ລາວ-ອາເມຣິກາ ສໍາເລັດໃນ​ການປະຊຸມປຶກສາຫາລືຮອບດ້ານຄັ້ງທີ 10

SA Game

 ກົມການຂ່າວ ກະຊວງການຕ່າງປະເທດ

ກອງປະຊຸມຕີລາຄາ ແລະ ທົບທວນຄືນສະພາບການພົວພັນຮ່ວມ 2 ຝ່າຍ ລາວ-ອາເມຣິກາ ຄັ້ງທີ 10

ໄດ້ມີການ​ຈັດກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມຣິກາ ຄັ້ງທີ 10 (Lao-US Comprehensive Bilateral Dialogue X ຫຼື CBD-X) ໃນວັນທີ 14 ຕຸລາ 2022, ທີ່ ກະຊວງການຕ່າງປະເທດ , ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີຕ່າງປະເທດ ແລະ ທ່ານ Daniel J. Kristenbrink, ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ສະຫະລັດ ອາເມຣິກາ ຮັບຜິດ ຊອບວຽກງານອາຊີຕາເວັນອອກ ແລະ ປາຊີຟິກ.

ກອງປະຊຸມ CBD ຄັ້ງນີ້, ຈຸດປະສົງເພື່ອສັງເກດຕີລາຄາ ແລະ ທົບທວນຄືນສະພາບການພົວພັນຮ່ວມ 2 ຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ອາເມຣິກາ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ນັບແຕ່ກອງປະຊຸມ CBD ຄັ້ງທີ 9 ຈັດຂຶ້ນ ທີ່ ວໍຊິງຕັນ ດີຊີ ໃນປີ 2019 ທີ່ຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ, ລວມທັງການແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນຕ່າງໆ.

SA Game
ກົມການຂ່າວ ກະຊວງການຕ່າງປະເທດ

ສໍາລັບການພົວພັນຮ່ວມມືໃນຂອບສອງຝ່າຍ, ຄະນະຜູ້ແທນຝ່າຍລາວ ແລະ ອາເມຣິກາ ໄດ້ຕີລາຄາການຈັດຕັ້ງປະຕິ ບັດໂຄງການຮ່ວມມື ແລະ ຊ່ວຍເຫຼືອຕ່າງໆ

ເປັນຕົ້ນ ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ-ໂພຊະນາການ, ການຄ້າ, ການລົງທຶນ, ການປະຕິບັດກົດໝາຍ, ດ້ານ ພະລັງງານ, ການຊອກຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA), ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ອື່ນໆ

ອັນພົ້ນເດັ່ນ ແມ່ນການຮ່ວມມືໃນການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ລັດຖະບານ ແລະ ປະຊາຊົນ ອາເມຣິກາ ໄດ້ໃຫ້ການຊ່ວຍ ເຫຼືອດ້ານທຶນຮອນ, ອຸປະກອນການແພດ, ວັກຊີນ ແລະ ຢາ ແກ່ ສປປ ລາວ.

ສ່ວນໃນຂອບການຮ່ວມມືຫຼາຍຝ່າຍ ໄດ້ມີການແລກປ່ຽນ ແລະ ປຶກສາຫາລືໃນບັນຫາຕ່າງໆ ເປັນຕົ້ນການຮ່ວມມື ອາຊຽນ ໂດຍສະເພາະການກະກຽມເປັນປະທານໜູນວຽນ ອາຊຽນ ຂອງ ສປປ ລາວ ໃນປີ 2024, ການຮ່ວມມື ຄູ່ຮ່ວມແມ່ນໍ້າຂອງ-ອາເມຣິກາ (Mekong-US Partnership-MUSP) ໃນປີ 2022 ທີ່ ສປປ ລາວ ແລະ ສ.ອາເມຣິກາ ເປັນປະທານຮ່ວມ.

SA Game
ກົມການຂ່າວ ກະຊວງການຕ່າງປະເທດ

ຊຶ່ງທັງໝົດທີ່ກ່າວມານັ້ນ ໄດ້ເປັນການປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນ ແລະ ການຮ່ວມມື ລາວ-ອາເມຣິກາ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະ ມົນຕີ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານຕ່າງໆຂອງ ອາເມຣິກາ ຕໍ່ ສປປ ລາວ ແລະ ສະແດງຄວາມຫວັງວ່າ ລັດຖະບານ ແລະ ປະຊາຊົນ ອາເມຣິກາ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນອະນາຄົດ
ພ້ອມດຽວກັນນັ້ນ, ທ່ານ Kristenbrink ກໍ່ໄດ້ສະແດງຄວາມພ້ອມທີ່ຈະສືບຕໍ່ການພົວພັນຮ່ວມມື ກັບ ສປປ ລາວ ໃນຂະແໜງການຕ່າງໆຄືໄລຍະຜ່ານມາ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນອະນາຄົດ.
ກອງປະຊຸມ CBD ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນດີ, ມີການແລກປ່ຽນ ແລະ ປຶກສາຫາລືຮ່ວມກັນຢ່າງສ້າງສັນ ແລະ ກົງໄປກົງມາ ບົນພື້ນຖານແຫ່ງການເປັນຄູ່ຮ່ວມແບບກວມລວມ ລາວ-ອາເມຣິກາ ທີ່ຜູ້ນໍາຂອງສອງປະເທດ ໄດ້ມີຖະແຫຼງການຮ່ວມກັນໃນປີ 2016 ເປັນຕົ້ນມາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກົມການຂ່າວ ກະຊວງການຕ່າງປະເທດ