ສປປ ລາວ ແຈ້ງທະນະບັດປັບປຸງ ໃບ 10000 ກີບ ແລະ 20000 ກີບ

SA Game

Lao National Radio

ແຈ້ງ​ການ​ຈາກທະນາຄານແຫ່ງ ສປປ ລາວ ໃນການນຳເອົາທະນະບັດປັບປຸງ (ລຸ້ນປີ 2020) ອອກນຳໃຊ້

ໄດ້​ມ​ີ​ການ​ອອກ​ແຈ້ງ​ການ​ໂດຍ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ ແລະ ທ່ານ ບຸນທະວີ ສຸກດາວົງ ຫົວໜ້າກົມພິມຈຳໜ່າຍ ໄດ້ແຈ້ງຂ່າວໃຫ້ບັນດາສື່ມວນຊົນໃນວັນທີ 14 ຕຸລາ 2022 ທີ່ທະນາຄານແຫ່ງ ສປປ ລາວ ໄດ້ຮັັບຊາບວ່າ:

ໃນເດືອນຕຸລາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ນໍາເອົາທະນະບັດປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນຳໃຊ້, ດັ່ງມີລາຍລະອຽດລຸ່ມນີ້:

ນັບແຕ່ປີ 2003 ເປັນຕົ້ນມາ ທະນາຄານແຫ່ງ ສປປ ລາວ ໄດ້ນຳເອົາທະນະບັດ ປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2003 ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນໍາໃຊ້ ຊຶ່ງເປັນໂຄງປະກອບປະເພດ ໃບທະນະບັດທີ່ມີມູນຄ່າສູງທີ່ສຸດໃນເວລານັ້ນ. ມາຮອດປະຈຸບັນ ຖືກນໍາໃຊ້ໝູນວຽນໃນຂອດຈໍລະຈອນເປັນເວລາ 19 ປີ, ບວກກັບການຂະຫຍາຍຕົວທາງດ້ານນະວັດຕະກຳເທັກນິກໂລຊີໃນໄລຍະໃໝ່, ບັນດາປະເທດໃນພາກພື້ນ ແລະ ສາກົນ ກໍ່ໄດ້ມີການພັດທະນາປັບປຸງທະນະບັດຂອງຕົນໃຫ້ມີຄຸນນະພາບ ແລະ ຕ້ານການປອມແປງ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.

SA Game
Lao National Radio

ສະນັ້ນ, ມາຮອດປີ 2018 ທະນາຄານແຫ່ງ ສປປ ລາວ ໄດ້ຄົ້ນຄ້ວາປັບປຸງທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ຈາກລຸ້ນປີ 2003 ມາເປັນລຸ້ນປີ 2020 (ຮູບແບບປັບປຸງໃໝ່) ເພື່ອສະເໜີລັດຖະບານຮັບຮອງ ແລະ ເຫັນດີອະນຸຍາດໃຫ້ ທຫລ ຈັດພິມໃນປີ 2020, ຈຸດປະສົງຂອງການນຳເອົາທະນະບັດໃບ 10000 ກີບ ແລະ 20000 ກີບ ອອກໃຫ້ສັງຄົມໄດ້ນຳໃຊ້ໃນຄັ້ງນີ້ແມ່ນເພື່ອຍົກສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນ ພ້ອມທັງຍົກລະດັບເຕັກນິກ ຕ້ານການປອມແປງໃຫ້ທັນສະໄໝຫຼາຍຂຶ້ນກວ່າເກົ່າ, ມີຄວາມໂດດເດັ່ນສວຍງາມ ສາມາດຈຳແນກປະເພດໃບທະນະບັດໄດ້ງ່າຍ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາ ແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ ໃຫ້ຫຼາຍຂຶ້ນ;

ທະນະບັດທັງ 02 ປະເພດດັ່ງກ່າວ ມີລັກສະນະໂດຍລວມດັ່ງນີ້:

ເປັນທະນະບັດບໍ່ມີຂອບມີຂະໜາດລວງຍາວຫຼຸດລື່ນກັນ 3 ມມ ຄື: ປະເພດໃບ 10000 ກີບ ມີລວງຍາວ 153 ມມ ແລະ ລວງກວ້າງ 72 ມມ ແລະ ປະເພດໃບ 20000 ກີບ ມີລວງຍາວ 156 ມມ ແລະ ລວງກວ້າງ 72 ມມ, ໂທນສີຂອງໃບທະນະບັດທັງສອງປະເພດຍັງຄ້າຍຄືກັບໂທນສີທະນະບັດປະເພດໃບ 10.000 ກີບ ແລະ 20.000 ກີບ ລຸ້ນປີ 2003 ທີ່ນໍາໃຊ້ປະຈຸບັນ.

ຄຸນລັກສະນະຕ້ານການປອມແປງ:

1) ເຄື່ອງໝາຍຊາດ ຂອງ ສປປ ລາວ ຈະເຮືອງແສງເປັນສີເຫຼືອງ ເມື່ອສ່ອງຜ່ານແສງໄຟສີມ້ວງ;

2) ຕົວໜັງສື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອສໍາພັດຈະສະດຸດມື;

3) ລາຍນໍ້າປະທານ ໄກສອນ ພົມວິຫານ ແລະ ຕົວເລກບອກມູນຄ່າ ຢູ່ໃນເນື້ອເຈ້ຍ ເມື່ອສ່ອງໃສ່ແສງສະຫວ່າງ ຈະເຫັນຢ່າງຊັດເຈນ ທັງດ້ານໜ້າແລະ ດ້ານຫຼັງ;

4) ເສັ້ນນິລະໄພ ມີຕົວເລກລາວບອກມູນຄ່າ ໑໐໐໐໐ ສໍາລັບປະເພດໃບ 10000 ກີບ ແລະ ຕົວເລກລາວບອກມູນຄ່າ ໒໐໐໐໐ ສໍາລັບປະເພດໃບ 20000 ກີບ;

5) ຕົວເລກບອກມູນຄ່າ 10000 ແລະ 20000 ຢູ່ດ້ານໜ້າຈະປ່ຽນສີໄດ້ ເມື່ອພິກອຽງທະນະບັດໄປມາ.

SA Game
Lao National Radio

ທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ທີ່ນຳອອກສູ່ຂອດຈໍລະຈອນຄັ້ງນີ້ ແມ່ນສາມາດນຳໃຊ້ຖືກຕ້ອງຕາມກົດໝາຍ, ໂດຍນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2003 ທີ່ຈໍລະຈອນໃນປະຈຸບັນແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບເງິນຕາແຫ່ງຊາດ ເພາະເປັນການສະໜອງທະນະບັດຮູບແບບປັບປຸງໃໝ່ ທີ່ມີຄຸນນະພາບສູງ ເຂົ້າສູ່ລະບົບເສດຖະກິດ;

ສໍຳລັບທະນະບັດປະເພດໃບ10000ກີບແລະໃບ20000ກີບລຸ້ນປີ2003ທີ່ນຳໃຊ້ໃນຂອດຈໍລະຈອນ ປະຈຸບັນ ຍັງສາມາດນຳໃຊ້ໝູນວຽນເຂົ້າໃນການຊຳລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລິກການນຳໃຊ້ ແຕ່ຢ່າງໃດ;

ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງ ມະຫາພາກທາງດ້ານເງິນຕາ, ຂໍຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫຼວດໃນຂອບເຂດທົ່ວປະເທດ, ຈົ່ງມີຄວາມເຊື່ອໝັ້ນຕໍ່ກັບການນຳເອົາທະນະບັດ ປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ກໍ່ຄືສັງຄົມໃຫ້ໄດ້ນຳໃຊ້ໃນຄັ້ງນີ້, ພ້ອມນີ້ກໍ່ໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີສວຍໂອກາດສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ.

SA Game
Lao National Radio

ພ້ອມດຽວກັນນີ້, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງໃຫ້ທຸກຄົນທົ່ວສັງຄົມ ໄດ້ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນໍາໃຊ້ເງິນກີບ, ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ໝັ້ນຄົງຍາວນານ.

ໃນຕໍ່ໜ້າທະນາຄານແຫ່ງ ສປປ ລາວ ຈະໄດ້ຄົ້ນຄວ້າປັບປຸງທະນະບັດປະເພດໃບອື່ນໆ ໂດຍຄຳນຶງເຖິງຄຸນນະພາບມາດຕະຖານ ແລະ ເຕັກນິກຕ້ານການປອມແປງທີ່ທັນສະໄໝ ເພື່ອໃຫ້ສັງຄົມໄດ້ນຳໃຊ້ທະນະບັດ ຢ່າງມີຄວາມປອດໄພ ສະດວກສະບາຍໃນການຈັບຈ່າຍໃຊ້ສອຍເຂົ້າໃນຊີວິດປະຈຳວັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio