ຊຸກຍູ້ວຽກງານຢູ່ສູນພັດທະນາ ດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ

SA Game

ຂ​ປ​ລ

ທູດໄທປະຈຳລາວ ສົ່ງ​ເສີມ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ທີ່​ສູນ​ພັດ​ທະ​ນາ

ໃນ​​ໄລ​ຍະບໍ່ດົນຜ່ານມານີ້, ຢູ່ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ບ້ານນາຍາງ ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ, ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ຊຸກຍູ້ວຽກງານຢູ່ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ບ້ານນາຍາງ ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ

ໂອກາດນີ້, ທ່ານ ດວງຕາວັນ ສີສົມບັດ ຫົວໜ້າສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ໄດ້ກ່າວວ່າ:

ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ມີບົດບາດໃນການພັດທະນາ ແລະ ບໍລິການດ້ານແນວພັນ, ສັດ, ສັດນ້ຳ, ເຕັກນິກ ແລະ ເຕັກໂນໂລຊີກະສິກຳທີ່ດີ ເພື່ອຖ່າຍທອດໃຫ້ແກ່ກະສິກອນ ກຸ່ມຜູ້ຜະລິດ ແລະ ຜູ້ປະກອບການດ້ານການກະສິກຳ ໃຫ້ເຕີມໃຫຍ່ເຂັ້ມແຂງ ແລະ ຂະຫຍາຍອອກສູ່ວົງກວ້າງ ໃນຂອບເຂດທົ່ວປະເທດ ໂດຍມີ 4 ໜ້າທີ່ຫລັກຄື:

SA Game
ຂ​ປ​ລ

ຜະລິດແນວພັນທີ່ດີ; ຊຸກຍູ້ສົ່ງເສີມ ແລະ ສ້າງຕົວແບບທີດີ; ຝຶກອົບຮົມ, ສາທິດ ໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ, ພະນັກງານ ປະຈໍາສູນ, ສະຖານີ ໃນຂອບເຂດທົ່ວປະເທດ; ວຽກງານການຮ່ວມມື(ລາວ-ໄທ).

ນອກຈາກນີ້ ຍັງໄດ້ລົງຕິດຕາມນໍ້າໜ້າອ່າງ ເປັນປົກກະຕິ ພ້ອມທັງຊຸກຍູ້ກະສິກອນ ຜູ້ຜະລິດເຂົ້ານາແຊງ ແລະ ນາປີ ໃຫ້ພຽງພໍ, ຖືກຕ້ອງຕາມລະດູການ

ຜະລິດຝຸ່ນບົ່ມຊີວະພາບໄດ້ 30 ໂຕນ, ຜະລິດນໍ້າໝັກຊີວະພາບ ພດ2 ໄດ້ 2.000 ລິດ, ຜະລິດນໍ້າໝັກຊີວະພາບ ພດ7 ໄດ້ 1.020 ລິດ, ຂະຫຍາຍພຶດປັບປຸງດິນໄດ້ 4.5 ໄລ່, ຂະຫຍາຍເບ້ຍຫຍ້າແຝກໄດ້ 45.120, ຂະຫຍາຍເບ້ຍໄມ້ດູ່ໄດ້, ໄມ້ແຕ້, ໄມ້ປະດັບ 15.000 ເບ້ຍ. ນອກນີ້, ຍັງສາມາດຜະລິດລູກປານ້ອຍໄດ້ 1.500.000ໂຕ/ປີ (ປານິນ,ປາໃນ, ປາປາກ,ໂລຮູ້, ນວນຈັນ, ເກັດແລບ, ປາດຸກ ແລະ ອື່ນໆ) ແລະ ຜະລິດລູກກົບນ້ອຍໄດ້ 10.000 ກວ່າໂຕ ແລະ ຜະລິດໄຮແດງໄດ້ 120 ກິໂລ, ປະກອບສ່ວນໃສ່ວັນປ່ອຍປາແຫ່ງຊາດ ແລະ ສົ່ງເສີມກະສິກອນຜູ້ລ້ຽງປາ ລວມ 350.000 ໂຕ.

SA Game
ຂ​ປ​ລ

ໃນໂອກາດນີ້, ທ່ານ ນາງ ມໍຣະກົດ ສີສະຫວັດ ຍັງເນັ້ນໃຫ້ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ສືບຕໍ່ຜະລິດແນວພັນທີ່ດີ ໂດຍສະເພາະ ຈັດຝຶກອົບຮົມ, ສາທິດ ໃຫ້ແກ່ກະສິກອນ, ຜູ້ປະ ກອບການ ໃນຂອບເຂດທົ່ວປະເທດ ໃຫ້ຫລາຍຂຶ້ນ. ນອກຈາກນີ້, ຍັງຈະໃຫ້ການສະໝັບສະໜູນທາງດ້ານຕ່າງໆຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.