ທູດ ອາເມລິກາ ປະຈຳລາວ ເຂົ້າ​ຢ້ຽມ​ຢາມ​ຮອງ​ເຈົ້າ​ແຂວງ ຈຳ​ປາ​ສັກ

SA Game

ຂປລ. 

ຕ້ອນຮັບທູດ ອາເມລິກາ ປະຈຳລາວ ເນືອງ​ໃນ​ໂອ​ກາດເຄື່ອນໄຫວຢ້ຽມຢາມແຂວງຈຳປາສັກ

ໃນວັນທີ 20 ທັນວາ 2022 ນີ້, ອີງ​ຕາມ ແຫລ່ງຂ່າວຈາກແຂວງຈໍາປາສັກ ໃຫ້ຮູ້ວ່າ:ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ໄດ້ຈັດ​ພິ​ທີຕ້ອນຮັບ ທ່ານ ປີເຕີ ເຮມ໋ອນ (Peter M.Haymond) ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ພ້ອມ​ດ້ວຍຄະນະ, ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ລົງເຮັດ​ວຽກ​ ຢູ​ທີ່ ແຂວງຈຳປາສັກ.

ໂອກາດນີ້, ທ່ານຮອງເຈົ້າແຂວງຈຳປາສັກ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບໂດຍລວມຂອງການພັດທະນາເສດຖະກິດສັງຄົມຢູ່ພາຍໃນແຂວງ ໂດຍສະເພາະການຄ້າ, ການລົງທຶນ, ການທ່ອງ ທ່ຽວ ແລະ ການຈັດຕັ້ງປະຕິບັດບັນດາໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກ ສະຫະລັດອາເມລິ ກາ

ເປັນຕົ້ນ ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ (NPA) ໂຄງການສ້າງຄວາມເຊື່ອມໂຍງເພື່ອຂະ ຫຍາຍເຄືອຄ່າຍກະສິກຳ (CLEAN Project), ໂຄງການຕໍ່ຕ້ານການຄ້າມະນຸດ (VFI) ແລະ ອື່ນໆ.

SA Game
ຂປລ.

ພ້ອມນັ້ນ, ທ່ານຮອງເຈົ້າແຂວງ ຍັງໃຫ້ຮູ້ກ່ຽວກັບພາບລວມຂອງການຊຸກຍູ້ໂຄງການເຂດພັດທະນາເສດ ຖະກິດໃໝ່ສີທັນດອນ ໂດຍແຂວງໄດ້ສຸມໃສ່ ຊຸກຍູ້ການພັດທະນາການທ່ອງທ່ຽວທີ່ທັນສະໄໝ ຕິດພັນກັບການອະນຸລັກທໍາມະຊາດ.

ໃນໂອກາດດຽວກັນ, ທ່ານ ປີເຕີ ເຮມ໋ອນ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ວິໄສທັດຂອງການພັດທະນາ ແຂວງຈຳປາສັກ ກໍຄື ແຜນຟື້ນຟູເສດຖະກິດພາຍຫລັງການລະບາດຂອງໂຄວິດ-19 ແລະ ລັດຖະບານ ອາເມລິກາ ແມ່ນໄດ້ມີແຜນທີ່ຈະສືບຕໍ່ຊຸກຍູ້ ບັນດາໂຄງການສະໜັບສະໜູນ ຕ່າງໆ ແລະ ຈະສຶກສາຄວາມເປັນໄປໄດ້ທີ່ຈະລົງທຶນກ່ຽວກັບພະລັງງານສີຂຽວ (ພະລັງງານສະອາດ) ຢູ່ສປປ ລາວ ໂດຍສະເພາະ ແຂວງຈຳປາສັກ.

ພ້ອມນີ້, ທ່ານທູດ ຍັງໄດ້ໃຫ້ຄວາມສົນໃຈກ່ຽວກັບ ການພັດທະນາ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ທີ່ແຂວງຈຳປາສັກ ນຳອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.