ສະ​ຫລຸບກອງປະຊຸມສະຫະພັນແມ່ຍິງຫ້ອງການເມືອງ ກອງພົນທີ 2

SA Game

ຂ​ປ​ລ

ສໍາເລັດກອງປະຊຸມໃຫຍ່ກອງພົນທີ 2  ຄັ້ງທີ XIV ຂອງໜ່ວຍສະຫະພັນແມ່ຍິງ ຫ້ອງການເມືອງ

ໃນວັນທີ 23 ກຸມພາ 2023 ນີ້, ໄດ້​ມີ​ການ​ຈັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງໜ່ວຍສະຫະພັນແມ່ຍິງຫ້ອງການເມືອງ ກອງພົນທີ 2 ຢູ່ສະໂມສອນກອງພົນ

ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍພັນໂທ ຈັນສຸກ ໄມຈັນແກ້ວ ຮອງຫົວໜ້າຫ້ອງການເມືອງກອງພົນ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະພັກ-ຄະນະບັນຊາອົງການ, ພະແນກການທີ່ກ່ຽວຂ້ອງ, ເລຂາໜ່ວຍສະຫະພັນແມ່ຍິງທີ່ມາຈາກອົງການ, ບັນດາກົມກອງອ້ອມຂ້າງກອງພົນ ແລະ ສະຫະພັນແມ່ຍິງທົ່ວຫ້ອງການເມືອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ສະຫາຍຮ້ອຍເອກ ນາງ ແຫວນແກ້ວ ອຸດອນໄຊ ເລຂາໜ່ວຍສະຫະພັນແມ່ຍິງຫ້ອງການເມືອງ ໄດ້ຂຶ້ນຜ່ານບົດສະຫລຸບຕີລາຄາຄືນການເຄື່ອນໄຫວວຽກງານຮອບດ້ານ ໄລຍະ 5 ປີ ແລະ ຜ່ານທິດທາງແຜນການ ໃນ 5 ປີ ຕໍ່ໜ້າ ຂອງໜ່ວຍສະຫະພັນ ໂດຍປະຕິບັດຕາມກົດລະບຽບຂອງສູນກາງສະຫະພັນວາງອອກ ແລະ ທິດຊີ້ນໍາ ຂອງຫ້ອງການສະຫະພັນແມ່ຍິງກອງທັບ ແລະ ທິດຊີ້ນໍາຂອງຄະນະພັກ-ຄະນະບັນຊາຫ້ອງການເມືອງ ກໍຄືພະແນກສະຫະພັນແມ່ຍິງ

SA Game
ຂ​ປ​ລ

ຄະນະໜ່ວຍແມ່ຍິງຫ້ອງການເມືອງກອງພົນທີ 2 ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ເອື້ອຍນ້ອງຂອງຕົນ ເປັນຕົ້ນແມ່ນການຮໍ່າຮຽນເຊື່ອມຊຶມແນວທາງການນໍາພາອັນຖືກຕ້ອງຂອງພັກ, ເຂົ້າຮ່ວມຮັບຟັງການປາຖະກະຖາມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ແລະ ວັນສໍາຄັນຕ່າງໆຂອງສາກົນ ເພື່ອເຮັດໃຫ້ເອື້ອຍນ້ອງແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ສາມາດເຮັດສໍາເລັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້.

ປັດຈຸບັນໜ່ວຍສະຫະພັນແມ່ຍິງຫ້ອງການເມືອງ ມີສະມາຊິກທັງໝົດ 23 ສະຫາຍ, ຄອບຄົວ 17 ສະຫາຍ, ໂສດ 6 ສະຫາຍ; ໃນນັ້ນຊັ້ນພັນໂທ 2 ສະຫາຍ, ພັນຕີ 3 ສະຫາຍ, ຮ້ອຍເອກ 6 ສະຫາຍ, ຮ້ອຍໂທ 6 ສະຫາຍ, ຮ້ອຍຕີ 2 ສະຫາຍ, ວາທີ 2 ສະຫາຍ, ສິບຕີ 1 ສະຫາຍ ແລະ ຊັ້ນ1 1 ສະຫາຍ.

ໃນໄລຍະ 5 ປີ ຜ່ານມາ ສາມາດສ້າງລາຍຮັບເຂົ້າຄັງ ໄດ້ຈາກເງິນສະຕິແຮງງານ, ຂາຍເຄື່ອງຍ່ອຍ, ບັດ ແລະ ເງິນດອກ ຈາກການບຸກຄົນກູ້ຢືມ ທັງໝົດ 32.204.000 ກີບ ມີສະມາຊິກກອງທຶນທັງໝົດ 91 ສະຫາຍ, ຍິງ 52 ສະຫາຍ, ຊາຍ 39 ສະຫາຍ ມີຈໍານວນເງິນຝາກທັງໝົດ 137.030.000 ກີບ, ປ່ອຍໃຫ້ສະມາຊິກຢືມ 80.000.000 ກີບ

ໂດຍຕິດພັນກັບຂະບວນການຕ່າງໆ ຂອງກົມກອງ ຄ່ຽງຄູ່ກັບການພັດທະນາ, ຂະບວນການສ້າງກົມກອງ 3 ປອດ, ສ້າງຄອບຄົວຕົວແບບ ໄດ້ 2 ຄອບຄົວ, ບຸກຄົນດີເດັ່ນ ໃນການປູງຝັງລ້ຽງສັດ ໄດ້ 2 ສະຫາຍ ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເພື່ອຊີ້ນຳວຽກງານຕໍ່ໄປໄດ້ຕາມລະດັບຄາດໝາຍ.

ໃນຕອນທ້າຍກອງປະຊຸມ ສະຫາຍພັນໂທ ນາງ ຄໍາພູ ພັນທະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນທີ2 ໄດ້ມີຄໍາຄິດຄໍາເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ,

SA Game
ຂ​ປ​ລ

ສະຫາຍ ຍັງໄດ້ເນັ້ນໜັກບາງບັນຫາທີ່ສໍາຄັນ ໂດຍສະເພາະແມ່ນເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ຂອງເອື້ອຍນ້ອງແມ່ຍິງ ໃຫ້ສູງຂຶ້ນ, ອອກແຮງຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍ ຂອງພັກ, ກົດໝາຍ ຂອງລັດວາງອອກ, ຂໍ້ກໍານົດກົດລະບຽບ ຂອງກອງທັບ ແລະ ຂອງແມ່ຍິງ ຢ່າງເຂັ້ມງວດ

ພ້ອມຮຽກຮ້ອງໃຫ້ຄະນະໜ່ວຍສະຫະພັນຊຸດໃໝ່ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນແນ່ໃສ່ເຮັດໃຫ້ພະນັກງານສະມາຊິກສະຫະພັນແມ່ຍິງ ມີຄຸນທາດການເມືອງທີ່ໜັກແໜ້ນ, ປັບປຸງແບບແຜນວິທີເຮັດວຽກຕາມຫລັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແລະ ມອບໝາຍບຸກຄົນຮັບຜິດຊອບສາມາດເຮັດສໍາເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.