ຕ້ອນຮັບການເຂົ້້າຢ້ຽມຂໍ່ານັບກົງສຸນໃຫຍ່ຫວຽດນາມ ຄົນໃໝ່

SA Game

ກົມການຂ່າວ ກະຊວງການຕ່າງປະເທດ

ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ ແຂວງສະຫວັນນະເຂດເຂົ້້າຢ້ຽມຂໍ່ານັບກະຊວງການຕ່າງປະເທດ

ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ສະຫາຍ ນາງ ດັງ ທິ ຮາຍ ເຕິມ, ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈຳ ແຂວງສະຫວັນນະເຂດ, ສປປ ລາວ ໃນຕອນເຊົ້າຂອງວັນທີ 25 ເມສາ 2023, ທີ່ ກະຊວງການຕ່າງປະເທດ.

ໃນໂອກາດນີ້, ສະຫາຍ ຮອງລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ສະຫາຍ ນາງ ດັງ ທິ ຮາຍ ເຕິມ ທີ່ໄດ້ຮັບການແຕ່ງຕັ້ງມາດໍາລົງຕໍາແໜ່ງ ເປັນກົງສຸນໃຫຍ່ຄົນໃໝ່ ແຫ່ງ ສສ ຫວຽດນາມ ຢູ່ ແຂວງສະຫວັນນະເຂດ

ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງ ພັກ-ລັດ ສສ. ຫວຽດນາມ ທີ່ມີຕໍ່ສະຫາຍພ້ອມທັງໄດ້ຕີລາຄາສູງ ແລະ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງສະຫາຍ, ຈະສາມາດນໍາມາປະກອບສ່ວນພັດທະນາ ບັນດາແຂວງພາກກາງ ຂອງລາວ ກໍຄືຊຸກຍູ້ການພົວພັນຮ່ວມມື ລະຫວ່າງແຂວງພາກກາງຂອງລາວ ກັບ ບັນດາແຂວງຂອງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

SA Game
ກົມການຂ່າວ ກະຊວງການຕ່າງປະເທດ

ພ້ອມນີ້, ສະຫາຍ ຮອງລັດຖະມົນຕີ ໄດ້ຕີລາຄາສູງ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍ ເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍ່ໄດ້ໃຫ້ ການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ເຊິ່ງຕະຫຼອດໄລຍະຜ່ານມາ ສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ແລະ ຫວັງວ່າ ສະຫາຍ ກົງສຸນໃຫຍ່ ຈະສືບຕໍ່ຊຸກຍູ້ບັນດາແຂວງຂອງ ຫວຽດນາມ ໃຫ້ການຮ່ວມມື ແລະ ສະໜັບສະໜູນ ແກ່ ສປປ ລາວ ຕື່ມອີກ.

SA Game
ກົມການຂ່າວ ກະຊວງການຕ່າງປະເທດ

ໃນໂອກາດດຽວກັນນີ້, ສະຫາຍ ກົງສຸນໃຫຍ່ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕັ້ງໜ້າກັບ ກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທ້ອງຖິ່ນຂອງ ສປປ ລາວ

ພ້ອມທັງຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ບັນດາແຂວງພາກກາງຂອງລາວ ກັບບັນດາແຂວງຂອງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມການຂ່າວ ກະຊວງການຕ່າງປະເທດ