ລົດໄຟລາວ-ຈີນ ຍົກລະດັບໃຫ້ ລາວ ໄດ້ຮັບໂອກາດສໍາຄັນຫລາຍດ້ານ

SA Game ລົດໄຟລາວ-ຈີນ

ຂປລ.

ໂອກາດຈາກທາງ ລົດໄຟລາວ-ຈີນ ຍົກລະດັບໃຫ້ ສປປ ລາວ ມີ​ໂອ​ການໃນການພັດທະນາເສດຖະກິດ-ສັງຄົມ

ລົດໄຟລາວ-ຈີນ ນັບ​ວ່າ​ເປັນ​ຊ່ອງ​ທາງ​ອັນ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ ສ​ປ​ປ ລາວ ໃນ​ປະ​ຈຸ​ບັນ ເຊິ່ງນັບແຕ່ເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນໃນທ້າຍປີ 2021 ຜ່ານມາ ເຊິ່ງບໍ່ພຽງແຕ່ປ່ຽນສະຖານະພາບຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍ ເປັນປະເທດເຊື່ອມໂຍງເຊື່ອມຈອດ ພາກພື້ນ-ສາກົນ ຄັ້ງປະຫວັດສາດເທົ່ານັ້ນຫາກ ມັນຍັງຊ່ວຍຍົກລະດັບເຮັດໃຫ້ ສປປ ລາວ ໄດ້ຮັບໂອກາດສໍາຄັນ ໃໝ່ໆປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຈະເລີນຮຸ່ງເຮືອງ ຮອບດ້ານພາຍໃນປະເທດຂົງພາກພື້ນ ແລະ ສາກົນອີກດ້ວຍ.

ດັ່ງທີ່ຮູ້ນໍາກັນ ປີ 2023 ນີ້ທາງລົດໄຟລາວ-ຈີນ ໄດ້ສະແດງໃຫ້ເຫັນທ່າອ່ຽງການພັດທະນາ ດ້ານການບໍລິການໂດຍສານ ແລະ ການຂົນສົ່ງຢ່າງຟົດຟື້ນ ໃນນັ້ນໄຕມາດທີ 1, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 4.620.000 ຄົນທຽບໃສ່ໄລຍະ ດຽວກັນຜ່ານມາແມ່ນເພີ່ມຂຶ້ນ 185%; ຈໍານວນການຂົນສົ່ງສິນຄ້າ 5.160.000 ໂຕນ ແມ່ນ ເພີ່ມຂຶ້ນ 215%; ສິນຄ້າຂ້າມແດນບັນລຸເຖິງ 1.100.000ໂຕນເພີ່ມຂຶ້ນ 290% ເຊິ່ງເຫັນວ່າທາງລົດໄຟລາວ-ຈີນ ດັ່ງກ່າວແມ່ນທາງລົດໄຟ ທີ່ມີຄວາມສຳຄັນສາຍໜຶ່ງ ທີ່ຈີນ ແລະ ລາວ ສອງປະເທດຮ່ວມມືກັນກໍ່ສ້າງແລະ ຖືກຂະໜານນາມວ່າເປັນ ” ໄຂ່ມຸກແຫ່ງການຮ່ວມມືລະຫວ່າງ ສປ ຈີນ- ສປປ ລາວ ແລະ ເສັ້ນທາງຄໍາແຫ່ງແຫລມອິນດູຈີນ “.

SA Game
ຂປລ.

ການເປີດທາງລົດໄຟ ລາວ-ຈີນ

ເປັນສັນຍາລັກແຫ່ງການຮ່ວມມື ດ້ານການຄົມມະນາຄົມ ລະຫວ່າງສອງຊາດລາວ-ຈີນ ໃຫ້ກ້າວເຂົ້າສູ່ໄລຍະໃໝ່ການສໍາເລັດການກໍ່ສ້າງທາງລົດໄຟລາວ-ຈີນ ນັ້ນ ມັນບໍ່ພຽງແຕ່ເປັນເງື່ອນໄຂ ເອື້ອອໍານວຍຄວາມສະດວກສະບາຍ ຍິ່ງໆຂຶ້ນໃຫ້ແກ່ການໄປມາຫາສູ່ກັນ ຂອງປະຊາຊົນສອງຊາດເທົ່ານັ້ນຫາກຍັງໄດ້ຊຸກຍູ້ການແລກປ່ຽນ ດ້ານເສດຖະກິດ ແລະ ການພັດທະນາ ລະຫວ່າງສອງປະເທດຢ່າງໜັກແໜ້ນອີກດ້ວຍ.

ການເປີດເສັ້ນທາງລົດໄຟ ລາວ-ຈີນ ໄດ້ສົ່ງມີຜົນດີທີ່ສຸດຕໍ່ຈີນລາວ ແລະ ບັນດາ ປະເທດແຫລມອິນດູຈີນ ໃນການຈັດຕັ້ງປະຕິບັດ ແລະ ການດໍາເນີນການເຊື່ອມໂຍງເຊື່ອມຈອດ ເຂົ້າສູ່ລວງເລິກປະກອບສ່ວນຊຸກຍູ້ຢ່າງແຂງແຮງເຂົ້າ ໃນການພັດທະນາເສດ ຖະກິດ-ສັງຄົມການຄ້າການລົງທຶນການຄົມມະນາຄົມການບໍລິການການໄປມາຫາສູ່ກັນ ແລະ ອື່ນໆໃນຂົງພາກພື້ນ ແລະ ສາກົນ.

ໃນປີນີ້ອີງຕາມການປັບປຸງມາດຕະການການປ້ອງກັນ ແລະ ຄວບຄຸມສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ຮັບການຜ່ອນຜັນ ແລະ. ເປີດປະເທດນັ້ນເຫັນວ່າ ການບໍລິການຜູ້ໂດຍສານ ແລະ ຂົນສົ່ງສິນຄ້າທາງລົດໄຟ ລາວ-ຈີນ ໄດ້ສະແດງ ໃຫ້ເຫັນທ່າອ່ຽງການເຕີບໂຕຢ່າງວ່ອງໄວ.

ຕົວຢ່າງການຂົນສົ່ງດ້ານການທ່ອງທ່ຽວການໄປມາຫາສູ່ກັນລະຫວ່າງປະຊາຊົນຍາດພີ່ນ້ອງການໄຫລວຽນຂອງແຮງງານ ໄດ້ມີທ່າອ່ຽງເພີ່ມຂຶ້ນຄຶກຄື້ນຢ່າງໜ້າສົນໃຈ  ໃນນັ້ນ ໃນໄລຍະບຸນກຸດຈີນຈຳນວນຂົນສົ່ງຜູ້ໂດຍສານ ໄດ້ ເພີ່ມຂຶ້ນສູງເປັນເວລາຫລາຍມື້ຕິດຕໍ່ກັນເປັນຜົນງານທີ່ດີທີ່ສຸດນັບແຕ່ເປີດບໍລິການ.

ນັບແຕ່ເດືອນມັງກອນຫາເດືອນມີນາປີນີ້ເສັ້ນທາງລົດໄຟ ລາວ-ຈີນ ໄລຍະທາງຢູ່ລາວໄດ້ຂົນສົ່ງຜູ້ໂດຍສານ 670.000 ຄົນທຽບໃສ່ໄລຍະດຽວກັນໃນຜ່ານມາ ແມ່ນເພີ່ມຂຶ້ນ 480.000 ຄົນເພີ່ມຂຶ້ນ 260%. ຄຽງຄູ່ກັນນັ້ນທາງລົດໄຟລາວຈີນ ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງເສັ້ນທາງ ລົດໄຟລາວ-ຈີນ + ທາງລົດໄຟຈີນ-ເອີຣົບທາງລົດໄຟລາວ-ຈີນ + ເສັ້ນທາງລົດໄຟທາງບົກທາງທະເລອັນ ໃໝ່ສູ່ຕາເວັນ ຕົກ” ເຊິ່ງທາງສາມຮູບແບບການຂົນສົ່ງສາກົນ ສືບຕໍ່ຂະຫຍາຍຕົວຢ່າງໜັກແໜ້ນຕະຫລາດຂົນສົ່ງສິນຄ້າຂ້າມແດນ ມີສະຖານນະພາບທີ່ດີຫລາຍຊຸກຍູ້ການແລກປ່ຽນດ້ານເສດ ຖະກິດລະຫວ່າງລາວ-ຈີນຢ່າງຫລວງຫລາຍ.

SA Game
ຂປລ.

ສິນຄ້າຄຸນນະພາບສູງໃນທ້ອງຖິ່ນຈາກຈີນ ແລະ ລາວນັບມື້ນັບຫລາຍຂຶ້ນ ໄດ້ເຂົ້າສູ່ກໍາມືບ້ານເຮືອນຂອງປະຊາຊົນທົ່ວໄປ ຂອງສອງປະເທດສາມາດຊົມໃຊ້ ຢ່າງມີປະສິດທິຜົນປະກອບສ່ວນ ປັບປຸງສ້າງອໍານວຍຄວາມສະດວກຍົກລະດັບຊີວິດການເປັນຢູ່ໃຫ້ ປະຊາຊົນ ຄ່ອຍໆຫລຸດພົ້ນ ອອກຈາກຄວາມທຸກຍາກຢ່າງຕັ້ງໜ້າ ໂດຍຜ່ານການຂົນສົ່ງສິນຄ້າສາກົນທາງລົດໄຟເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນສອງປະເທດ ນັບມື້ນັບອຸດົມສົມບູນຂຶ້ນ ແລະ ການພັດທະນາທີ່ເຂັ້ມແຂງ ຢ່າງຕໍ່ເນື່ອງຈະຍົກລະດັບ ໃຫ້ມີອະນາຄົດ ທີ່ດີ.

ແຕ່ເຖິງແນວໃດກໍດີ ນັບຕັ້ງແຕ່ເປີດເສັ້ນທາງລົດໄຟລາວ-ຈີນ ເປັນຕົ້ນມາສື່ຕາເວັນຕົກບາງພາກສ່ວນ ທີ່ຕິດຕາມປະເທດລາວ ໃນແຕ່ລະວັນໄດ້ເລີ່ມສ້າງຂ່າວ ໃນລັກສະນະບິດເບືອນຄວາມຈິງ ແລະ ປັ້ນນໍ້າໃຫ້ເປັນຕ່ອນຊ້ຳໆວ່າ ລາວຕົກຢູ່ໃນກັບດັກໜີ້ສິນ” ໂດຍອ້າງວ່າລາວກາຍເປັນ ປະເທດລູກໜີ້ທີ່ມີຄວາມສ່ຽງສູງ”, ແລະ ຜະເຊີນໜ້າກັບຄວາມສ່ຽງດ້ານ “ງົບປະມານບໍ່ພຽງພໍທີ່ຈະຊໍາລະໜີ້ສິນ” ເນື່ອງຈາກວ່າທາງລົດໄຟລາວ-ຈີນ ເປັນໂຄງການທີ່ເປັນສັນຍະລັກ ໃນຂໍ້ລິເລີ່ມ”ໜຶ່ງແລວທາງໜຶ່ງເສັ້ນທາງ”ຈຶ່ງເຮັດໃຫ້ກຸ່ມຄົນ ບໍ່ຫວັງດີເສກສັນ ປັ້ນແຕ່ງສ້າງກະແສຂ່າວບໍ່ດີທັບຖົມ  ແລະ ສ້າງຄວາມເສຍຫາຍຢ່າງຫລວງຫລາຍ. ສະນັ້ນ ການພັດທະນາທີ່ເຂັ້ມແຂງ ຢ່າງຕໍ່ເນື່ອງຂອງທາງລົດໄຟລາວ-ຈີນ ໄດ້ລົບລ້າງຂ່າວລືທີ່ບໍ່ດີດັ່ງກ່າວ ແລະ ໄດ້ສະທ້ອນໃຫ້ເຫັນໝາກຜົນ ຄວາມສໍາເລັດຕົວຈິງເປັນ ຮູບປະທໍາ.

ຍິ່ງໄປກວ່ານັ້ນ ສື່ມວນຊົນຕ່າງປະເທດບາງພາກສ່ວນຍັງປະກາດວ່າ “ທາງລົດໄຟລາວ-ຈີນເຊື່ອງຊ້ອນຄວາມສ່ຽງຫລາຍກວ່າຜົນຕອບແທນທີ່ຈະໄດ້ຮັບ” ເຊິ່ງທັງໝົດນັ້ນເປັນເລື່ອງຂີ້ຕົວະ ເພື່ອໃສ່ຮ້າຍປ້າຍສີ ແລະ ສ້າງຄວາມແຕກແຍກໃຫ້ສອງປະເທດລວມ ທັງຄູ່ຮ່ວມມື ທີ່ຮັກຫອມການພັດທະນາຮັກຄວາມກ້າວໜ້າພາຍໃນພາກພື້ນ ແລະ ສາກົນຄໍາເວົ້າທີ່ອ້າງເລື້ອຍໆ ຂອງກຸ່ມຄົນບໍ່ດີນັ້ນຜ່ານສື່ຕ່າງໆຍິ່ງສະແດງ ໃຫ້ເຫັນວ່າເປັນຄໍາເວົ້າທີ່ເຊື່ອຖືບໍ່ໄດ້.

ສປ ຈີນ ແລະ ສປປ ລາວລ້ວນແຕ່ ເປັນປະເທດສັງຄົມນິຍົມມີຄວາມເຂົ້າໃຈຮ່ວມກັນທີ່ສຸດ ຕໍ່ການສຸມກຳລັງດ້ານເຫື່ອແຮງສະຕິປັນຍາປຶກສາຫາລືຮ່ວມກັນມີຄວາມສາມັກຄີ ເປັນເອກະພາບປະກອບສ່ວນ ເຂົ້າໃນວຽກງານຕ່າງໆທັງນ້ອຍ ແລະ ໃຫຍ່ ຢ່າງໄກ້ຊິດ.

SA Game
ຂປລ.

ຜົນ​ຮັບ​ຂອງ​​ທາງ​ ລົດໄຟລາວ-ຈີນ ​ໄປ​ໃນ​ທາງ​ທີ່​ດີ

ຫວ່າງບໍ່ດົນມານີ້ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ຄໍາເຫັນແລກປ່ຽນບາງວັກບາງຕອນວ່າ ນັ້ນມັນບໍ່ແມ່ນຄວາມຈິງທີ່ວ່າ“ ກັບດັກໜີ້ສິນ ” ແຕ່ທາງລົດໄຟລາວ-ຈີນ ແມ່ນສອດຄ່ອງກັບ ຄວາມຕ້ອງການດ້ານການພັດທະນາຂອງ ປະຊາຊົນລາວຊ່ວຍສົ່ງເສີມການໄປມາຫາສູ່ ຂອງບຸກຄະລາກອນ ແລະ ການແລກປ່ຽນດ້ານການຄ້າ ໄດ້ຢ່າງຫລວງຫລາຍ,ຈະນໍາເອົາຄວາມຜາສຸກມາ ໃຫ້ແກ່ປະຊາຊົນຫລາຍຂຶ້ນໃນອະນາຄົດ

ເນື່ອງຈາກທາງລົດໄຟຈະສືບຕໍ່ ຂະຫຍາຍໄປທາງທິດໃຕ້ເຊື່ອມຕໍ່ໄທມາເລ ເຊຍ ແລະ ສິງກະໂປບໍ່ພຽງແຕ່ປະເທດລາວ ຈະໄດ້ຮັບຜົນປະໂຫຍດທີ່ໃຫຍ່ຫລວງເທົ່ານັ້ນ, ແຕ່ທຸກໆປະເທດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ສາກົນກໍຈະພົບກັບໂອກາດໃນການພັດທະນາເຊັ່ນກັນ.

ທາງລົດໄຟ ລາວ-ຈີນ ທີ່ພັດທະນາຢ່າງຕໍ່ ເນື່ອງ ແລະ ເຂັ້ມແຂງຈະຂັບເຄື່ອນການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງອັນຍິ່ງ ໃຫຍ່ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ຈະກ້າວເຂົ້າສູ່ລວງເລິກຂອງການຮ່ວມມື ຈີນ-ອາຊຽນ ແລະ ບັນລຸເປົ້າໝາຍອະນາ ຄົດທີ່ສວຍງາມ ຂອງປະຊາຄົມຮ່ວມຊາຕາກໍາດຽວກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.