວາງ ແລະ ກອງບັນຊາການ ປກສ ແຂວງຊຽງຂວາງ, ເປັນເສນາທິການປະສານງານ ແລະ ສ້າງແຜນຝຶກອົບຮົມວິຊາສະເພາະໄລຍະສັ້ນໃຫ້ກົມ-ກອງວິຊາສະເພາະ ຈໍານວນໜຶ່ງ, ເປັນເສນາທິການສ້າງແຜນແກ້ໄຂປະກົດການຫຍໍ້ທໍ້ຢູ່ເທດສະບານແຂວງຊຽງຂວາງກ່ອນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຈະເປີດຂຶ້ນ, ເປັນເສນາທິການປະສານງານກັບຫ້ອງການກອງບັນຊາການ ປກສ ແຂວງຊຽງຂວາງ ສ້າງແຜນປ້ອງກັນ, ການບັນຈຸກຳລັງໃສ່ແຕ່ລະຈຸດປ້ອງກັນ ແລະ ຈັດກອງປະຊຸມເຜີຍແຜ່ ມອບໝາຍໜ້າທີ່ສຳເລັດໃນຕົ້ນເດືອນພະຈິກ 2022, ເປັນເສນາທິການໃນການຮັບສ່ອງແສງລາຍງານປະຈໍາວັນ ເພື່ອລາຍງານຂັ້ນເທິງປົກກະຕິ, ພ້ອມນີ້, ຍັງໄດ້ລົງຕິດຕາມກວດກາກໍາລັງປ້ອງກັນແຕ່ລະຈຸດໃຫ້ມີຄວາມສະຫງົບ, ປອດໄພຮອບດ້ານ.

SA Game
Lao National Radio

ເພື່ອຮັບປະກັນໃຫ້ການປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ກອງເສນາອະນຸກຳມະການ ຈະສືບຕໍ່ເປັນເສນາທິການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ກໍາລັງປ້ອງກັນທີ່ປ້ອງກັນຢູ່ບັນດາຈຸດໃຫ້ມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຮັດສຳເລັດໜ້າທີ່ ໃຫ້ມີຄວາມສະຫງົບ 100%, ຈະສຸມໃສ່ໃນການປະສານງານກັບທຸກພາກສ່ວນເພື່ອໃຫ້ມີຄວາມເອກະພາບກັນ, ສືບຕໍ່ລົງກວດກາກໍາລັງປ້ອງກັນແຕ່ລະຈຸດໃຫ້ມີຄວາມຮັບປະກັນຈົນຮອດມື້ປິດງານມະຫາກຳກິລາ, ສ້າງບົດສະຫຼຸບນັບແຕ່ໄລຍະກະກຽມ ແລະ ໄລຍະດຳເນີນງານຮອດມື້ສໍາເລັດເພື່ອລາຍງານຂັ້ນເທິງ.

SA Game
Lao National Radio

ວຽກງານເສນາທິການແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ໃນການຊ່ວຍໜູນຮັບປະກັນໃຫ້ການປະຕິບັດ ຫຼື ປະສານວຽກງານລະຫວ່າງກັນໃນແຕ່ລະໜ້າວຽກໃຫ້ມີຄວາມຄ່ອງຕົວ ແລະ ກົມກຽວກັນເປັນຢ່າງດີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio