ທັງ 4 ດ່ານພາສີສາກົນທົ່ວປະເທດນໍາໃຊ້ລະບົບຊິງຊັ່ງທັນສະໄໝ

SA Game

ຂ​ປ​ລ​

ກະຊວງການເງິນປະ​ກາດນໍາໃຊ້ແລ້ວລະບົບຊິງຊັ່ງທັນສະໄໝຢູ່ 4 ດ່ານພາສີສາກົນ ທົ່ວປະເທດ

ໂຄງການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ ແມ່ນໜຶ່ງໃນການຫັນເປັນທັນສະໄໝຂອງຂະແໜງພາສີ ແນໃສ່ການຈັດເກັບຄ່າບໍລິການຂອງພາຫະນະຂົນສົ່ງສິນຄ້າ ນໍາເຂົ້າ-ສົ່ງອອກ ບາງປະເພດ ເປັນຕົ້ນ: ແຮ່ທາດຕ່າງໆ, ໄມ້ທ່ອນ(ໄມ້ປູກ), ໄມ້ແປຮູບ ແລະ ນໍາມັນເຊື້ອໄຟ ເພື່ອເຮັດໃຫ້ຂະແໜງການລັດ ສາມາດຄຸ້ມຄອງ, ຕິດຕາມການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດດັ່ງກ່າວ ໃຫ້ມີຄວາມຖືກຕ້ອງຊັດເຈນ, ໂປງໃສ, ອັດຊ່ອງຫວ່າງ ການຮົ່ວໄຫລຂອງລາຍຮັບ ແລະ ສາມາດກວດສອບໄດ້.

ການຫັນວຽກງານເປັນສະໄໝ ເປັນໜຶ່ງໃນແຜນດໍາເນີນງານຂອງ ກະຊວງການເງິນ ແລະ ຍຸດທະສາດຂອງ ລັດຖະບານ ໂດຍສະເພາະແມ່ນຂະແໜງພາສີເປັນດີຈີຕອນ. ໃນນັ້ນ, ມີໂຄງ ການຕິດຕັ້ງ ແລະ ບໍລິການ ລະບົບຊິງຊັ່ງທັນສະໄໝ ເຊິ່ງຕິດຕັ້ງຢູ່ 4 ດ່ານພາສີສາກົນ ຄື: ດ່ານພາສີສາກົນ ບໍ່ເຕ່ນ, ດ່ານພາສີສາກົນ ນໍ້າກັ່ນ, ດ່ານພາສີສາກົນ ນໍ້າພາວ ແລະ ດ່ານພາສີສາກົນ ນາເພົ້າ.

SA Game
ຂ​ປ​ລ​

ສຳລັບ ໂຄງການລະບົບຊິງຊັ່ງທັນສະໄໝ ໄດ້ດຳເນີນການຕິດຕັ້ງ, ພັດທະນາລະບົບໂປແກຣມ, ການເຊື່ອມຕໍ່ກັບລະບົບການແຈ້ງພາສີ ASYCUDA ຊຶ່ງມາຮອດປັດຈຸບັນ ໄດ້ສຳເລັດຮ້ອຍສ່ວນຮ້ອຍ ແລະ ໄດ້ເປີດທົດລອງນໍາໃຊ້ ເຂົ້າໃນການກວດກາສິນຄ້າເປົ້າໝາຍ ຂອງລັດຖະບານກຳນົດໄວ້ເປັນທີ່ຮຽບຮ້ອຍ, ຕາມຄໍາແນະນໍາ ສະບັບເລກທີ 2600/ກງ, ຂໍ້ຕົກລົກລົງ 2601/ກງ, ແຈ້ງການກົມພາສີ ສະບັບເລກທີ 06383/ກພສ, ນັບແຕ່ວັນທີ 28 ກັນຍາ 2022 ເປັນຕົ້ນມາ.

ລະບົບຊິງຊັ່ງທັນສະໄໝ ຂອງຂະແໜງພາສີ ຕິດຕັ້ງດ້ວຍລະບົບຄອມພິວເຕີ ແລະ ເຊື່ອມຕໍ່ຈຸດຄຸ້ມຄອງສາງ-ກວດກາສິນຄ້າ ແລະ ຈຸດຂໍ້ມູນ ການແຈ້ງພາສີເປັນລາຍລະອຽດ, ປັດຈຸບັນ ແມ່ນສາ ມາດຕິດຕາມຂໍ້ມູນ, ຕິດ ຕາມລົດຂຶ້ນຊິງຊັ່ງ ແລະ ຮູ້ປະເພດສິນຄ້ານ້ຳໜັກ, ລວມນ້ຳໜັກສິນຄ້າຕົວຈິງ,ສາມາດຮູ້ຊື່ບໍລິສັດທີ່ນໍາເຂົ້າ-ສົ່ງອອກສິນຄ້າ; ພ້ອມທັງ ການຄຸ້ມຄອງນໍາໃຊ້ ແລະ ການຕິດຕາມຂໍ້ມູນດ້ານນໍ້າໜັກ.

ການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ ຊຶ່ງເປັນເຄື່ອງມືທັນສະໄໝແບບລວມສູນ,ເປັນເຄື່ອງມືວັດແທກນໍ້າໜັກລະບົບ Digital ທີ່ມີຄວາມຊັດເຈນສູງ, ສາມາດນັບກວດບໍລິມາດ ຫລື ນໍ້າໜັກໂຕຈິງສິນຄ້າໃຫ້ຖືກຕ້ອງຊັດເຈນ, ເປັນເຄື່ອງມືໜຶ່ງທີ່ຊ່ວຍຕິດຕາມ, ຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ຖືກຕ້ອງຕາມເປົ້າໝາຍສອດຄ່ອງກັບລະບຽບ ແລະ ກົດໝາຍ ເພີ່ມທະວີການຈັດເກັບລາຍຮັບ ໃຫ້ໄດ້ຄົບຖ້ວນທັນເວລາ ແລະ ໂປ່ງໃສ.

SA Game
ຂ​ປ​ລ​

ລະບົບຊິງຊັ່ງທັນສະໄໝ ປະກອບດ້ວຍ 6 ອົງປະກອບ ເປັນຕົ້ນ: ເຄື່ອງຊິງຊັ່ງລົດແບບລວມສູນ (VSMSSystem); ລະບົບໂປແກຣມຄວບຄຸມ (Quick Weight Enterpise); ລະບົບກ້ອງບັນທຶກພາບ(CCTV);ລະບົບເຄືອຂ່າຍ (Internet NetWork); ລະບົບໂປແກຣມຄວບຄຸມ Softwara ຢູ່ແຕ່ລະດ່ານ; ລະບົບໂປແກຣມຄວບຄຸມ Softwara ຢູ່ສູນກາງ. ທັງ 6 ອົງປະກອບ ເປັນເຄື່ອງມືຊ່ວຍໃຫ້ພະນັກງານຂອງລັດ ທີ່ເຮັດວຽກງານຕິດຕາມການນໍາເຂົ້າ-ສົ່ງອອກ ສິນຄ້າຕ່າງໆ ໄດ້ຢ່າງມີປະສິດທິຜົນ, ຮັບປະກັນຄວາມຖືກຕ້ອງຊັດເຈນ, ສອດຄ່ອງກັບເປົ້າໝາຍ ແລະ ລະບຽບການທີ່ກຳນົດໄວ້.

ໂດຍລວມແລ້ວ ລະບົບຊິງຊັ່ງທັນສະໄໝ ເປັນລະບົບທັນສະໄໝ, ສ້າງສິ່ງອຳນວຍຄວາມສະ ດວກແກ່ຜູ້ປະກອບການ, ສະດວກ, ວ່ອງໄວ, ການກວດລາຍງານຂໍ້ມູນແບບທັນທີ (Real time), ການເກັບຄ່າບໍລິການຜ່ານ ລະບົບ TaxRIS ປອດໄພ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.