ສະຫລອງວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ

SA Game

ຂ​ປ​ລ

ພິ​ທີ​ສະເຫລີມສະຫລອງສອງວັນປະຫວັດສາດ ສາຍ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ລາວ-ສ​ສ ຫວຽດນາມ

ໃນວັນທີ 14 ກັນຍາ 2022 ນີ້, ໄດ້​ມີ​ການ​ຈັດພິທີສະເຫລີມສະຫລອງສອງວັນປະຫວັດສາດ ລາວ-ຫວຽດນາມ ກໍຄື ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ, ຢູ່ ກະ ຊວງປ້ອງກັນປະເທດ ເຊິ່ງ​ທັງ​ສອງ​ຊາດ ລາວ-ຫວຽດ​ນາມ​ນີ້​ເວ​ລ​ໃດ​ກໍ່​ໄດ້​ພ້ອມ​ກັນ​ເຮັດ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ ແລະ ກັນ​ມ​າ​ໂດຍ​ຕະ​ຫລອດ.

ເຂົ້າ​ຮ່ວມ​ໃນ​ພິ​ທີມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີສະຫາຍ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈໍາລາວ, ພ້ອມດ້ວຍການນໍາກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

SA Game
ຂ​ປ​ລ

ໃນພິທີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນວ່າ:

ລາວ-ຫວຽດນາມ ແມ່ນສອງປະເທດອ້າຍນ້ອງ, ກອງທັບ ແລະ ປະຊາຊົນສອງຊາດ ແມ່ນມີມູນເຊື້ອສາມັກຄີຕໍ່ສູ້ຕີສັດຕູໂຕດຽວກັນ, ຮ່ວມສຸກຮ່ວມທຸກ, ຮ່ວມຂຸມຄອງສູ້ຮົບ ທີ່ເຕັມໄປດ້ວຍການເສຍສະລະຊີວິດ ແລະ ເລືອດເນື້ອຢ່າງໃຫຍ່ຫລວງ ເພື່ອແລກເອົາຄວາມເປັນເອກະລາດ, ອິດສະລະພາບມາໃຫ້ສອງຊາດ ຈົນກາຍເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງການປະຕິວັດສອງປະເທດເຮົາ

ກາຍເປັນຄວາມສາມັກຄີພິເສດທີ່ຫາຍາກໃນໂລກ ແລະ ໄດ້ຮັບການເພີ່ມພູນຄູນສ້າງສາຍພົວພັນ ແລະ ຄວາມສາມັກຄີພິເສດຂອງສອງຊາດໃນໄລຍະຜ່ານມາ ກໍຄື ປັດຈຸບັນ ໃຫ້ຂຽວສົດງົດງາມຕະຫລອດໄປ.

ພ້ອທນີ້, ສະຫາຍ ພົນເອກ ຟານ ວັນ ຢາງ ກໍໄດ້ມີຄໍາເຫັນວ່າ:

ຕັ້ງແຕ່ໃດມາ ຫວຽດນາມ ແລະ ລາວ ໄດ້ຮັບຮູ້ວ່າ ແມ່ນສອງປະເທດທີ່ມີມູນເຊື້ອຮັກແພງສາມັກຄີຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ປະຊາຊົນຫວຽດນາມ ແລະ ລາວ ຍາມໃດກໍຮັກຫອມສັນ ຕິພາບ, ເປັນສາຍພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ໝັ້ນຄົງເຂັ້ມແຂງທີ່ສຸດ ລະຫວ່າງສອງພັກສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ

ສາຍພົວພັນພິເສດນີ້ ໄດ້ເລີ່ມຈາກການນໍາທີ່ຍິ່ງໃຫຍ່ ຄື ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເຊິ່ງໄດ້ຮັບການປົກປັກຮັກສາ ແລະ ບໍາລຸງສ້າງດ້ວຍເຫື່ອແຮງ, ຄວາມມານະພະຍາຍາມ ແລະ ເລືອດເນື້ອຂອງບັນພະບຸລຸດປະຊາຊົນສອງປະເທດ

SA Game
ຂ​ປ​ລ

ແລະ ໃນຖານະເພື່ອນມິດ ແລະ ອ້າຍນ້ອງທີ່ສະໜິດສະໝົມ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍຊົມເຊີຍ ແລະ ຍິນດີ ເຫັນພ້ອມກັບການເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ ຂອງກອງທັບປະຊາຊົນລາວໃນໄລຍະຜ່ານມາ.

ກອງທັບປະຊາຊົນລາວ ໄດ້ບັນລຸບັນດາໝາກຜົນອັນສະຫງ່າລາສີ ເປັນທີ່ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ຂໍໃຫ້ສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສິວິໄລຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.