ຄະ​ນະທິມ​ແພດຂອງ​ຫວຽດ​ນ​າມຢ້ຽມ​ຢາມ​ ສ​ປ​ປ ລາວ ທີ​ແຂວງ​ໄຊ​ຍະ​ບູ​ລີ

SA Game

XBL

ແຂວງໄຊຍະບູລີ ​ຈັດ​ພິ​ທີຕ້ອນຮັບຄະນະທີມແພດ​ທີ່​ມາ​ຈາກ​ປະ​ເທດ​ຫວຽດນາມ.

ໄດ້​ມີ​ການ​ຈັດ​ພິ​ທີ​ຕ້ອນ​ຮັບ​ທິມ​ງານ​ແພດ​ທີ່​ມາ​ຈາກ​ ສ​ສ ຫວຽດ​ນາມ ໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະນໍາຈາກພະແນກສາທາລະນະສຸກ ແຂວງ ໄຊຍະບູລີ, ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຫງວຽນ ຊ້ອງຮາວ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ອຽນບາຍ ສສ ຫວຽດນາມໃນຕອນເຊົ້າຂອງວັນທີ 12 ກັນຍາ 2022 ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງໄຊຍະບູລີ

ໃນ​ພິ​ທີ​ດັ່ງ​ກ່າວ​ໄດ້​ມີ​ທັງ​ຄະ​ນະ​່​ການ​ນຳ​,ແພດ ແລະ ພ້ອມດ້ວຍຄະນະທີມແພດແຂວງ ອຽນບາຍເຂົ້າຮ່ວມ, ໃນໂອກາດຕ້ອນຮັບຄະນະທີມແພດຂອງພະແນກສາທາລະນະສຸກແຂວງອຽນບາຍ ໃນຄັ້ງນີ້ ທັງສອງຝ່າຍຍັງໄດ້ລາຍງານໂດຍຫຍໍ້ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ເວົ້າລວມເວົ້າສະເພາະແມ່ນວຽກງານການບໍລິຫານດ້ານສາທາລະນະສຸກຂອງແຂວງໄຊຍະບູລີ ໃຫ້ມີການພັດທະນາດີຂຶ້ນ ເທື່ອລະກ້າວ

SA Game
XBL

ທັງນີ້ ກໍ່ເພື່ອເປັນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານໃຫ້ໜັກແໜ້ນໃນການຜັນຂະຫຍາຍບັນຫາເນື້ອໃນບົດບັນທຶກການຮ່ວມມືທີ່ສອງຊາດລາວ-ຫວຽດນາມໄດ້ຮ່ວມກັນລົງນາມນັບແຕ່ປີ 2012 ເປັນຕົ້ນມາ ຈາກນັ້ນ ໃນເວລາດຽວກັນ ຄະນະທີມແພດຈາກແຂວງ ອຽນບາຍ ສສ ຫວຽດນາມ ຍັງໄດ້ເຂົ້າຮ່ວມພົບປະກັບຄະນະທີມແພດຂອງພະແນກສາທາລະນະສຸກແຂວງໄຊຍະບູລີ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ນາງ ໄກຍະສອນ ສີດາ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ ພ້ອມດ້ວຍຄະນະເຂົ້າຮ່ວມ

SA Game
XBL

ເຊິ່ງທັງສອງຝ່ານຍັງໄດ້ມີການພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນການສ້າງຊັບພະຍາກອນມະນຸດໃນຂົງເຂດສາທາລະນະສຸກທີ່ໄດ້ໃຫ້ການຊ່ວຍເຫຼືອ ຈາກບັນດາແຂວງຕ່າງໆ ຂອງ ສສ ຫວຽດນາມ ເວົ້າສະເພາະແຂວງອຽນບາຍ ຍັງໄດ້ຮັບພະນັກງານເຂົ້າຝຶກອົບຮົມໄລຍະສັ້ນ ແລະ ໄປຍົກລະດັບວິຊາສະເພາະໄລຍະຍາວເປັນຕົ້ນແມ່ນວິຊາການແພດປິ່ນປົວ, ການຢາ, ຜະດຸງຄັນ, ກຸມມານເວດ, ພະຍາບານ ແລະ ຄຸ້ມຄອງສາທາລະນະສຸກສາດ ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ. ພ້ອມນີ້ ຄະນະທີມແພດຂອງແຂວງ ອຽນບາຍຍັງໄດ້ລົງຢ້ຽມຢາມໂຮງໝໍແຂວງໄຊຍະບູລີ ພ້ອມທັງຈັດກິດຈະກໍາກວດພະຍາດ ແລະ ຈ່າຍຢາປິ່ນປົວພະຍາດໂດຍບໍ່ໄດ້ເສຍຄ່າໃຫ້ແກ່ປະຊາຊົນຊາວແຂວງໄຊຍະບູລີ ຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: XBL