ກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ ເກົາຫລີິ ຄັ້ງທີ 10

SA Game

ຂ​ປ​ລ

ເປີດ​ພິ​ທີ​ພົບ​ປະ​ໃນຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າຂອງ-ສ ເກົາຫລີ

ໃນວັນທີ 14 ກັນຍາ 2022 ພາຍໃຕ້ຫົວຂໍ້ “ປັດໄຈຂອງການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດີຈິຕອນ: ຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າຂອງ-ສ ເກົາຫລີ”, ສປປ ລາວ ແລະ ສ ເກົາຫລີ ເປັນເຈົ້າພາບຮ່ວມ ຈັດກອງປະຊຸມເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ ເກົາຫລີິ ຄັ້ງທີ 10

ໂດຍການເປັນປະທານຮ່ວມ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຊອຍ ຢຸງ ຊໍາ (Choi Youngsam) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ, ມີຜູ້ຕາງໜ້າຈາກພາກລັດ ແລະ ພາກເອກະຊົນ ຈາກບັນດາປະເທດແມ່ນໍ້າຂອງ ແລະ ສ ເກົາຫລີ ເຂົ້າຮ່ວມ.

ເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ ເກົາຫລີ ຄັ້ງນີ້, ມີຈຸດປະສົງເພື່ອບັນລຸເປົ້າໝາຍ ຂອງການຮັດແໜ້ນການຮ່ວມມື ລະຫວ່າງ ພາກລັດ ແລະ ພາກເອກະຊົນ ໃນພາກພື້ນແມ່ນໍ້າຂອງ ແລະ ສ ເກົາຫລີ, ທັງເປັນເວທີທີ່ສ້າງໂອກາດໃຫ້ບັນດາຜູ້ປະກອບການ ກໍຄື ພາກທຸລະກິດ ໄດ້ພົບປະກັບຜູ້ປະກອບການຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ສ ເກົາຫລີ ເຊິ່ງເປັນໂອກາດອັນດີ ທີ່ຈະໄດ້ຂະຫຍາຍຕະຫລາດຂອງ ສປປ ລາວ ອອກສູ່ພາກພື້ນ.

SA Game
ຂ​ປ​ລ

ພ້ອມນີ້, ກໍເພື່ອຮັດແໜ້ນການຮ່ວມມື ເພື່ອເປີດໂອກາດໃຫ້ແກ່ພາກລັດ ແລະ ພາກເອກະຊົນ ໄດ້ພົບປະ ແລະ ແລກປ່ຽນຂໍ້ມູນຂ່າວສານ ເພື່ອຮ່ວມກັນວາງທິດທາງຍຸດທະສາດຮັບມືກັບການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດີຈິຕອນ ເຂົ້າໃນການພັດທະນາເສດຖະກິດໃນຍຸກສະໄໝໃໝ່.

ກອງປະຊຸມຄັ້ງນີ້, ໄດ້ແບ່ງວາລະປຶກສາຫາລືອອກເປັນ 2 ຫົວຂໍ້ສໍາຄັນ ຄື: ຫົວຂໍ້ທີ 1 ບົດບາດຄວາມສໍາຄັນຂອງ ຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫລີ ທ່າມກາງການປ່ຽນແປງຕ່ອງໂສ້ມູນຄ່າເພີ່ມສາກົນ ແລະ ການຫັນປ່ຽນສູ່ດີຈີຕອນ ແລະ 2 ອະນາຄົດການຮ່ວມມືແມ່ນໍ້າຂອງ-ສ ເກົາຫລີ ແລະ ຍຸດທະສາດການເຂົ້າເຖິງຕະຫລາດ ຄ່ຽງຄູ່ກັບພາກປຶກສາຫາລືດ້ານວິຊາການ.

ຂອບການຮ່ວມມືແມ່ນໍ້າຂອງ-ສ ເກົາຫລີ ສ້າງຕັ້ງຂຶ້ນໃນປີ 2011 ເພື່ອຮັດແໜ້ນການຮ່ວມມືດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ລະຫວ່າງ ພາກພື້ນແມ່ນໍ້າຂອງ ແລະ ສ ເກົາຫລີ ແນໃສ່ການຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງ ແລະ ຫລຸດຄວາມແຕກໂຕນ ກັນທາງດ້ານການພັດທະນາ ລະຫວ່າງບັນດາປະເທດແມ່ນໍ້າຂອງ ເພື່ອປະ ກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ ບົນພື້ນຖານ 3 ເສົ້າຄໍ້າເພື່ອປະຊາຊົນ, ເພື່ອຄວາມຈະເລີນຮຸ່ງເຮືອງ ແເລະ ເພື່ອຄວາມສະຫງົບສຸກ ແລະ 7 ຂົງເຂດບູລິມະສິດ: ວັດທະນະທໍາ ແລະ ການທ່ອງທ່ຽວ; ການພັດທະນາຊັບພະຍາກອນມະນຸດ; ກະສິກໍາ ແລະ ພັດທະນາຊົນນະບົດ; ພັດທະນາພື້ນຖານໂຄງລ່າງ; ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ; ສິ່ງແວດລ້ອມ ແລະ ສິ່ງທ້າທາຍແບບໃໝ່.

SA Game
ຂ​ປ​ລ

ໃນຕອນບ່າຍຂອງດຽວກັນ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສ ເກົາຫລີ ໄດ້ຮ່ວມກັນຈັດການພົບປະພາກທຸລະກິດ (1:1 Business Meeting) ເພື່ອເປີດໂອກາດໃຫ້ບັນດາຫົວໜ່ວຍວິສາຫະກິດຈາກທຸກປະເທດສະມາຊິກ ໄດ້ຊອກຫາຊ່ອງທາງຮ່ວມທຸລະກິດ ໂດຍສະເພາະການນຳເຂົ້າ ແລະ ສົ່ງອອກສິນຄ້າ ກໍຄື ການຂະ ຫຍາຍຕະຫລາດໃນພາກພື້ນ. ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງຈະໄດ້ເດີນ ທາງໄປຢ້ຽມຢາມ ບໍລິສັດວຽງຈັນໂລຈິດຊະຕິກທ່າບົກ-ທ່ານາແລ້ງ ແລະ ຢ້ຽມຊົມ ສະຖານ ທີ່ທ່ອງທ່ຽວ ພາຍໃນນະຄອນຫລວງວຽງຈັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.