ຄໍາວ່າ “ເມົາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເມົາ” ມີຄວາມໝາຍແນວໃດ?

ຄໍາວ່າ “ເມົາ” ແມ່ນອາການທີ່ສະໝອງໄດ້ຮັບຜົນຈາກສິ່ງໃດນຶ່ງ ແລະ ເຮັດໃຫ້ມຶນມົວເສັຍສະຕິ ຫຼື ບໍ່ສາ ມາດຄຸມອາການດັ່ງຄົນປົກກະຕິໄດ້ ເຊັ່ນ: ເມົາກັນຊາ, ເມົາຢາມ້າຢາອີ, ເມົາເມົາຝິ່ນ, ເມົາຢາ, ເມົາເຫຼົ້າ, ເມົານອນ ເປັນຕົ້ນ. “ເມົາ” ຍັງໃຊ້ເອີ້ນອາການຂອງຄົນທີ່ເບື່ອສິ່ງໃດນຶ່ງ ຊຶ່ງອາດເຮັດໃຫ້ຮາກ ຫຼື ອາຈຽນ ອອກມາ ເຊັ່ນ: ເມົາຫົວ, ເມົາລົດ, ເມົາຍົນ, ເມົາເຮືອ, ເມົາອາກາດ, ເມົາຄື້ນທະເລ ລວມທັງເມົາເຫຼົ້າ ເມົາຢາ ແລະ ອື່ນໆ.

ນອກຈາກນີ້, “ເມົາ” ແມ່ນພຶດຕິກໍາ ຫຼື ອາການຂອງຄົນທີ່ຫຼົງໄຫຼໃນສິ່ງໃດນຶ່ງຈົນຫຼົງລືມສິ່ງອື່ນ ແລະ ຄິດ ຮອດແຕ່ມັນ ຫຼື ເອີ້ນ ເມົາມົວກໍໄດ້ເຊັ່ນກັນ ເຊັ່ນ: ເມົາຮັກ, ເມົາສະເໜ່, ເມົາບ່າວ, ເມົາສາວ, ເມົາຍົດ, ເມົາອຳນາດ, ເມົາວຽກ, ເມົາຫຼິ້ນ, ເມົາການພະນັນ, ເມົາຢາເສບຕິດ, ເມົາໄພ້, ເມົາເກມ, ເມົາກິລາ, ເມົາ ລະຄອນ, ເມົາຂ່າວ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເມົາ”.

“ເມົາ” (1. ຄໍາກິລິຍາ) ມີອາການມຶນມົວເສັຍສະຕິ ດັ່ງ ເມົາເຫຼົ້າ, ມີອາການຫຼົງລືມ ດັ່ງ ເມົາສາວ.

ຕົວຢ່າງ:

  • ເຈົ້າໜ້າທີ່ຕໍ່າຫຼວດຈັບຄົນເມົາຢາບ້າ ທີ່ຖືໄມ້ຄ້ອນໄລ່ຕີຄົນຢ່າງຜ່ານໄປມາຕາມເສັ້ນທາງຫຼວງ.
  • ກຸ່ມໄວລຸ້ນດື່ມເບຍຫຼາຍ ມີຫຼາຍຄົນເມົາ ສຽງລົມກັນຟົດສະໜັ່ນລົບກວດຄົນບ້ານໃກ້ເຮືອນຄຽງ.
  • ເດັກນ້ອຍເມົາເກມອອນລາຍຫຼາຍ ເປັນເຫດເຮັດໃຫ້ຮຽນໜັງສືບໍ່ໄດ້ ແລະ ເສັງບໍ່ຜ່ານ.

ສະຫຼຸບ.

ຄໍາວ່າ “ເມົາ” ແມ່ນເຫດທີ່ສະໝອງຢູ່ໃນສະພາບມຶນມົວ ຍ້ອນຜົນກະທົບ ຫຼື ສາເຫດໃດນຶ່ງ ຊຶ່ງເຮັດໃຫ້ ຄວາມສາມາດຫຼຸດລົງ ເອີ້ນເສັຍສະຕິ ຫຼື ບໍ່ເຕັມ 100%. “ເມົາ” ຍັງແມ່ນອາການຂອງຄົນທີ່ເບື່ອເມົາສະ ໝອງເຮັດໃຫ້ຮາກ ຫຼື ອາຈຽນອອກມາ. ນອກຈາກນີ້, “ເມົາ” ຍັງໝາຍເຖິງການເສບຕິດເມົາມົວສິ່ງໃດນຶ່ງ ແລະ ເຮັດໃຫ້ຫຼົງໄຫຼໃນສິ່ງນັ້ນໆຈົນບໍ່ສົນໃຈສິ່ງອື່ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo