ສ​ປ​ປ ລາວ ມອບອັດ​ຖິ​ທ​ະ​ຫານ ແລະ ຊ່ຽວ​ຊານ​ຫວຽດ​ນາມ​ກັບ​ປະ​ເທດ

SA Game

ຂປລ

​ພິ​ທີ ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃຫ້​ປະ​ເທດ​ຫວຽດ​ນາມ

ສ​ປ​ປ ລາວ ຮ່ວມ​ກັບ ຫວຽດ​ນາມ ຈັດພິທີ ມອບ-ຮັບ ແລະ ຈັດສົ່ງອັດຖິທະຫານອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດໃນສະໄໝສົງຄາມຢູ່ດິນແດນນະຄອນຫລວງວຽງຈັນ ກັບຄືນສູ່ປະເທດ 1 ອັດຖິ ໃນວັນທີ 19 ພຶດສະພາ 2023 ຜ່ານມາ, ຢູ່ທີ່ກອງບັນຊາການທະຫານນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫລວງວຽງຈັນ, ທ່ານ ຫງວຽນ ຮົງ ລິ່ງ ຮອງປະທານຄະນະກຳມະການສະພາປະຊາຊົນແຂວງຮ່າຕິ້ງ, ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າການເມືອງກອງບັນ ຊາການທະຫານນະຄອນ ຫລວງວຽງຈັນ, ມີຄະນະປະຕິບັດງານພິເສດທັງສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ພາກສ່ວນຕ່າງໆກໍໄດ້ເຂົ້າວາງພວງມາລາ ປະກອບມີ: ມີຄະນະປະຕິບັດງານພິເສດນະຄອນ ຫລວງວຽງຈັນ, ຄະນະປະຕິບັດງານພິເສດແຂວງຮ່າຕິ້ງ, ຫ້ອງການທີ່ປຶກສາທູດທະຫານຫວຽດນາມປະຈໍາລາວ, ກອງບັນຊາການທະຫານນະຄອນຫລວງວຽງຈັນ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ, ສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນ, ພະແນກແຮງງານ-ສະຫວັດດີການສັງຄົມນະຄອນຫລວງວຽງຈັນ, ກອງບັນຊາການທະຫານເມືອງໄຊທານີ ແລະ ກອງບັນຊາການທະຫານທະຫານເມືອງສີໂຄດຕະບອງ

SA Game
ຂປລ

ເພື່ອເປັນການ ສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຜົນງານຄຸນງາມຄວາມດີຂອງບັນດາສະຫາຍນັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດ ເພື່ອພາລະກິດອັນສູງສົ່ງ ເພື່ອຄວາມສົມບູນພູນສຸກ, ຄວາມເປັນເອກະລາດ, ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວ ກໍຄື ການປະຕິບັດໜ້າທີ່ດ້ວຍນໍ້າໃຈສາກົນກຳມະຊີບອັນສູງສົ່ງຂອງບັນດາສະຫາຍນັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ມາປະຕິບັດໜ້າທີ່ຢູ່ລາວໃນປາງສົງຄາມ.

ໂດຍປະຕິບັດຕາມສັນຍາຂອງ 2 ລັດຖະບານ ແລະ ບົດບັນທຶກຊ່ວຍຈໍາລະຫວ່າງ 2 ຄະນະ ປະຕິບັດງານພິເສດລາວ-ຫວຽດນາມ ກ່ຽວກັບການຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ ທີ່ເສຍຊີວິດໃນປາສົງຄາມຢູ່ລາວ

SA Game
ຂປລ

ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ໂດຍໄດ້ປະສານງານກັນແໜ້ນລະ ຫວ່າງ ຄະນະປະຕິບັດງານພິເສດຂອງທະຫານນະຄອນຫລວງວຽງຈັນ ກັບ ຄະນະປະຕິບັດງານພິເສດແຂວງຮ່າຕິ້ງ ເລີ່ມມາແຕ່ປີ 2000 ເຖິງປີ 2022 ສາມາດຂຸດຄົ້ນ ໄດ້ 127 ອັດຖິ ແລະ ໄດ້ມອບ-ຮັບຈັດສົ່ງແລ້ວ

ສະເພາະປີ 2023 ນີ້, ໜ່ວຍງານຊອກຄົ້ນ ແລະ ຂຸດຄົ້ນໄດ້ລົງມືປະຕິບັດນັບແຕ່ເດືອນ ມີນາ ຫາເດືອນ ເມສາ ສາມາດຂຸດຄົ້ນໄດ້ຕົວຈິງ 1 ອັດຖິ ຢູ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ.

SA Game
ຂປລ

ໂອກາດນີ້ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫລວງວຽງຈັນ ແລະ ທ່ານ ຫງວຽນ ຮົງ ລິ່ງ ຮອງປະທານຄະນະກຳມະການສະພາປະຊາຊົນແຂວງຮ່າຕິ້ງ ກໍໄດ້ລົງນາມເຊັນສັນຍາມອບ-ຮັບເຊິ່ງກັນ ແລະ ກັນ ໂດຍມີການນໍາທັງສອງຝ່າຍ ແລະ ພາກສວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂິພິຍານ ແລະ ໄດ້ຈັດສົ່ງອັດຖິຂອງທະຫານອາສາສະໝັກກັບຄືນປະເທດຢ່າງສົມກຽດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.