ກອງພົນທີ 2 ຈັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ l

SA Game

ຂ​ປ​ລ

ເປີດກອງປະຊຸມ ໃຫຍ່ສະມາຊິກພັກ ຄັ້ງທີ l ຂອງ​ຄະ​ນະ​ພັກ​ຮາກ​ຖານ ກອງພົນທີ 2 ວັນທີ14 ມີຖຸນາຜ່ານ​ມາ

ກອງພົນທີ 2 ໂດຍຄະນະພັກຮາກຖານກອງອງພັນ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ l ຂື້ນ ແລະ ອັດລົງດ້ວຍຜົົນສໍາເລັດຢ່າງຈົບງາມໃນວັນທີ14 ມີຖຸນາ 2023 ຜ່ານ​ມານີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ສອນເພັດ ຈັນສົມ ຄະນະພັກກອງພົນ ຫົວໜ້າຫ້ອງ ເສນາທິການ ກອງພົນທີ 2, ມີແຂກຖືກເຊີນຈາກພະແນກການຂອງ ກອງພົນ, ພະນັກງານປະຕິວັດອາວຸໂສບໍານານ, ຕະຫລອດຮອດສະມາຊິກ ພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພັນໂທ ບຸນມາກ ມີດຕະກອນ ເລຂາຄະນະພັກ ຮາກຖານກອງພັນ 222 ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫລາຍດ້ານໃນການຊີ້ນໍາ-ນໍາພາທີ່ຖືກຕ້ອງຂອງຄະນະພັກຮາກຖານ ໃນໄລຍະຜ່ານມາ

ຄະນະພັກຮາກຖານກອງພັນ 222 ເປັນຄະນະພັກຮາກຖານໜຶ່ງ ຢູ່ໃຕ້ການຊີ້ນໍາ-ນໍາພາໂດຍກົງຮອບດ້ານ ຈາກຄະນະພັກກອງພົນ ເປັນກົມກອງຫລົ່າຮົບວິຊາສະເພາະສື່ສານ ຕະຫລອດໄລຍະ 5 ປີ ຜ່ານມາ ຄະນະພັກຮາກຖານໄດ້ຖືເອົາວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບເປັນບັນຫາສຳຄັນ

SA Game
ຂ​ປ​ລ

ໂດຍໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາ ເຄື່ອນໄຫວຕາມຂອບເຂດຄວາມຮັບຜິດຊອບ ຕິດຕາມ ກໍາແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ,ບັນດາປະກົດການຫຍໍ້ທໍ້ຕ່າງໆເພື່ອຕ້ານ ແລະ ແກ້ໄຂໃຫ້ທັນເວລາ

ເອົາໃຈໃສ່ໃກ້ສິດຕິດແທດ ສືກສາອົບຮົມປຸກລະດົມແນວຄິດຂອງພະນັກງານ, ສະມາຊິກພັກ, ນັກຮົບ ໃຫ້ຮູ້ຈໍາແນກໄດ້ມິດສັດຕູຢ່າງຈະແຈ້ງ, ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງ ປ່ຽນແປງໃໝ່ຂອງພັກ-ລັດ ວາງອອກ, ຄຽງຄູ່ກັນນັ້ນກໍ່ໄດ້ເອົາໃຈໃສ່ ປັບປຸງກໍ່ສ້າງພັກ ຕາມ 5 ຫລັກການ 3 ທິດນໍາຂອງພັກ

ຖືເອົາບັ້ນດໍາເນີນ ຊີວິດການເມືອງພາຍໃນພັກເປັນການຕໍານິສົງຂ່າວກໍ່ສ້າງເຊິ່ງກັນ ແລະ ກັນ ຄຽງຄູ່ກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ແລະ ຂະບວນການຈັດ ຕັ້ງປະຕິບັດບັນດາວຽກງານຂອງກົມກອງ

ປັດຈຸດບັນ ທົ່ວຄະນະພັກ ຮາກຖານກອງພັນ 222 ມີ 3 ໜ່ວຍພັກຂື້ນກັບ ມີສະມາຊິພັກທັງໝົດ 78 ສະຫາຍ, ຍິງ 14 ສະຫາຍ, ມີສະມາຊິກພັກແຂງ 70 ສະຫາຍ, ກາງ 6 ສະຫາຍ, ບໍ່ໄດ້ແບ່ງປະເພດ 2 ສະຫາຍ (ຍົກຍ້າຍມາໃໝ່)

ວຽກງານຮັບປະກັນທາງ ດ້ານພະລາທິການ ໄດ້ຊຸກຍູ້ພະນັກງານ-ນັກຮົບ ຍົກສູງນໍ້າໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມແຜນການ ຂອງກົມໃຫຍ່ພະລາທິການກອງທັບວາງອອກ ກໍຄືຄາດໝາຍສູ້ຊົນຂອງ ຫ້ອງພະລາທິການກອງພົນ ໄດ້ກໍານົດດ້ວຍການເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ຕາມທ່າແຮງບົ່ມຊ້ອນຂອງກົມກອງ, ເພື່ອແກ້ໄຂຊີວິດ ການເປັນຢູ່ຂອງພະນັກງານ- ນັກຮົບ ໃຫ້ນັບມື້ດີຂຶ້ນເລື້ອຍໆ.

ໃນຊຸມປີ ຜ່ານມາສາມາດສ້າງແຫລ່ງລາຍຮັບໄດ້ທັງໝົດ 531.621.500 ກີບ. ໃນກອງປະຊຸມຕາງໜ້າສະມາຊິກພັກຍັງໄດ້ປະກອບຄຳຄິດຄຳເຫັນໃສ່ ບົດລາຍການເມືອງ ທັງ 2 ພາກ ເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນ ພ້ອມ ທັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ຊຸດໃໝ່ຢ່າງເປັນທາງການ.

ກອງພົນທີ 2
ຂ​ປ​ລ

ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກກະສັນຮັບຮອງເອົາ ສະຫາຍ ພັນໂທ ບຸນມາກ ມິດຕະກອນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ບຸນຈັນ ວິໄລວົງ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍພັນຕີ ສາມັນ ບຸນນະເລີດ ເປັນກຳມະການກວດກາຄະນະພັກ, ສະຫາຍ ພັນໂທ ແກ້ວບຸນພັນ ໄຊບົວເລີຍ, ສະຫາຍພັນຕີ ທອງດີ ໄຊໂກສີ, ສະຫາຍພັນຕີ ອົງສາຄອນ ແສນຄຳດີ, ສະຫາຍຮ້ອຍເອກ ນິລາດ ຫລຽນທອງ ເປັນກຳມະການຄະນະພັກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.