ຄໍາວ່າ “ຕົ້ມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕົ້ມ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕົ້ມ” ໝາຍເຖິງການໃຊ້ຄວາມຮ້ອນ ຫຼື ໄຟເພື່ອເຮັດໃຫ້ທາດແຫຼວມີອຸນຫະພຸມສູງຂຶ້ນ ດັ່ງ ຕົ້ມນໍ້າ, ຕົ້ມຢາ, ຕົ້ມເຫຼົ້າ, ຕົ້ມເປື່ອຍ, ຕົ້ມເຄັມ ເປັນຕົ້ນ ແຕ່ຖ້າຕົ້ມກາແມ່ນການໃຊ້ໝໍ້ກາຕົ້ມນໍ້າ. ນອກຈາກຕົ້ມ ທາດແຫຼວແລ້ວ ຍັງມີການຕົ້ມຂອງແຂງ ຫຼື ໂລຫະ ໃຫ້ຫຼອມລະລາຍ ເຊັ່ນ: ຕົ້ມກວ່າ, ຕົ້ມຊືນ, ຕົ້ມທອງ, ຕົ້ມເຫຼັກ, ຕົ້ມຂາງ ແລະ ອື່ນໆ. “ຕົ້ມ” ຍັງໝາຍເຖິງການເຮັດໃຫ້ສະອາດດ້ວຍການຕົ້ມໃຫ້ສຸກ ຫຼື ຂ້າເຊື້ອ ດ້ວຍແຊ່ນໍ້າຮ້ອນ ທີ່ຕົ້ມຢູ່ເຊັ່ນ: ຕົ້ມເສື້ອຜ້າ, ຕົ້ມເຂັມສັກຢາ ເປັນຕົ້ນ.

ນອກຈາກນີ້, “ຕົ້ມ” ຍັງໝາຍເຖິງການຫຼອກລວງ ຫຼື ຕົວະ (ຂີ້ຕົວະ ກໍວ່າ) ຊຶ່ງເປັນການເຮັດ ຫຼື ເວົ້າເພື່ອ ໃຫ້ຜູ້ອື່ນເຊື່ອ ແລະ ຕາຍໃຈແລ້ວເຮັດນໍາ ແຕ່ສຸດທ້າຍບໍ່ໄດ້ຜົນຕອບແທນດັ່ງໃຈຫວັງ ຫຼື ຄາດຄະເນໄວ້ ມີແຕ່ເກີດຄວາມສຸນເສຍ ດັ່ງ ຖືກຕົ້ມໃຫ້ເຮັດທຸລະກິດເຖື່ອນ, ຖືກຕົ້ມໃຫ້ເສຍເງິນ, ຖືກຕົ້ມໃຫ້ເສຍໂຕ, ຖືກຕົ້ມໃຫ້ເສຍເວລາ, ຖືກໝູ່ຕົ້ມ, ຖືກຕົ້ມຈົນເປື່ອຍ ແລະ ອື່ນໆ. ສ່ວນ “ຕົ້ມເງິນ” ແມ່ນ ຊື່ເຂົ້າໜົມ ແນວນຶ່ງ ເຮັດດ້ວຍເຂົ້າໜຽວທໍ່ໃບຕອງແລ້ວຕົ້ມໃຫ້ສຸກ ຮຽກ ເຂົ້າຕົ້ມ, ຕົ້ມກະທິ ແມ່ນຊື່ອາຫານປະເພດ ຕົ້ມໃສ່ກະທິໝາກພ້າວ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕົ້ມ”.

“ຕົ້ມ” (ຄໍາກໍາມະ) ເຮັດໃຫ້ຟົດ ໂດຍອາໃສຄວາມຮ້ອນ, ເຮັດໃຫ້ສຸກດ້ວຍນໍ້າຮ້ອນ, ເຮັດໃຫ້ສະອາດ ດັ່ງ ຕົ້ມຜ້າ, ຕົ້ມເງິນ ຊື່ເຂົ້າໜົມແນວນຶ່ງ ເຮັດດ້ວຍເຂົ້າໜຽວທໍ່ໃບຕອງແລ້ວຕົ້ມໃຫ້ສຸກ ຮຽກ ເຂົ້າຕົ້ມ. ຕົວະ, ຂີ້ຕົວະ, ຫຼອກລວງ.

ຕົວຢ່າງ:

  • ຕົ້ມເຫຼົ້າ ເພື່ອກັ່ນເອົານໍ້າເຫຼົ້າແມ່ນມີມາແຕ່ບູຮານນະການ ແລະ ມີຫຼາຍຂັ້ນຕອນພໍສົມຄວນ.
  • ອຸດສາຫະກໍາການຕົ້ມເຫຼັກ ຫຼື ຫອມເຫຼັກ ເພື່ອເຮັດຜະລິດຕະພັນຕ່າງໆແມ່ນໃຊ້ຄວາມຮ້ອນສູງ ແລະ ມີຕົ້ນທຶນຫຼາຍກ່ອນຈະໄດ້.
  • ເພັງ “ບ່າວວຽງຈັນຖືກຕົ້ມ” ເປັນເພັງທີ່ໄດ້ຮັບຄວາມນິຍົມ ແລະ ເປັນເພັງດັງເພັງນຶ່ງຂອງ ທ່ານ ກິດາວເພັດ ໜູຮ່ວງ.

ສະຫຼຸບ.

ຄໍາວ່າ “ຕົ້ມ” ແມ່ນການໃຊ້ຄວາມຮ້ອນ ຫຼື ໄຟເພື່ອເຮັດຂອງແຫຼວມີອຸນຫະພຸມສູງຂຶ້ນ, ລວມທັງການຕົ້ມ ນໍ້າ, ອາຫານການກິນ ຫຼື ເຮັດໃຫ້ໂລຫະໃຫ້ຫຼອມລະລາຍ. “ຕົ້ມ” ຍັງແມ່ນການຂ້າເຊື້ອ ຫຼື ເຮັດໃຫ້ສະ ອາດຜ່ານການຕົ້ມດ້ວຍຄວາມຮ້ອນສູງ. ນອກຈາກນີ້, “ຕົ້ມ” ຍັງໝາຍເຖິງການຕົວະຍົວະ, ຫຼອກລວງ ຫຼື  ຂີ້ຕົວະ ຊຶ່ງເປັນການເຮັດໃຫ້ຜູ້ອື່ນເຊື່ອ ແລະ ຕາຍໃຈແລ້ວເຮັດນໍາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo