ສຶກສາການຫັນເປັນທັນສະໄໝລະບົບຖານຂໍ້ມູນຂອງໄອຍະການປະຊາຊົນ

SA Game

ອອປສ

ພິທີລົງນາມບົດບັນທຶກສຶກສາຄວາມເປັນໄປໄດ້ ການຫັນເປັນທັນສະໄໝລະບົບຖານຂໍ້ມູນ

ໃນວັນທີ 12 ເມສາ 2022ນີ້, ໄດ້​ມ​ີ​ການ​ຈັດພິທີລົງນາມບົດບັນທຶກຄວາມຮ່ວມມື ວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການຫັນທັນສະໄໝ ກ່ຽວກັບລະບົບຖານຂໍ້ມູນ ການຕິດຕາມກວດກາການດຳເນີນຄະດີ, ວຽກງານຈັດຕັ້ງ-ພະນັກງານ, ວຽກງານແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກຸ່ມບໍລິສັດ ເອໄອເອັຟ ຈຳກັດຜູ້ດຽວ, ໂດຍການຮ່ວມລົງນາມ ລະ ຫວ່າງ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລັດຕະນະມະນີ ຄູນນິວົງ ຮອງປະທານທີ່ປຶກສາ ອາວຸໂສ ຕາງໜ້າບໍລິສັດ ເອໄອເອັຟ ໂດຍມີ ພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນບົດບັນທຶກຄວາມຮ່ວມມືດັ່ງກ່າວ ເພື່ອເປັນພື້ນຖານ ໃນການສຶກສາຄວາມເປັນໄປໄດ້ໃນການຫັນເປັນທັນສະໄໝລະບົບຖານຂໍ້ມູນຂອງອົງການໄອຍະການປະຊາຊົນ; ປັບປຸງລະບົບການດຳເນີນງານໃຫ້ມີຄວາມວ່ອງໄວ, ທັນການ, ປະຢັດລາຍຈ່າຍ ພ້ອມທັງສາມາດ ຕໍ່ຍອດໃຫ້ເກີດມີຜົນປະໂຫຍດຕໍ່ກັບວຽກງານໄອຍະການປະຊາຊົນ ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ທັນຍຸກ ດີຈີຕອນ ທັນສະໄໝຍິ່ງໆຂຶ້ນ ເຊິ່ງມີກຳນົດເວລາຈັດຕັ້ງປະຕິບັດ 12 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ໂດຍນໍາໃຊ້ງົບປະມານຂອງບໍລິສັດ.

SA Game
ອອປສ

ພາຍຫລັງ ການສໍາຫລວດຄວາມເປັນໄປໄດ້ສິ້ນສຸດລົງ ແລະ ເຫັນວ່າ ມີຄວາມເປັນໄປໄດ້ ສອງຝ່າຍກໍຈະພ້ອມກັນສ້າງເປັນແຜນງານ ໂຄງການ, ນໍາສະເໜີລັດຖະບານ ພິຈາລະນາ ຕາມລະບຽບການ.

ການລົງນາມບົດບັນທຶກດັ່ງກ່າວ ເປັນການຈັດຕັ້ງແຜນພັດທະນາວຽກງານໄອຍະການປະຊາຊົນ 5 ປີ (2021-2025) ຕາມທິດກ້າວໜ້າ ແລະ ທັນສະໄໝ, ຍົກສູງຄຸນນະ ພາບຂອງການຕິດຕາມກວດກາ ການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍ, ເຊື່ອມໂຍງການຄຸ້ມຄອງ-ບໍລິຫານຂໍ້ມູນຂ່າວສານ ໃນທົ່ວລະບົບອົງການໄອຍະການປະຊາຊົນ ເອກະພາບ, ເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນ ຢ່າງມີປະສິດ ທິຜົນ, ເຮັດໃຫ້ວຽກງານໄອຍະການປະຊາຊົນ, ອົງການໄອຍະການປະຊາຊົນ ເຕີບໃຫຍ່, ເຂັ້ມແຂງ, ນັບມື້ນັບທັນສະໄໝ, ວ່ອງໄວ, ປະຢັດຄ່າໃຊ້ຈ່າຍ, ປະຊາຊົນສາມາດເຂົ້າເຖິງການບໍລິການຂອງອົງການໄອຍະການປະຊາຊົນ ສະດວກສະບາຍ, ການດໍາເນີນຄະດີຖືກ ຕ້ອງ, ເປັນທໍາ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ຂອງລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເຮັດໃຫ້ເສດຖະກິດ ໄດ້ຮັບການພັດທະນາຕໍ່ເນື່ອງ, ປະເທດຊາດຈະເລີນກ້າວໜ້າ ຢ່າງບໍ່ຢຸດຢັ້ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອອປສ