ສ.ສ ຫວຽດນາມ ເຂົ້າອວຍພອນກອງບັນຊາການທະຫານ ສະຫວັນນະເຂດ

SA Game

Media Laos

ກອງກຳລັງທະ​ຫານຫວຽດນາມ ເຂົ້າອວຍພອນກອງບັນຊາການທະຫານແຂວງສະຫວັນນະເຂດ.

ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວທີ່ໃກ້ຈະມາຮອດໃນມໍ່ໆນີ້, ວັນທີ 26 ມີນາ 2022 ນີ້,ຄະນະການນຳທະຫານເຂດ 4,ຄະນະການນຳທະຫານແຂວງກວາງຈິ,ກອງປະຕິບັດງານພິເສດ 584 ເຊິ່ງນຳໂດຍສະຫາຍ ພົນຈັດຕະວາ ຫງຽນດຶກຮົ່ວ ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ4 ສ.ສ ຫວຽດນາມ ພ້ອມຄະນະໄດ້ເຂົ້າອວຍພອນ ກອງບັນຊາການທະຫານແຂວງສະຫວັນນະເຂດ.

ເຊິ່ງໃຫ້ກຽດຕ້ອນຮັບໂດຍສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມຄະນະ.ໃນພິທີທັງ 3 ຄະນະກໍ່ໄດ້ຜັດປ່ຽນກັນຂຶ້ນກ່າວຄຳອວຍພອນໄຊອັນປະເສີດພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວມາຍັງພະນັກງານການນຳ;ຕະຫຼອດຮອດນາຍແລະພົນທະຫານ ທີ່ກຳລັງປະຕິບັດໜ້າທີ່ທົ່ວກອງທັບເຂດ 4 ແລະ ທະຫານແຂວງກວາງຈິ,ກອງປະຕິບັດງານພິເສດ 584 ຈົ່ງປະສົບຜົນສຳເລັດໜ້າທີ່ຂອງຕົນ ແລະມີສຸຂະພາບແຂງແຮງທຸກປະການ.

SA Game
Media Laos

ຈາກນັ້ນທັງ 3 ຄະນະກໍ່ໄດ້ປືກສາຫາລືຖອດຖອນບົດຮຽນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຮ່ວມມືຮອບດ້ານກ່ຽວກັບການຕ້ານການປະກົດການຫຍໍ້ທໍ້ທັງພາຍໃນ ຂອງສອງປະເທດລາວ-ຫວຽດນາມໃຫ້ດີຂຶ້ນເປັນກ້າວໆ.ໃນຕອນທ້າຍກໍ່ໄດ້ມອບຂອງຂວັນທີ່ລະນຶກໃຫ້ເຊິ່ງກັນແລະ.ທັງນີ້ກໍ່ເພື່ອຮັກສາມູນເຊື້ອຄວາມສາມັກຄີ ລະຫ່ວາງສອງຊາດລາວ-ຫວຽດນາມ ກໍ່ຄືສອງກັບທັບປະຊາຊົນລາວ-ຫວຽດນາມໃຫ້ໝັ້ນຄົງທະນົງ່ແກ່ນຕະຫຼອດກາລະນານ.

ໃນໂອກາດນີ້ຄະນະການນຳທະຫານເຂດ 4 ສ.ສ ຫວຽດນາມຍັງໄດ້ເຂົ້າອວຍກອງພົນທີ 4 ເຊິ່ງໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າການທະຫານກອງພົນທີ 4 ພ້ອມຄະນະ ໃນນີ້ທັງສອງກອງທັບຍັງຜັດປ່ຽນກັນຂຶ້ນສະແດງກ່າວຄຳອວຍພອນແລະມອບຂອງຂັວນທີ່ລະນຶກເຊິ່ງກັນແລະກັນ.

SA Game
Media Laos

ຈາກນັ້ນຄະນະກອງທັບເຂດ 4 ກໍ່ໄດ້ເດີນທາງໄປຢ້ຽມຢາມກອງບັນຊາການທະຫານເມືອງອາດສະພອນ ເຊິ່ງໃຫ້ກຽດຕ້ອນຮັບຈາກບັນດາສະຫາຍການນຳຂອງເມືອງແລະກອງບັນຊາການທະເມືອງຢ່າງອົບອຸ່ນ ໃນນັ້ນ ຄະນະທະຫານເຂດ 4 ກໍ່ໄດ້ສະແດງຄຳອວຍພອນໄຊອັນປະເສີດພອນທັງມອບຂອງຂວັນໃຫ້ຄະນະການນຳເມືອງແລະກອງບັນຊາການທະຫານເມືອງດັ່ງກ່າວ ແລະ ກໍ່ໄດ້ລົງຊຸກຍູ້ອ້າຍນ້ອງກອງປະຕິບັດງານພິເສດ 584 ທີ່ກຳລັງປະຕິບັດໜ້າທີ່ວຽກງານຊອກອັດຖິທະຫານອາສາສະໝັກແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ທີ່ຂອບເຂດເມືອງດັ່ງກ່າວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Media Laos