ສາມ​ຊາດ ລາວ-ຫວຽດ​ນາມ-ກຳ​ປູ​ເຈ​ຍ​ຝ​ຶກ​ຊ້ອມ​ກູ້​ໄພ​ພິ​ບັດ​ປີ 2022

SA Game

ຂ​ປ​ລ

ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ຮ່ວມຝຶກຊ້ອມ ການກູ້ໄພພິບັດ ທີ່ ສ​ປ​ປ ລາວ ປະ​ຈຳ​ປີ 2022

ໄດ້​ມີ​ການ​ຈັດ​ຕັ້ງ​ເພື່ອ​ຊ້ອມ​ການ​ກູ້​ໄພ​ຮ່ວມ​ມື​ກັນ​ໃນ​ສາມ​ປະ​ເທດ​ໂດຍ​ມີ ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້​ເຊິ່ງ​ໄດ້​ມີ​ການ​ຮ່ວ​ມ​ກັນ​ຝືກ​ຊ້ອມມາ​ກ່ອນ​ໜ້າ​ນີ້ ແລະ ໄດ້ສຳເລັດການປະຕິບັດການຝຶກຊ້ອມ ກອບກູ້ໄພພິ ບັດ ເຊິ່ງໄດ້ມີພິທີປິດໃນວັນທີ 15 ກັນຍາ 2022, ພາຍຫລັງໄດ້ດໍາເນີນມາເປັນເວລາ 5 ວັນ (10-15 ກັນຍາ 2022) ທີ່ນະຄອນຫລວງວຽງຈັນ.

ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ສົມເດັດ ປີເຈຍ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກ ກໍາປູເຈຍ, ທ່ານພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີບັນດາການນໍາພັກ-ລັດ, ທູຕາ ນຸທູດບັນດາປະເທດ ເພື່ອນມິດ ແລະ ນັກຝຶກຊ້ອມຈາກ 3 ກອງທັບເຂົ້າຮ່ວມ.

SA Game
ຂ​ປ​ລ

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການຝຶກຊ້ອມພາລະກິດການຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດທາງນໍ້າ, ທາງບົກ ແລະ ຢ້ຽມຊົມໂຮງຫມໍພາກສະຫນາມຈໍາລອງ.

ຈາກນັ້ນ ທ່ານພົນຈັດ ຕະວາ ພູມີ ດາລາເພັດ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ຄະນະຊີ້ນໍາລວມການຝຶກຊ້ອມຮ່ວມ 3 ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫລຽນກາມິດ ຕະພາບ ຂອງກອງທັບ ປະຊາຊົນລາວ ໃຫ້ຄະນະນັກຝຶກຊ້ອມຮ່ວມຂອງກອງທັບ ຣາຊະອານາຈັກກໍາປູເຈຍ ແລະ ກອງທັບປະຊາຊົນ ຫວຽດນາມ.

SA Game
ຂ​ປ​ລ

ທ່ານພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ, ຫົວຫນ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດ 3 ກອງທັບ ໄດ້ຍົກໃຫ້ເຫັນວ່າ: ການຝຶກຊ້ອມຮ່ວມຄັ້ງນີ້ ແມ່ນສໍາເລັດຕາມຈຸດປະສົງຄາດຫມາຍ ແລະ ແຜນການວາງໄວ້, ພ້ອມທັງຮັບປະກັນໄດ້ຄວາມປອດໄພ 100%. ນັກຝຶກຊ້ອມໄດ້ແລກປ່ຽນບົດຮຽນ, ປະສົບການ, ຄວາມຊໍານານດ້ານວິຊາສະເພາະ, ແລກປ່ຽນດ້ານວັດທະນະທໍາ, ກິລາ ແລະ ຮີດຄອງປະເພນີຮ່ວມກັນ, ອັນເປັນການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.