ສະພາແຫ່ງຊາດ ຊຸດທີ IX ເປີດກອງ​ປະ​ຊຸມສະໄໜສາມັນ ເທື່ອທີ 5

SA Game ສະພາແຫ່ງຊາດ

ຂປລ.

ເປ​ີດກອງປະຊຸມສະໄໜສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ລະ​ຫວ່າງວັນທີ 26 ມິຖຸນາ-18 ກໍລະກົດ 2023

ສະພາແຫ່ງຊາດ ໄດ້​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຂຶ້ນຢ່າງເປັນທາງການ ໃນວັນທີ 26 ມິຖຸນາ 2023 ເຊິ່ງຈະໄດ້ດຳເນີນໄປຈົນຮອດວັນທີ 18 ກໍລະກົດ 2023, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ

ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນຳພັກ-ລັດ, ພ້ອມດ້ວຍບັນດາສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວວ່າ:

ກອງປະຊຸມຄັ້ງນີ້, ຈະໄດ້ພິຈາລະນາຮັບຮອງບັນດາ ເນື້ອໃນທີ່ສຳຄັນ ເປັນຕົ້ນ, ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີກ່ຽວ ກັບການເຄື່ອນໄຫວວຽກງານພົ້ນເດັ່ນ ຂອງລັດຖະບານ 6 ເດືອນຕົ້ນປີ ແລະ ສະເໜີທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023

ບົດລາຍງານຂອງລັດຖະບານ ກ່ຽວ ກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023; ທິດທາງແຜນການລົງທຶນຂອງລັດປະຈຳປີ 2024; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນ ການ 6 ເດືອນທ້າຍປີ 2023

SA Game
ຂປລ.

ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ- ການເງິນ; ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ບົດລາຍງານຂອງລັດຖະບານ ກ່ຽວກັບຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035

ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະ ສາດການປົກປ້ອງສັງຄົມ; ບົດລາຍງານຂອງລັດຖະບານ ກ່ຽວກັບຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາ ກອນນໍ້າແຫ່ງຊາດຮອດປີ 2030; ບົດລາຍງານກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທໍາ 4 ສະບັບ; ໃນນີ້ ມີ ຂົງເຂດສານປະຊາຊົນສູງສຸດ 2 ສະບັບ ຄື:

ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ແລະ ຂົງເຂດຂອງອົງການໄອຍະການປະຊາຊົນສູງສຸດ 2 ສະບັບ ຄື:

ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ; ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ໃນນີ້ມີກົດ ໝາຍສ້າງໃໝ່ 4 ສະບັບ ຄື:

ຮ່າງກົດໝາຍ ວ່າດ້ວຍວຽກ ງານສາທາລະນະສຸກ, ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ, ຮ່າງກົດໝາຍວ່າດ້ວຍ ອາກອນທີ່ດິນ, ຮ່າງກົດໝາຍວ່າດ້ວຍ ເຍົາວະຊົນລາວ ແລະ ກົດໝາຍປັບປຸງ 6 ສະບັບ ຄື:

ກົດໝາຍວ່າດ້ວຍ ທະນາຄານທຸລະກິດ, ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ການປະມົງ, ກົດໝາຍ ວ່າດ້ວຍສັດປ່າ, ກົດໝາາຍວ່າດ້ວຍ ການພີມຈໍາໜ່າຍ, ກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແລະ ກົດ ໝາຍ ວ່າດ້ວຍ ສານທະຫານ. ພ້ອມທັງຮັບຟັງ ບົດລາຍ ງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໃນໄລຍະ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຫາ ເທື່ອທີ 5 ແລະ ທິດທາງແຜນການ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX.

SA Game
ຂປລ.

ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.

ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະ ໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້, ພ້ອມທັງ ຮຽກຮ້ອງ ໃຫ້ບັນດາສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິ ປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມໃສ່ຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບສ່ວນປະ ກອບຄຳເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດ ມີຜົນ, ຮັດກຸມ ບົນພື້ນຖານແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດ ຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຢ່າງແທ້ຈິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.