ສົມ​ທຽບຄໍາວ່າ “ໝັ່ນ” ແລະ “ໝັ້ນ” ມີຄວາມໝາຍ​ແຕກ​ຕ່າງກັນແນວ​ໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ໝັ່ນ” ແລະ “ໝັ້ນ”.

ຄໍາວ່າ “ໝັ່ນ” ແລະ “ໝັ້ນ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄຳວ່າ “ໝັ່ນ” ໝາຍເຖິງເອົາການເອົາງານ ເຮັດວຽກແບບບໍ່ຮູ້ອິດຮູ້ເມື່ອຍ ຫຼື ປະພຶດໃນທາງດີບໍ່ຢຸດຢ່ອນ ເປັນຄໍາກົງກັນຂ້າມກັບຂີ້ຄ້ານ ຫຼື ບໍ່ມັກເຮັດວຽກ ດັ່ງ ດຸໝັ່ນຂະຫຍັນພຽນ, ໝັ່ນຮຽນ, ໝັ່ນເຮັດວຽກ, ໝັ່ນຫາເງິນ, ໝັ່ນປູກຝັງລ້ຽງສັດ, ໝັ່ນຄົ້ນຄວ້າ, ໝັ່ນຫາປາ ແລະ ອື່ນໆ.

ຄໍາວ່າ “ໝັ້ນ” ແມ່ນຊື່ຕົ້ນໝາກໝັ້ນ ສ່ວນໃຫຍ່ເກີດຢູ່ພາກເໜືອຂອງລາວ, ຫວຽດນາມ, ຈີນ. ໝາກໝັ້ນຫຼາຍຂະໜາດບາງຊະນິດລົດໝັ້ນສົ້ມ, ບາງຊະນິດລົດຫວານ. “ໝັ້ນ” ຍັງໝາຍເຖິງການສັນຍາໝັ້ນໝາຍຈັບຈ່ອງກັນໄວ້ ເຊັ່ນ: ຄູ່ໝັ້ນ, ໝັ້ນສາວ ເປັນຕົ້ນ. ນອກຈາກນັ້ນ, “ໝັ້ນ” ຍັງໝາຍເຖິງຄວາມຄົງທົນ ຫຼື ໝັ້ນຄົງ, ໝັ້ນຍືນ, ໝັ້ນແກ່ນ, ໝັ້ນໜຽວ ໝາຍວ່າບໍ່ຂາດບໍ່ເພງ່າຍໆ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າໝັ່ນ”.

“ໝັ່ນ” (1.ຄໍາກິລິຍາວິເສດ) ບໍ່ຄ້ານ, ເຮັດວຽກເຮັດການ ຫຼື ປະພຶດໃນທາງດີບໍ່ຢຸດຢ່ອນ.

ຕົວຢ່າງ:

  • ທ້າວ ສີ ໃນເມື່ອກ່ອນລາວທຸກຍາກເອົາແທ້ເອົາວ່າ ແຕ່ຍ້ອນຄວາມດຸໝັ່ນຂະຫຍັນຫາເງິນ ແລະ ຊື່ສັດ ຕໍ່ຄອບຄົວເຮັດໃຫ້ລາວຮັ່ງມີໃນທຸກວັນນີ້.
  • ອາຈານຂອງຂ້ອຍເປັນຄົນດຸໝັ່ນຄົ້ນຄວ້າ ແລະ ນໍາບົດຮຽນທີ່ໄດ້ມາສອນນັກສຶກສາ ເພື່ອໃຫ້ເຂົ້າໃຈວິທີ ການສຶກສາ.

ຄວາມໝາຍຄຳວ່າໝັ້ນ”.

“ໝັ້ນ” (1. ຄໍານາມ). ຕົ້ນໝາກໄມ້ແນວນຶ່ງ ເອີ້ນ ໝາກໝັ້ນ. (2.ຄໍາກິລິຍາວິເສດ) ຈັບຈ່ອງໄວ້, ໝັ້ນໝາຍ. (3.ຄໍາກິລິຍາວິເສດ) ບໍ່ຂາດງ່າຍ, ທົນຢູ່ໄດ້ເຫິງ, ແໜ້ນແນ່, ທົນ.

ຕົວຢ່າງ:

  • ປີນີ້ໝາກໝັ້ນແຂວງຊຽງຂວາງສາມາດສົ່ງໄປຂາຍຢູ່ນະຄອນຫຼວງວຽງຈັນຫຼາຍສິບໂຕນ ສ້າງລາຍຮັບໃຫ້ ປະຊາຊົນຜູ້ປູກໃນມູນຄ່າຫຼາຍຮ້ອຍລ້ານກີບ.
  • ຫົວໜ້າບໍລິສັດອວຍພອນພະນັກງານວ່າ “ປີໃໝ່ລາວນີ້ຂໍໃຫ້ທຸກຄົນສຸຂະພາບແຂງແຮງ, ລໍ້າລວຍ ແລະ ມີຄວາມສຸກຫຼາຍໆ”.

ສະຫຼຸບ.

ຄໍາວ່າ “ໝັ່ນ” ແລະ “ໝັ້ນ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ໝັ່ນ” ໝາຍເຖິງບໍ່ຂີ້ຄ້ານ ຊຶ່ງເປັນການມັກເຮັດມັກທໍາຢູ່ສະເໝີ, ເວົ້າອີກຢ່າງນຶ່ງແມ່ນ ຂະຫຍັນຂັນແຂງ. ສ່ວນຄໍາວ່າ“ໝັ້ນ” ແມ່ນຊື່ຕົ້ນໄມ້ກິນໝາກແນວນຶ່ງ ເອີ້ນໝາກໝັ້ນ. “ໝັ້ນ” ຍັງແມ່ນການສັນຍາໝັ້ນໝາຍ ຊຶ່ງກັນ ແລະ ກັນ. “ໝັ້ນ” ຍັງແມ່ນຄວາມຄົງທົນບໍ່ຂາດບໍ່ເພງ່າຍໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo