ສະ​ຫລຸບຜົນກອງປະຊຸມລັດຖະບານວິສາມັນ ເດືອນເມສາ 2022

SA Game

ຂ​ປ​ລ

ນາຍົກລັດຖະມົນຕີສະ​ຫລຸບ​ຜົນ​ຂອງກອງປະຊຸມລັດຖະບານວິສາມັນ ເດືອນເມສາ 2022

ລັດຖະບານ ໄດ້ດຳເນີນກອງປະຊຸມວິສາມັນ ໃນວັນທີ 12 ເມສາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ທ່ານຮອງປະທານສະພາແຫ່ງຊາດ, ສະມາຊິກລັດຖະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ ເຊິ່ງກອງປະຊຸມໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລືຕໍ່ 3 ຮ່າງກົດໝາຍທີ່ລັດ ຖະບານຈະນໍາສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີIX ພິຈາລະນາຮັບຮອງ ຄື:

ຮ່າງກົດໝາຍວ່າດ້ວຍວິຈິດສິນ (ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ (ສ້າງໃໝ່) ແລະ ຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ).

ພາຍຫລັງ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ກົງໄປກົງມາ, ກອງປະຊຸມ ໄດ້ເຫັນດີດ້ານຫລັກການ ຮັບຮອງເອົາ 3 ຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ
SA Game
ຂ​ປ​ລ

ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ມີເນື້ອໃນສົມບູນ, ເລິກເຊິ່ງ, ລະອຽດ, ຈະແຈ້ງ, ຄົບຖ້ວນ, ຮັດກຸມ, ເຂົ້າໃຈງ່າຍ, ສອດຄ່ອງກັບສະພາບການຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໂດຍສະເພາະຮ່າງກົດໝາຍທີ່ສ້າງໃໝ່ນັ້ນ ໃຫ້ນິຍາມຕື່ມບາງຄຳສັບ, ປັບປຸງຕື່ມບາງສໍານວນ ໃຫ້ຖືກຕ້ອງກັບຫລັກພາສາລາວ, ລວມທັງ ຊື່ ແລະ ໂຄງສ້າງຂອງກົດໝາຍ, ເພີ່ມບາງເນື້ອໃນ ທີ່ບໍ່ທັນຄົບຖ້ວນ ໂດຍໃຫ້ສຳເລັດ ທັນນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້. ການນໍາເອົາຮ່າງກົດໝາຍ ມາພິຈາລະນາຢູ່ໃນກອງປະຊຸມວິສາມັນຂອງລັດຖະບານ ໃນຄັ້ງນີ້ ສະແດງໃຫ້ເຫັນວ່າ ລັດຖະບານ ໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ.

ໃນໂອກາດກ່າວປິດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຊີ້ນໍາໃຫ້ຂະແໜງ ການກ່ຽວຂ້ອງ ເອົາໃຈໃສ່ບາງວຽກຈຸດສຸມ ທີ່ສຳຄັນຄື: ເຫັນດີດ້ານຫລັກການໃຫ້ມີການເປີດປະເທດ, ລາຍລະອຽດມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໄປພິຈາລະນາຄົ້ນຄວ້າໂດຍອີງ ໃສ່ບົດຮຽນຕົວຈິງຂອງປະເທດອ້ອມຂ້າງ; ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ຕິດຕາມຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ທີ່ຂະແໜງການຕົນຮັບຜິດຊອບ ໃນແຕ່ລະໄລຍະ ຢ່າງໃກ້ຊິດ; ສືບຕໍ່ສຸມທຸກກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອເລັ່ງຟື້ນຟູເສດຖະກິດຂອງປະເທດເຮົາ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ ໃນເງື່ອນໄຂການລະບາດຂອງພະຍາດໂຄວິດ-19 ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ນອກຈາກນັ້ນ ກໍໃຫ້ສືບຕໍ່ສົ່ງເສີມການຜະລິດກະສິກໍາ ແລະ ສິນຄ້າ ໃຫ້ຫລາຍຂຶ້ນ ເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະ ຕອບສະໜອງຄວາມຕ້ອງການຢູ່ພາຍໃນປະເທດ ໃຫ້ພຽງພໍ; ໃຫ້ກະຊວງການເງິນ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ຮີບຮ້ອນແກ້ໄຂບັນຫາລາຄານໍ້າມັນ ເພື່ອຫລຸດຜ່ອນຜົນກະທົບທາງກົງ ແລະ ທາງອ້ອມຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໂດຍໄວ. ຄຽງຄູ່ກັນນັ້ນ, ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ສະບຽງອາຫານ ຢ່າງໃກ້ຊິດ ໂດຍສະເພາະໃນໄລຍະບຸນປີໃໝ່ລາວ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ; ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນ ຕາໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງໃນລະດັບທີ່ກໍານົດໄວ້ ໂດຍສະເພາະການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ດໍາເນີນມາດຕະການຢ່າງເຂັ້ມງວດ ຕໍ່ພາກສ່ວນ ຫລື ບຸກຄົນ ທີ່ສວຍໂອກາດ ປັ່ນປ່ວນອັດຕາແລກປ່ຽນເງິນຕາ. ພ້ອມກັນນັ້ນ, ກໍໃຫ້ຮີບຮ້ອນສ້າງກົນໄກ ຫລື ຫັນເປັນທັນສະໄໝ ເພື່ອຄຸ້ມຄອງບັນດາຫົວໜ່ວຍທຸລະກິດສົ່ງອອກສິນຄ້າ ໃຫ້ນຳເງິນຕາຕ່າງປະເທດເຂົ້າມາຜ່ານລະບົບທະນາຄານ.

SA Game
ຂ​ປ​ລ

ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການ ຕັ້ງໜ້າປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ; ເປັນເຈົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສໍາເລັດຕາມແຜນທີ່ກຳນົດໄວ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ