ກອງ​ປະ​ຊຸມ ສະຫລຸບວຽກງານການເງິນປະຈຳປີ 2022 ກະຊວງການເງິນ

SA Game

ກະຊວງການເງິນ

ກະຊວງການເງິນ ສະຫລຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນປະຈຳປີ 2022

ໃນວັນທີ 20 ທັນວາ 2022 ນີ້, ກະຊວງການເງິນ ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ການເງິນປະຈຳປີ 2022 ແລະ ທິດທາງແຜນການປີ 2023, ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຜູ້ຕາງໜ້າຈາກກະ ຊວງ, ອົງການ, ຫົວໜ້າພະແນກການແຂວງໃນຂອບເຂດທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນທ່າມກາງສະພາບແວດລ້ອມທີ່ມີຄວາມຫຍຸ້ງຍາກຫລາຍປະການ, ແຕ່ຄະນະພັກ ແລະ ບັນດາກະຊວງ ແລະ ອົງການປົກ ຄອງທ້ອງຖິ່ນແຕ່ລະຂັ້ນ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ນຳພາ-ຊີ້ນຳ ການຈັດຕັ້ງປະຕິ ບັດງົບປະມານແຫ່ງລັດປະຈຳປີ 2022

ໂດຍໄດ້ບຸກທະລຸເຂົ້າສູ່ວຽກງານຕົວຈິງ ດ້ວຍການວາງນະໂຍ ບາຍ, ນິຕິກໍາ ແລະ ກົນໄກການຈັດຕັງປະຕິບັດຢ່າງລະອຽດຈະແຈ້ງ ແລະ ສອດຄ່ອງກັບສະພາບຕົວຈິງ ອັນທີ່ພົ້ນເດັ່ນ ແມ່ນການຍົກລະດັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນວາລະແຫ່ງຊາດ

SA Game
ກະຊວງການເງິນ

ໂດຍສະເພາະການອັດຊ່ອງວ່າງການຮົ່ວໄຫລ, ນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍເຂົ້າສູ່ລວງເລິກໃນການປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2022 ສາມາດປະຕິ ບັດ ໄດ້ຕາມແຜນ ແລະ ລື່ນແຜນສະພາແຫ່ງຊາດຮັບຮອງ

ພ້ອມທັງສຸມໃສ່ປ້ອງກັນ, ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ກໍຄື ແກ້ໄຂຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ສາ ມາດຮັບປະກັນສະຖຽນລະພາບທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ, ການພັດທະນາເສດຖະກິດ -ສັງຄົມແຫ່ງຊາດ ຢູ່ປະເທດເຮົາ ສືບຕໍ່ດຳເນີນຢ່າງຕໍ່ເນື່ອງ, ຄາດຄະເນວ່າໝົດປີຈະສູ້ຊົນໃຫ້ GDP ຂະຫຍາຍົວໃນລະດັບ 4,4%.

ພ້ອມນັ້ນ ກໍເຫັນໄດ້ຈະແຈ້ງບັນຫາຂໍ້ຄົງຄ້າງທີ່ຕ້ອງສຸມໃສ່ແກ້ໄຂຢ່າງເອົາຈິງເອົາຈັງ ແລະ ເປັນລະບົບ ຄື: ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ບັນຫາໜີ້ສິນທີ່ສະສົມມາຍາວນານ, ອັດຕາແລກປ່ຽນສະກຸນເງິນຕ່າງໆ, ອັດຕາເງິນເຟີ້ ແລະ ຄ່າຄອງຊີບ. ບັນຫາສຳຄັນທີ່ສຸດແມ່ນພວກເຮົາຕ້ອງຮັບຮູ້ຢືນຢັນ ຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະ ຕ້ອງຮັບຮູ້ເຖິງບັນຫາທີ່ເປັນພື້ນຖານຈຸດອ່ອນຂໍ້ຄົງຄ້າງ ທີ່ຈະພາໃຫ້ພວກເຮົາມີຄວາມຫຍຸ້ງຍາກ.

ທ່ານລັດຖະມົນຕີກະຊວງການເງິນ ໄດ້ກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ສະເໜີບາງບັນຫາທີ່ຄວນເອົາໃຈໃສ່ ໂດຍສະເພາະ ຕີລາຄາສະພາບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດປີ 2022 ເປັນຕົ້ນ ການຂຸດຄົ້ນທ່າແຮງບົ່ມຊ້ອນທີ່ພວກເຮົາເກັບ ເຂົ້າງົບປະມານແຫ່ງລັດຢ່າງພາວະວິໄສ, ຕ້ອງຮັບຮູ້ ແລະ ກ້າຮັບຜິດຊອບຕໍ່ຜົນສຳເລັດ ແລະ ກ້າຕຳນິວິຈານສິ່ງທີ່ພວກເຮົາເຮັດບໍ່ໄດ້ດີ ເຮັດໃຫ້ເກັບລາຍຮັບບໍ່ຄົບຖ້ວນ, ເກັບແລ້ວບໍ່ມອບ, ຮົ່ວໄຫລໃນຫລາຍຂອດຂັ້ນ, ຫລາຍຂົງເຂດທີ່ຍັງສະສົມມາບໍ່ໄດ້ຖືກແກ້ໄຂ

ເກັບລາຍຮັບບໍ່ສົມຄູ່ກັບທ່າແຮງບົ່ມຊ້ອນ ທ່າແຮງທີ່ພວກເຮົາມີ ເປັນຕົ້ນ ໃນຂົງ ເຂດຊັບພະຍາກອນທຳມະຊາດ, ແຮ່ທາດ, ພະລັງງານ, ການນຳເຂົ້ານໍ້າມັນເຊື້ອໄຟ, ອຸປະກອນກໍ່ສ້າງ, ເຄື່ອງໄຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ ນີ້ຕ້ອງໄດ້ຕີລາຄາຢ່າງມີຄວາມຮັບຜິດຊອບສູງ ເພື່ອເຫັນໄດ້ບັນຫາທີ່ເຮົາຕ້ອງຕັດສິນໃຈເດັດຂາດແກ້ໄຂ ເພື່ອຂຸດຄົ້ນທຸກທ່າແຮງບົ່ມຊ້ອນຖານລາຍຮັບໃຫ້ໄດ້ເພີ່ມຂຶ້ນຢ່າງຈະແຈ້ງ ຊັດເຈນ.

SA Game
ກະຊວງການເງິນ

ພ້ອມນີ້, ຄວາມຈໍາເປັນໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ເປັນບັນຫາທີ່ສະສົມມາຢ່າງຍາວນານບໍ່ທັນໄດ້ຮັບການແກ້ໄຂ ເປັນຕົ້ນ ແມ່ນບັນຫາໜີ້ສິນສາທາລະນະພາຍໃນ ແລະ ຕ່າງປະເທດ ສູງເກີນຄວາມສາມາດທີ່ຈະແກ້ໄຂໄດ້ໃນໄລຍະສັ້ນ, ບັນຫາການລະເມີດວິໄນການເງິນ, ການອັດຊ່ອງວ່າງການຮົ່ວໄຫລການຂຸດຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນ ກໍຄືຕາມຄໍາສັ່ງເລກທີ 18/ນຍ

ເພື່ອສ້າງລາຍຮັບພາຍໃນໃຫ້ເພີ່ມຂຶ້ນ ຕາມທ່າແຮງທີ່ມີ ແລະ ສະພາບການຮົ່ວໄຫລການເກັບລາຍຮັບຍັງເກີດຂຶ້ນຢ່າງແຜ່ລາມ, ການປະຕິບັດ ແລະ ຕ້ານການຟຸ່ມເຟືອຍ ຕາມດໍາລັດເລກທີ 205/ລບ ເພື່ອຫລຸດຜ່ອນການຂາດດຸນງົບປະມານ, ການລະດົມທຶນ ເພື່ອການພັດທະນາ ແລະ ດຸ່ນດ່ຽງງົບປະມານ ທັງໝົດນັ້ນ ເປັນບັນຫາພື້ນຖານທີ່ເຫັນວ່າ ໝົດທຸກພາກສ່ວນຂະແໜງການສູນກາງ, ທ້ອງຖິ່ນ ແລະ ທົ່ວສັງຄົມຕ້ອງໄດ້ເຂົ້າຮ່ວມຕາມພາລະບົດບາດ ເພື່ອໃຫ້ມີສ່ວນຮ່ວມຂອງທຸກພາກສ່ວນ ເສດຖະກິດ-ສັງຄົມໃນການແກ້ໄຂບັນຫາ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ, ເຜີຍແຜ່ ແລະ ແນະນຳບັນດາເອກະສານທີ່ສຳຄັນ ເປັນຕົ້ນ ສະຫລູບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023, ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 63/ສພຊ ລົງວັນທີ 9 ທັນວາ 2022 ແລະ ຮ່າງຄຳແນະນຳການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2023, ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃນໄລຍະຜ່ານມາ ແລະ ທິດທາງແຜນ ການປີ 2023, ຮ່າງຂໍ້ຕົກລົງ ວ່າດ້ວຍກຳນົດໝາຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການ ຟຸມເຟືອຍ (ດຳລັດ ສະບັບເລກທີ 205/ລບ ແລະຂໍ້ຕົກລົງ ສະບັບເລກທີ 4000/ກງ (ສະບັບປັບປຸງ), ເຜີຍແຜ່ແນະນຳ ດຳລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2022 ວ່າດ້ວຍລົດຂອງລັດ ແລະ ການສະເໜີປັບປຸງນິຕິກຳກ່ຽວກັບວຽກງານສາມສ້າງ. ພ້ອມກັນນີ້, ໃນກອງປະຊຸມ ຍັງຈະໄດ້ຮັບຟັງການສະເໜີ ແລະ ແນະນຳວຽກງານວິຊາສະເພາະຈາກກົມວິຊາການ ຂອງກະຊວງການເງິນຈຳນວນໜຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງການເງິນ