ທ່ານ ທອງລຸນ ສີສຸລິດ ຕ້ອນ​ຮັບ​ທູດ​ເຂົ້າ​ຍືນ​ສາ​ຕາ​ຕັ້ງ​ທີ່ທຳນຽບ

SA Game ທ່ານ ທອງລຸນ ສີສຸລິດ

ຂປລ.

ປະທານປະເທດ ທ່ານ ທອງລຸນ ສີສຸລິດ ມອບສານຕາຕັ້ງ ທູດລາວໄປປະຈຳຕ່າງປະເທດ

ທ່ານ ທອງລຸນ ສີສຸລິດ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ປຣາຊ່ານຕ໌ ອາເກີວາລ໌ (Prashant AGRAWAL), ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ແລະ ທ່ານ ມຽດ ເທັດ ອູ (Myat Thet OO), ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈຳ ສປປ ລາວ ໃນວັນທີ 26 ມິຖຸນາ 2023 ຢູ່ທຳນຽບປະທານປະເທດ,  .

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານທູດທັງສອງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ ກໍຄື ປະຊາຊົນຂອງຕົນ ທີ່ໄດ້ຖືກແຕ່ງ ຕັ້ງມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຄົນໃໝ່ ປະຈຳ ສປປ ລາວ

ພ້ອມທັງສະແດງ ຄວາມເຊື່ອໝັ້ນວ່າ ດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງ ທ່ານທູດທັງສອງ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາແລ້ວນັ້ນ ສືບຕໍ່ໄດ້ຮັບການເສີມຂະ ຫຍາຍເຂົ້າສູ່ລວງເລິກ ແລະ ລວງກວ້າງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດໃນອະນາຄົດ.

SA Game
ຂປລ.

ພ້ອມກັນນີ້, ທ່ານປະທານປະເທດ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ລະຫວ່າງ ສປປ ລາວ-ສ ອິນເດຍ ແລະ ສປປ ລາວ-ສສ ມຽນມາ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ, ການນໍາຂັ້ນສູງສອງປະເທດ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ, ໄດ້ມີການຮ່ວມມືກັນກວມເອົາຫລາຍຂົງເຂດ ເປັນຕົ້ນ:

ການຄ້າ, ການລົງທຶນ, ກະສິກຳ, ພະລັງງານ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆ, ໃຫ້ການສະຫນັບສະໝູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ພ້ອມດຽວກັນ, ກໍສະເໜີມາຍັງທ່ານທູດທັງສອງ ຈົ່ງສືບຕໍ່ປະສານສົມທົບຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອຊອກຫາຊ່ອງທາງ ແລະ ທ່າແຮງ ໃນການຂະຫຍາຍການສົ່ງເສີມການຮ່ວມມືດ້ານຕ່າງໆທີ່ມີຄວາມສົນໃຈຮ່ວມກັນ, ຊຸກຍູ້ການ ຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ ທີ່ສອງຝ່າຍໄດ້ຮ່ວມກັນ

ລົງນາມການຮ່ວມມືໃນດ້ານຕ່າງໆ ໃຫ້ປະ ກົດຜົນເປັນຈິງ, ເອົາໃຈໃສ່ຮ່ວມກັນ ສ້າງບັນດານິຕິກໍາຕ່າງໆ ທີ່ຈະເປັນພື້ນການໃຫ້ແກ່ ການຄ້າ, ການລົງທຶນ ກໍຄື ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງປະເທດ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ພ້ອມນີ້, ກໍສະເໜີໃຫ້ ທ່ານທູດທັງສອງ ໄປຢ້ຽມຢາມບັນດາແຂວງຕ່າງໆຂອງ ສປປ ລາວ ເພື່ອເບິ່ງການພັດທະນາຕົວຈິງຂອງແຂວງ, ຊ່ວຍຍາດແຍ່ງ ແລະ ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ທີ່ມີຄວາມສົນໃຈ ໃຫ້ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.

ໃນໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ

ພ້ອມທັງ ໄດ້ແຈ້ງໃຫ້ຊາບກ່ຽວກັບ ສປປ ລາວ ກຳລັງກະກຽມຄວາມພ້ອມໃນການເປັນປະທານອາຊຽນ ໃນປີ 2024 ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫລືອ ແລະ ການຮ່ວມມື ຈາກບັນດາທູດທັງສອງ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ, ອວຍພອນໃຫ້ທ່ານທູດທັງສອງ ຈົ່ງປະສົບຜົນສໍາເລັດໃນການປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.

ໃນຂະນະດຽວກັນ, ທ່ານທູດ ຂອງທັງສອງປະເທດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເວົ້າອັນຈົບງາມຂອງ ທ່ານປະທານປະເທດ ແລະ ການຕ້ອນຮັບອັນອົບອຸ່ນ ໃນໂອກາດມາປະຕິບັດໜ້າທີ່ຢູ່ ສປປ ລາວ

ພ້ອມທັງ ສະ ແດງຢືນຢັນຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ໃນອະນາຄົດ, ທັງນີ້ ກໍເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນຂອງທັງສອງປະເທດ.

SA Game
ຂປລ.

ໃນຕອນບ່າຍວັນດຽວກັນ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ມອບສານຕາຕັ້ງໃຫ້ແກ່ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ໄປປະຈຳ ຣາຊະອານາຈັກ ແບນຊິກ ແລະ ທ່ານ ຄຳພອນ ວົງສັນຕິ ຫົວໜ້າຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ໄປປະຈຳ ປະເທດ ຮົງກາຣີ.

ໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານເອກອັກຄະລັດຖະທູດແຕ່ງຕັ້ງທັງສອງ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ, ຊຸກຍູ້ການພົບປະແລກປ່ຽນ ແລະ ການໄປມາຫາສູ່ກັນ ລະຫວ່າງ ຂັ້ນການນຳປະເທດ ແລະ ປະຊາຊົນດ້ວຍກັນ

ຊຸກຍູ້ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍບັນດານັກລົງທຶນ, ນັກທຸລະ ກິດ ແລະ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ

ຊຸກຍູ້ການຈັດຕັ້ງປະຕິບັດບັນດາເອກະ ສານການຮ່ວມມືຕ່າງໆ ທີ່ສອງຝ່າຍໄດ້ລົງນາມແລ້ວນັ້ນ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ, ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ເພື່ອລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນລາວ ແລະ ໃຫ້ສາມາດນຳພາປະເທດຊາດອອກຈາກສະຖາ ນະພາບດ້ອຍພັດທະນາໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.